Sunday, September 8, 2024
HomeUncategorizedແຈ້ງເຕືອນນໍ້າຖ້ວມຊຸ ແລະ ດິນເຈືື່ອນ ປະຈໍາວັນທີ 21 ກໍລະກົດ 2024

ແຈ້ງເຕືອນນໍ້າຖ້ວມຊຸ ແລະ ດິນເຈືື່ອນ ປະຈໍາວັນທີ 21 ກໍລະກົດ 2024

ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຫລືຮ່ອງຝົນ ຍັງຈະສືບຕໍ່ ພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້. ດັ່ງນັໍ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ແຂວງພາກເໜືອ ໂດຍສະເພາະຜູ່ທີ່ອາໄສຢູ່ລຽບຕາມພູສູງ ຮ່ອມພູ, ຈົ່ງມີສະຕິລະວັງຕໍ່ ສະພາບຝົນຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ ແລະ ດິນເຈືື່ອນ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້. ຂໍໃຫ້ຕິດຕາມການລາຍງານ ຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືື່ອງ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-30 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments