Sunday, September 8, 2024
HomeUncategorizedແຈ້ງເຕືອນໄພ ພາຍຸດີເປຣຊັນ (Tropical Depression)

ແຈ້ງເຕືອນໄພ ພາຍຸດີເປຣຊັນ (Tropical Depression)

ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານພາກກາງ ຂອງປະເທດລາວ ປ່ອງໃສ່ພາຍຸດີເປຣຊັນ ຢູ່ເຂດທະເລຈີນໃຕ້ຕອນກາງ ຊຶ່ງໃນເວລາ 7 ໂມງ 00 ມີຈຸດສູນກາງໃນເສັັ້ນຂະໜານທີ 16.4 ອົງສາເໜືອ ແລະ ເສັັ້ນແວງທີ 111.4 ອົງສາ ຕາເວັນອອກ ກຳລັງເຄືຶ່ອນທີ່ໄປຫາເກາະໄຮນານ ດ້ວຍຄວາມໄວ 20 ກິໂລແມດຕໍ່ຊົົ່ວໂມງ ຄາດຄະເນວ່າ ພາຍຸຫົວນີ້ຈະເພີ່ມກຳລັງແຮງຂຶ້ນເປັນພາຍຸໜຸນເຂດຮ້ອນ ໃນຕອນກາງຄືນມື້ນີ້ ຫາ ຕອນເຊົ້າມື້ອືຶ່ນ ແລະ ຈະເຄືຶ່ອນທີ່ຜ່ານເກາະໄຮນານ ແລະ ຂຶ້ນຝັັ່ງທາງພາກເໜືອຂອງ ສສ ຫວຽດນາມ ໃນວັນທີ 23 ກໍລະກົດນີ້.

ການເຄືຶ່ອນທີ່ຂອງພາຍຸດັ່ງກ່າວ ຈະເຮັດໃຫ້ມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກຳລັງແຮງເພີຶ່ມຂຶ້ນໃນເຂດພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນໄລຍະວັນທີ 21–24 ກໍລະກົດ 2024 ນີ້. ດັ່ງນັັ້ນຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັັ້ງທຸກພາກສ່ວນໃນບັນດາແຂວງ ພາກກາງ ແລະ ພາກໃຕ້ ລວມທັງນະຄອນຫລວງວຽງຈັນ ຈົົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດໃຫ້ມີດິນເຈືຶ່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍືຶ່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນືຶ່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments