Sunday, September 8, 2024
HomeUncategorizedແຈ້ງເຕືອນນໍ້າຖ້ວມຊຸ ແລະ ດິນເຈືື່ອນປະຈຳວັນທີ 20 ກໍລະກົດ 2024

ແຈ້ງເຕືອນນໍ້າຖ້ວມຊຸ ແລະ ດິນເຈືື່ອນປະຈຳວັນທີ 20 ກໍລະກົດ 2024

ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນຍັງພາດຜ່ານຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ດັ່ງນັໍ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີື່ອາໄສຢູ່ແຂວງ ພາກເໜືອ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມພູສູງ ຮ່ອມພູ , ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ເກີດມີນໍ້າຖ້ວມຊຸ ແລະ ດີນເຈືື່ອນ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີໍ້. ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments