Sunday, September 8, 2024
Homeຂ່າວການເມືອງລັດຖະບານໄທ ມອບເງິນໃຫ້ສະຫະກອນກາເຟວັນໃໝ່ ແຂວງຫົວພັນ

ລັດຖະບານໄທ ມອບເງິນໃຫ້ສະຫະກອນກາເຟວັນໃໝ່ ແຂວງຫົວພັນ

—————-

ພິທີມອບ-ຮັບ ເງິນສະໜັບສະໜູນຈາກລັດຖະບານ ແຫ່ງ ຣາຊະອານາຈັກໄທ ຈຳນວນ 4.600.000ບາດ(ສະກຸນເງິນໄທ) ໃຫ້ແກ່ສະຫະກອນກາເຟວັນໃໝ່ ຢູ່ແຂວງຫົວພັນ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍການນໍາພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃຫ້ກຽດມອບໂດຍ ທ່ານ ນາງ ເອກສິຣິ ປິນຖະຣຸຈິດຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ຮັບໂດຍ ທ່ານ ສະໄຫວທອງ ຄູນສະຫວັນປະທານສະຫະກອນກາເຟວັນໃໝ່. ການມອບເງິນໃນຄັ້ງນີ້, ເພື່ອປະກອບສ່ວນເປັນທຶນການກໍ່ສ້າງສູນຝຶກອົບຮົມດ້ານກະສິກຳ ແລະ ວິໄຈກາເຟ ຂອງສະຫະກອນກາເຟວັນໃໝ່ ທີ່ແຂວງຫົວພັນຊຶ່ງເປັນໜຶ່ງແຜນງານໃນໂຄງການປູກພຶດທົດແທນຝິ່ນ ພາຍໃຕ້ໂຄງການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ຫ້ອງການສະຫະປະຊາຊາດ ວ່າດ້ວຍຢາເສບຕິດ ແລະ ອາດຊະຍາກຳ (UNODC) ປະຈຳ ສປປ ລາວ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments