Sunday, September 8, 2024
Homeຂ່າວການເມືອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດຫວຽດນາມ ເຂົ້າອຳລາ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດຫວຽດນາມ ເຂົ້າອຳລາ

ໃນວັນທີ 22ກໍລະກົດ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ສະຫາຍ ຫວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.

ໃນການຢ້ຽມອໍາລາຄັ້ງນີ້, ສະຫາຍທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ທາງການທູດຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງຕະຫຼອດໄລຍະ 7 ປີກວ່າຜ່ານມາ ຊຶ່ງໄດ້ເຄື່ອນໄຫວຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ; ຍ້ອນວ່າສະຫາຍທູດມີຜົນງານ ແລະ ຜົນສໍາເລັດຕ່າງໆໃນການປະຕິບັດໜ້າທີ່ຢູ່ລາວຢ່າງພົ້ນເດັ່ນ; ສະນັ້ນ,ພັກ, ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ການຍ້ອງຍໍ ໂດຍປະດັບຫຼຽນໄຊອິດສະຫຼະຊັ້ນ 3 ໃຫ້ແກ່ສະຫາຍ. ນອກນັ້ນ, ສະຫາຍທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມຂອບໃຈ ຜ່ານສະຫາຍຫງວຽນ ບ໋າ ຮຸ່ງໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍຄື ການຊ່ວຍເຫຼືອໃນການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024.

ສະຫາຍ ຫງວຽນ ບ໋າ ຮຸ່ງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ທອງສະຫວັນ ພົມວິຫານ ກໍຄື ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ໃຫ້ການຮ່ວມມືສະໜັບສະໜູນ ແລະ ຊ່ວຍເຫຼືອ ຕະຫຼອດໄລຍະເວລາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ນັບມື້ນັບຫຼາຍຂຶ້ນ.

ສະຫາຍ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງຈົ່ງເດີນທາງກັບຄືນປະເທດ ໂດຍຄວາມສະຫວັດດີພາບ, ມີພະລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນໃໝ່ທີ່ມີກຽດ ແລະພ້ອມທັງສືບຕໍ່ຕິດຕາມຊຸກຍູ້, ປະກອບສ່ວນເພີ່ມພູນຄູນສ້າງເຂົ້າໃນການເສີມຂະຫຍາຍສາຍພົວພັນ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງຂຶ້ນໃນຕໍ່ໜ້າ.

ຂ່າວ:ຄຕພ,ພາບ:ພູວຽງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments