Sunday, September 8, 2024
HomeUncategorizedສສຍລ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

ສສຍລ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດພິທີສະ ເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ(20ກໍລະກົດ1955 – 20ກໍລະກົດ 2024)ຂຶ້ນໃນວັນທີ 19 ກໍລະກົດ ນີ້ທີ່ສູນອົບຮົມແມ່ຍິງລາວ ບ້ານໂພນທັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ)ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວິພາວັນ ພົມວິຫານ ພັນລະຍາທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄອບຄົວການນໍາ, ພະນັກງານອາວຸໂສບໍານານ ມີບັນດາທ່ານຄະນະປະທານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ,ສະຫະພັນກໍາມະບານລາວ, ທ່ານເລຂາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍອົງການອ້ອມຂ້າງສູນກາງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ຫວນຄືນມູນເຊຶ້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ທ່ານກ່າວວ່າ: ວັນທີ20 ກໍລະກົດ1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການແລະແຕ່ງຕັ້ງຄະນະໜ່ວຍປະກອບມີ3 ທ່ານຄື: ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວໜ້າໜ່ວຍ, ທ່ານນາງ ຄໍາສຸກວົງວິຈິດ, ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະ ການເພື່ອສືບຕໍ່ນໍາພາອົງການຈັດຕັ້ງແມ່ຍິງ ແລະຂົນຂວາຍຂະ ບວນການແມ່ຍິງທົ່ວປະເທດ, ໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ທ້ອງຖິ່ນຮາກຖານເຄື່ອນໄຫວເປັນໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ,ຄະນະດັ່ງກ່າວ ມີໜ້າທີ່ຄົ້ນຄວ້າກໍານົດພາລະບົດບາດ, ກົດລະບຽບແລະໂຄງການດໍາເນີນງານເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງ,ເຕົ້າໂຮມຄວາມສາມັກ ຄີ,ສຶກສາອົບຮົມປຸກລະດົມຂົນຂວາຍຂະບວນການແມ່ຍິງລາວບັນດາເຜົ່າເຂົ້າເປັນກໍາລັງແຮງໃຫ້ແກ່ການປະຕິວັດປົດປ່ອຍຊາດ. ເດືອນມັງກອນປີ1956ໄດ້ປ່ຽນຊື່ໜ່ວຍຄົ້ນຄວ້າວຽກງານແມ່ຍິງມາເປັນສະມາຄົມແມ່ຍິງລາວຮັກຊາດ.

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ,ອົງການຈັດຕັ້ງແມ່ຍິງກໍໄດ້ເຄື່ອນ ໄຫວຕາມພາລະບົດບາດທີ່ໄດ້ກໍານົດໄວ້ໃນກົດລະບຽບ,ໂຄງການ ດໍາເນີນງານຂອງຕົນ, ສ້າງຄໍາຂວັນເພື່ອປຸກລະດົມຂະບວນການແຕ່ລະໄລຍະເປັນຕົ້ນ ເດັດດ່ຽວປະຕິບັດຕາມຄຳຂວັນທີ່ວ່າ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາຊະນະຈັກກະພັດອາເມລິກາແລະລູກມື”.ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແມ່ຍິງລາວໄດ້ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດ ທະສາດຄື:ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ. ຜ່ານຂະບວນການດັ່ງກ່າວສ້າງໃຫ້ແມ່ຍິງລາວໄດ້ຮັບການພັດທະ ນາໃນທຸກດ້ານສາມາດເຂົ້າຮ່ວມໃນທຸກຂົງເຂດວຽກງານແລະໄດ້ຮັບຄວາມເຊື່ອໝັ້ນຈາກການຈັດຕັ້ງພັກ-ລັດ,ສັງຄົມແລະຄອບຄົວ. ມາຮອດປັດຈຸບັນ, ອົງການຈັດຕັ້ງສະຫະພັນແມ່ຍິງໄດ້ສຳເລັດກອງປະຊຸມໃຫຍ່ຂອງຕົນVIIIຄັ້ງ, ແຕ່ລະຄັ້ງໄດ້ຮັບຮອງເອົາເນື້ອໃນສຳຄັນ ຊຶ່ງທັງໝົດລ້ວນແລ້ວແຕ່ເປັນການຜັນ ຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດເຂົ້າໃນການພັດທະນາ ແລະສົ່ງເສີມຄວາມກ້າວໜ້າແກ່ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເຮັດໃຫ້ຖານະບົດບາດຂອງແມ່ຍິງລາວນັບມື້ສູງຂຶ້ນ.

ພັກແລະລັດຍາມໃດກໍຮັບຮູ້ເຖິງຜົນງານການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າແລະແຂງແຮງໃນພາລະກິດລວມຂອງປະເທດຊາດ, ແມ່ຍິງລາວເປັນ “ແມ່ທີ່ດີ”, ຖືເປັນ“ສັນຍາລັກ,ເປັນຜູ້ສືບທອດ ແລະເສີມ ຂະຫຍາຍວັດທະນະທໍາອັນອຸດົມຮັ່ງມີແລະຈົບງາມ.ເປັນນັກຕໍ່ສູ້ທີ່ທໍລະຫົດແລະອົດທົນ, ກ້າຫານປະດິດສ້າງ ໄປສູ່ຄວາມກ້າວໜ້າທັນສະໄໝຢ່າງບໍ່ຢຸດຢັ້ງ, ສົມຄວນໃຫ້ຂະໜານນາມວ່າແມ່ຍິງລາວເປັນແມ່ຍິງວິລະຊົນ,ມີຄວາມອ່ອນໂຍນ,ສຸຂຸມແຕ່ບໍ່ອ່ອນແອ.ແມ່ຍິງລາວເຮົາຮູ້ແກ້ໄຂຄວາມເປັນອັນຕະລາຍແຕ່ບໍ່ທໍາລາຍຄວາມຮູ້ສຶກ”.

ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ປະທານປະທດ ໄດ້ມີຄໍາເຫັນໂອ້ລົມໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ VIII ບາງຕອນວ່າ: “ຜ່ານພຶດຕິກໍາຕົວຈິງໄດ້ຊີ້ໃຫ້ເຫັນວ່າ: ບ່ອນໃດທີ່ມີການຈັດຕັ້ງສະຫະພັນແມ່ຍິງທີ່ເຂັ້ມແຂງ, ໜັກ ແໜ້ນ, ບ່ອນນັ້ນສາມາດປະຕິບັດພາລະບົດບາດແລະໜ້າທີ່ຂອງຕົນໄດ້ຢ່າງມີຜົນສໍາເລັດ; ເອື້ອຍນ້ອງແມ່ຍິງຍັງໄດ້ປະຕິບັດໜ້າທີ່ສໍາຄັນໃນການເບິ່ງແຍງອົບຮົມບົ່ມສອນລູກຫຼານ, ເຕົ້າໂຮມຄວາມສາມັກຄີ,ສ້າງສະຖາບັນຄອບຄົວໃຫ້ມີຄວາມຜາສຸກ; ພວກສະຫາຍສົມແລ້ວທີ່ເປັນບ່ອນອີງທີ່ແຂງແກ່ນໃຫ້ແກ່ຄອບຄົວແລະສັງຄົມ ເຖິງວ່າວຽກງານຂອງແມ່ຍິງທີ່ຮັບຜິດຊອບແລະປະຕິບັດໜ້າທີ່ຂອງຕົນນັ້ນຈະໜັກໜ່ວງປານໃດກໍບໍ່ເຄີຍຈົ່ມວ່າແລະເສຍກໍາລັງໃຈ, ມີແຕ່ຕັ້ງໜ້າຄຽງບ່າຄຽງໄຫຼ່ກັບເພດຊາຍເຂົ້າຮ່ວມຂະບວນການສ້າງສາພັດທະນາໃຫ້ຈະເລີນຮຸ່ງເຮືອງ ຂໍໃຫ້ສືບຕໍ່ຮັກສາແມ່ຍິງລາວເປັນລູກສາວຜູ້ປະເສີດຂອງພັກ,ຂອງປະເທດຊາດ ຕໍ່ໄປ”.

ພ້ອມນີ້ ກໍໄດ້ຮັບຟັງການນໍາສະເໜີຫົວຂໍ້ ເສີມຂະຫຍາຍເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອນໍາໄປສູ່ປະຊາຄົມອາຊຽນ ຫຼັງປີ 2025; ການຮັກສາຄວາມປອດໄພຂໍ້ມູນຂ່າວສານທາງສື່ອອນລາຍ; ນໍາສະໜີກ່ຽວກັບຫັດຖະກໍາພື້ນເມືອງພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ທີ່ຖືກຮັບຮອງເປັນມໍລະດົກໂລກ ແລະ ປະຫັວດຄວາມເປັນມາຂອງລາຍນາກໃນຜ້າລາວ ຕື່ມອີກ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments