Tuesday, September 17, 2024
Homeຂ່າວໜ້າໜຶ່ງກອງປະຊຸມທົ່ວປະເທດຄັ້ງທີ III ຂອງ ສະມາຄົມມິດຕະພາບ ລາວ-ຫວຽດນາມ

ກອງປະຊຸມທົ່ວປະເທດຄັ້ງທີ III ຂອງ ສະມາຄົມມິດຕະພາບ ລາວ-ຫວຽດນາມ

ວັນທີ 19 ກໍລະກົດ 2024, ສະມາຄົມມິດຕະພາບ ລາວ- ຫວຽດນາມ ຂັ້ນສູນກາງ ໄດ້ຈັດກອງປະຊຸມທົ່ວປະເທດຄັ້ງທີ III ຂອງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ໂດຍການເປັນປະທານ ຂອງ ສະຫາຍ ບັນດິດ. ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະ ການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ມີ ສະຫາຍ ທອງສະຫວັນ ພົມວິຫານ, ກໍມະການສູນ ກາງພັກ,​ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ຫງວຽນ ດັກວິງ, ກຳມະການສູນກາງພັກ, ຄະນະປະຈຳສະພາ ແຫ່ງຊາດ, ປະທານກໍາມາທິການວັດທະນະທຳ-ກິລາ ຂອງສະພາ ແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ, ບັນດາປະທານ, ຮອງປະທານ ຈາກສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງຂັ້ນສູນກາງ ແລະ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດ ນາມ ປະຈໍາ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນແຂກກິຕິມະສັກ.

ນອກນັ້ນ, ຍັງມີບັນດາປະທານ, ຮອງປະທານ ແລະ ກອງເລຂາ ສະມາຄົມມິດຕະພາບ ລາວ-ຫວຽດນາມ ນະຄອນຫຼວງ ແລະ ບັນດາແຂວງທົ່ວປະເທດເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງສະມາຄົມ ມິດຕະພາບ ລາວ-ຫວຽດນາມ ໃນໄລຍະ 05 ປີ ຜ່ານມາ (2019-2024) ແລະ ທິດທາງແຜນການໃນຊຸມປີຕໍ່ໜ້າ (2024-2029).

​ໃນໄລຍະຊຸມປີຜ່ານ​ມາ ສະ​ມາ​ຄົມ ມິດ​ຕະ​ພາບ ລາວ-ຫວຽດ​ນາມ ທຸກຂັ້ນໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະ​ບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ສົມທົບກັບຄູ່ຮ່ວມມືຝ່າຍ ຫວຽດນາມ ​ໃນ​ການ​ເຮັດ​ວຽກງານການທູດປະຊາຊົນ ເຄື່ອນໄຫວຄຽງຄູ່ກັບການພົວພັນດ້ານພັກ, ການທູດສາຍລັດ ໂດຍ​ສ​ະ​ເພາະ​​ເຮັດ​ໜ້າໂຄສະ ນາເຜີຍແຜ່, ສຶກສາອົບຮົມປະຊາຊົນສອງປະເທດໂດຍສະເພາະຄຸນລຸ່ນໜຸ່ມ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງ ຕໍ່ສາຍພົວພັນອັນພິເສດທີ່ຫາຍາກໃນການພົວພັນສາກົນ ຂອງສອງຊາດ ລາວ-ຫວຽດນາມ. ​ຜົນ​ສຳ​ເລັດ​ໃນຫຼາຍ​ດ້ານອັນພົ້ນເດັ່ນຜ່ານມາແມ່ນການຈັດກິດຈະກຳທີ່ເປັນປະຫວັດສາດເຊັ່ນ: ກິດຈະກໍາເດີນຕາມຮອຍປະທານ ໂຮ່ຈິມີນ ແລະ ປະທານ ໄກ ສອນ ພົມວິຫານ, ງານບຸນມະໂຫລານປະຊາຊົນລາວ-ຫວຽດ ນາມ, ຈັດພິມວາລະສານສະບັບພິເສດ, ງານແຂ່ງຂັນແຕ່ງບົດ ກອນ, ເພງ ແລະ ກິລາມິດຕະພາບ, ເຊິ່ງບັນດາກິດຈະກຳເຫຼົ່ານັ້ນຖືເປັນການປະກອບສ່ວນໃນການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍທັງລວງກ້ວາງ ແລະ ລວງເລິກ, ຂຽວສົດງົດງາມ ແລະ ເກີດດອກອອກຜົນ.

ກອງປະຊຸມ ໄດ້ດໍາເນີນໄປດ້ວຍບັນດາຍາກາດຟົດຟື້ນ, ບັນ ດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳເຫັນໃສ່ບົດລາຍງານຢ່າງກົງ​ໄປ​ກົງ​ມາຢ່າງພາວະວິໃສ ແລະ ມີຄວາມຮັບbຜິດຊອບ ເປັນ​ຕົ້ນ​ແມ່ນ​ປະ​ກອບ​ຄຳ​ເຫັນ​ໃສ່ບັນ​ດາ​ແຜນ​ການ​ເພື່ອ​ກະ​ກຽມ​ສະ​ເຫຼີມ​ສະຫຼອງວັນ​ສຳ​ຄັນ​ຕ່າງໆ ຂອງ​ສອງ​ຊາດ​ທີ່​ຈະ​ໝູນວຽນມາ​ເຖິງນີ້. ພິເສດ ກອງປະຊຸມໄດ້ຮັບກຽດຢ່າງສູງຮັບຟັງການໂອ້ລົມ ຈາກ ສະຫາຍ ປອ. ກິແກ້ວ ໄຂຄໍາພິທູນ, ກໍາມະການ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ເຊິ່ງສະຫາຍ ໄດ້ມີຄໍາເຫັນໂອ້ລົມໃຫ້ ສະມາຄົມມິດ ຕະພາບ ລາວ-ຫວຽດນາມ ທຸກຂັ້ນເອົາໃຈໃສ່ປະສານສົມທົບກັບຄູ່ຮ່ວມມືຝ່າຍ ຫວຽດນາມ ໃນການສຶກສາອົບຮົມປະຊາຊົນໂດຍສະເພາະແມ່ນຄົນລຸ່ນໜຸ່ມ ຂອງສອງປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນອັນພິເສດທີ່ຫາຍາກໃນການພົວພັນສາກົນ ຂອງ ສອງຊາດລາວ-ຫວຽດນາມ, ໂດຍສະເພາະ ໃຫ້ເຫັນໄດ້ການເສຍສະຫລະອັນໃຫຍ່ຫລວງ ຂອງການ​ນຳລຸ່ນກ່ອນຕໍ່ການເສີມຂະຫຍາຍສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ເພື່ອໃຫ້ເຂົາເຈົ້າເປັນເຈົ້າການປົກປັກຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ໃຫ້ຂຽວສົດງົດງາມ ແລະ ແຕກດອກອອກຜົນເລື້ອຍໆໄປ; ສ້າງກົນໄປປະສານສົມທົບຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ເປັນເອກະພາບກັນຕໍ່ບັນຫາເຄັ່ງຮ້ອນຕ່າງໆ ທັງໃນພາກພື້ນ ແລະ ສາກົນ; ເປັນເຈົ້າການປົກປ້ອງ ແລະ ຕອບຕ້ານການໃສ່ຮ້າຍປ້າຍສີ ຂອງພວກອິດທິກໍາລັງປໍລະປັກ ທີ່ຫວັງມ້າງເພສາຍພົວພັນ ລາວ-ຫວຽດນາມ.

ໃນກອງປະຊຸມດັ່ງກ່າວ, ຍັງໄດ້ມີພິທີປະດັບຫຼຽນໄຊມິດຕະ ພາບ ຈາກລັດຖະບານ ແຫ່ງ ສສ ຫວຽດນາມ ໃຫ້ແກ່ບັນດາສະຫາຍໃນຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ຈໍານວນ 15 ສະຫາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments