Sunday, September 8, 2024
HomeUncategorizedອິດສະຣາແອນ ພັດທະນາ AI ຊ່ວຍຄົນເຈັບທີ່ເປັນອຳມະພາດ

ອິດສະຣາແອນ ພັດທະນາ AI ຊ່ວຍຄົນເຈັບທີ່ເປັນອຳມະພາດ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ມະຫາວິທະຍາໄລເທລອາວີບ ຂອງອິດສະຣາແອນ ເປີດເຜີຍວ່າ: ຄະນະນັກຄົ້ນຄວ້າຂອງອິດສະຣາແອນ ໄດ້ພັດທະນາວິທີການທາງປັນຍາປະດິດ (AI) ເພື່ອຊ່ວຍເຫຼືອຄົນເຈັບທີ່ເປັນອຳມະພາດ ແລະ ບໍ່ສາມາດເວົ້າໄດ້ ຜ່ານພະລັງຄວາມຄິດ.

ຜົນການສຶກສາຂອງມະຫາວິທະຍາໄລ ແລະ ສູນການແພດ ຊູຣາສກີ ເທລອາວີບ ໃນ ການຜ່າຕັດລະບົບປະສາດ (Neurosurgery) ລະບຸວ່າ: ຂົ້ວໄຟຟ້າເລິກ (depth electrode) ທີ່ຖືກຝັງໃນສະໝອງຂອງຄົນເຈັບຈະສົ່ງສັນຍານໄຟຟ້າໄປຍັງຄອມພິວເຕີ ຊຶ່ງຈະເປັ່ງສຽງສອງພະຍາງຕາມທີ່ຄົນເຈັບຈິນຕະນາການເຖິງ.

ຄະນະນັກຄົ້ນຄວ້າຊີ້ວ່າ: ນີ້ເປັນຄັ້ງທຳອິດທີ່ມີການເຊື່ອມໂຍງຊະນິດຂອງຄຳເວົ້າກັບກິດຈະກຳຂອງແຊນໃນສະໝອງ ຊຶ່ງອາດເປັນຄວາມຫວັງຂອງຜູ້ເປັນອຳມະພາດໂດຍສົມບູນຈາກໂຣກກ້າມຊີ້ນອ່ອນແຮງ, ໂຣກຫຼອດເລືອດສະໝອງຕີບ ຫຼື ອາການບາດເຈັບທາງສະໝອງ ໃນການສະແດງຄວາມຮູ້ສຶກຜ່ານຄຳເວົ້າປະດິດ.

ນອກຈາກນັ້ນ, ຄວາມກ້າວໜ້ານີ້ອາດເປີດທາງສູ່ການສ້າງຄອມພິວເຕີສຳລັບຄົນເຈັບໂຣກກ້າມຊີ້ນອ່ອນແຮງໄລຍະທຳອິດ ຊຶ່ງເປັນໄລຍະທີ່ຄົນເຈັບສາມາດເວົ້າໄດ້ ເພື່ອເປັນການຕີຄວາມໝາຍຫຼັງຈາກຄົນເຈັບສູນເສຍການຄວບຄຸມກ້າມຊີ້ນ.

ຄະນະນັກຄົ້ນຄວ້າຂໍໃຫ້ຄົນເຈັບທີ່ເຂົ້າຮ່ວມການສຶກສາ ຊຶ່ງເປັນໂຣກລົມບ້າໝູທີ່ມີຂົ້ວໄຟຟ້າຝັງຢູ່ໃນສະໝອງກ່ອນຜ່າຕັດ ອອກສຽງພະຍາງ “ເອ” ແລະ “ອີ” ເພື່ອບັນທຶກກິດຈະກຳຂອງສະໝອງ, ຂະນະທີ່ຄົນເຈັບເປັ່ງສຽງອອກມາຫຼັງຈາກນັ້ນໃຊ້ເຕັກນິກແລະ ການຮຽນຮູ້ຂອງເຄື່ອງມາຝຶກຝົນຕົ້ນແບບປັນຍາປະດິດ ເພື່ອລະບຸແຊນສະໝອງສະເພາະທີ່ເກີດກິດຈະກຳທາງໄຟຟ້າທີ່ບົ່ງບອກຄວາມຕັ້ງໃຈອອກສຽງພະຍາງທັງສອງ.

ເມື່ອຄອມພິວເຕີຮຽນຮູ້ການຈຳແນກຮູບແບບຂອງກິດຈະກຳທາງໄຟຟ້າໃນສະໝອງຂອງຄົນເຈັບທີ່ກ່ຽວຂ້ອງກັບພະຍາງທັງສອງຂ້າງເບື້ອງຕົ້ນແລ້ວ ຄະນະນັກຄົ້ນຄວ້າໃຫ້ຄົນເຈັບຈິນຕະນາການ ການອອກສຽງພະຍາງທັງສອງເທົ່ານັ້ນ ໂດຍຄອມພິວເຕີຈະແປສັນຍານໄຟຟ້າ ແລະ ຫຼິ້ນສຽງ “ເອ” ແລະ “ອີ” ທີ່ບັນທຶກໄວ້ກ່ອນໜ້ານັ້ນຕາມລຳດັບ.

ຄະນະນັກຄົ້ນຄວ້າກ່າວວ່າ: ຂັ້ນຕອນຕໍ່ໄປກໍຄືເຮັດໃຫ້ການເວົ້າສົມບູນແບບ ເຖິງແມ່ນວ່າສອງພະຍາງທີ່ແຕກຕ່າງກັນສາມາດຊ່ວຍໃຫ້ຄົນເຈັບທີ່ເປັນອຳມະພາດໂດຍສົມບູນສົ່ງສັນຍານວ່າ “ແມ່ນ” ແລະ “ບໍ່ແມ່ນ” ໄດ້ແລ້ວ ໂດຍນີ້ຖືເປັນກ້າວສຳຄັນສູ່ການພັດທະນາສ່ວນຕໍ່ປະສານສະໝອງ-ຄອມພິວເຕີ ທີ່ສາມາດຜະລິດສຽງເວົ້າອອກມາໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments