Sunday, September 8, 2024
HomeUncategorizedກຸ່ມບໍລິສັດດາວເຮືອງ ຈຳກັດຜູ້ດຽວ ສະໜັບສະໜູນ ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

ກຸ່ມບໍລິສັດດາວເຮືອງ ຈຳກັດຜູ້ດຽວ ສະໜັບສະໜູນ ການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

ໃນວັນທີ 19 ກໍລະກົດ 2024 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ຜະລິດທະພັນກາເຟດາວ ແລະ ນໍ້າດື່ມດາວ ເພື່ອສະໜັບສະໜູນການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ລວມມູນຄ່າ 1,415,500,000 ກີບ ຈາກ ກຸ່ມບໍລິສັດດາວເຮືອງ ຈຳກັດຜູ້ດຽວ, ໂດຍຕາງໜ້າໃຫ້ກະຊວງການຕ່າງ ປະເທດ ແມ່ນ ທ່ານ ໂພໄຊ ໄຂຄໍາພິທູນ, ຫົວໜ້າອະນຸກໍາມະ ການພິທີການ ແລະ ສະຖານທີ່ພັກເຊົ່າ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ເປັນຜູ້ຮັບ ແລະ ທ່ານ ສົມນຶກ ຄອນສະຫວັນ, ຮອງຜູ້ອໍານວຍການ ກຸ່ມບໍລິສັດດາວເຮືອງ ຈຳກັດຜູ້ດຽວ ໄດ້ຕາງໜ້າບໍລິສັດມອບຜະລິດທະພັນກາເຟ ແລະ ເຄື່ອງດື່ມດັ່ງກ່າວ.

ການສະໜັບສະໜູນດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນການເປັນເຈົ້າພາບ ແລະ ປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນລະຫວ່າງວັນທີ 21-27 ກໍະກົດ 2024 ທີ່ຈະມາເຖິງນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments