Sunday, September 8, 2024
Homeຂ່າວດ່ວນເລີກຮື້ຕັດປ້າຍທີ່ລະເມີດລະບຽບຢູເສັ້ນທາງ ເຕ້2

ເລີກຮື້ຕັດປ້າຍທີ່ລະເມີດລະບຽບຢູເສັ້ນທາງ ເຕ້2

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ລົງເຄື່ອນໄຫວເລີກຮື້ຕັດປ້າຍທີ່ລະເມີດລະບຽບ ແລະ ການວາງປ້າຍ ທີ່ບໍ່ເປັນລະບຽບ ຢູ່ເສັ້ນທາງເຕ້ 2 ລວມທັງແກ້ໄຂການກໍ່ສ້າງກຳແພງທີ່ກິນເນື້ອທີ່ເສັ້ນທາງສາທາລະນະ ຢູ່ເມືອງສີໂຄດຕະ ບອງ ນະຄອນຫລວງວຽງຈັນ ໃນວັນທີ 19 ກໍລະກົດ 2024ນີ້.

ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໃຫ້ສຳພາດວ່າ: ເພື່ອຄວາມເປັນລະບຽບຮຽບຮ້ອຍພາຍຕົວເມືອງນະຄອນຫລວງວຽງຈັນ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ສົມທົບກັບຂະແໜງການຕ່າງໆ ລົງເຄືອນໄຫວເລີກຮື້ຕັດປ້າຍທີ່ລະເມີດລະບຽບ ແລະ ການວາງປ້າຍ ທີ່ບໍ່ເປັນລະບຽບ ໂດຍເລີ່ມຈາກເສັ້ນທາງເຕ້ 2 ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແລະ ທຸກໆເສັ້ນທາງແມ່ນຈະໄດ້ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຄືນໃໜ່ເພື່ອຄວາມສວຍສົດງົດງາມໃນຕົວເມືອງ

ທ່ານ ບຸນຍະວັດ ນີຣະໄຊຍ໌ ໃຫ້ຮູ້ຕື່ມວ່າ: ພາຍຫັລງເລີກຮື້ຕັດປ້າຍທີ່ລະເມີດລະບຽບ ແລະ ການວາງປ້າຍ ທີ່ບໍ່ເປັນລະບຽບ ຢູ່ເສັ້ນທາງເຕ້ 2 ເມືອງສີໂຄດຕະບອງສຳເລັດແລ້ວ ຫັລງຈາກນັ້ນຈະສືບຕໍ່ປະຕິບັດຢູ່ບັນດາເມືອງພາຍໃນນະຄອນຫລວງວຽງຈັນ ແລະ ທຸກໆເສັ້ນທາງທີ່ຕິດຕັ້ງປ້າຍບໍ່ຖືກຕ້ອງ ສະນັ້ນຈຶ່ງຮຽກຮ້ອງເຖິງຜູ້ປະກອບການກໍ່ຄືປະຊາຊົນຈົ່ງໃຫ້ການຮ່ວມມືກັບເຈົ້າໜ້າທີ່ກໍ່ຄືພະນັກງານໃນການເຮັດວຽກຄັ້ງນີ້

ຂ່າວ: ສົມພາວັນ

ພາບ: ຄໍາກອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments