Sunday, September 8, 2024
Homeຂ່າວພາຍໃນແມ່ຍິງລາວຈົ່ງຮັກສາມູນເຊື້ອອັນດີງາມຂອງຕົນ ຄືກັບຮັກສາແກ້ວຕາຂອງຕົນ

ແມ່ຍິງລາວຈົ່ງຮັກສາມູນເຊື້ອອັນດີງາມຂອງຕົນ ຄືກັບຮັກສາແກ້ວຕາຂອງຕົນ

ກ່ອນໜ້ານີ້ 69 ປີ ຄືວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ ຊຶ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນນັບຕັ້ງແຕ່ມື້ສ້າງຕັ້ງເປັນຕົ້ນມາ ອົງການຈັດຕັ້ງແມ່ຍິງກໍໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງແມ່ຍິງລາວ ໂດຍມີແຜນດຳເນີນງານຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຕາມໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ. ຕະຫລອດ 69 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແມ່ຍິງລາວ ພາຍໃຕ້ການນຳພາຂອງພັກ, ລັດຖະບານ ກໍຄື ອົງການຈັດຕັ້ງສະຫະພັນແມ່ຍິງລາວ, ເອື້ອຍນ້ອງແມ່ຍິງໃນຂອບເຂດທົ່ວປະເທດ ໄດ້ຮັບການພັດທະນາຕໍ່ເນື່ອງ ແລະ ເຂັ້ມແຂງຮອບດ້ານ. ໃນໄລຍະຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ ມາເຖິງໃນໄລຍະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ຍາມໃດກໍຄຽງບ່າຄຽງໄຫລ່ ຮ່ວມກັບອ້າຍນ້ອງຊາຍ ໃນການປະຕິບັດວຽກງານທີ່ຕົນເອງຮັບຜິດຊອບ ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ເຊິ່ງເຫັນໄດ້ມີຜົນງານອັນອັນໂດດເດັ່ນ ແລະ ໃຫຍ່ຫລວງ, ຫລາຍທ່ານກາຍເປັນນັກຮົບ ແຂ່ງຂັນ ແລະ ວິລະຊົນແຫ່ງຊາດ.

ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງແຂວງຈຳປາສັກ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ພາຍໃຕ້ການນໍາພາຂອງພັກ ເອື້ອຍນ້ອງແມ່ຍິງ ມີສິດສະເໝີພາບສູງຂຶ້ນ, ໃນຂະນະດຽວກັນ ເອື້ອຍນ້ອງແມ່ຍິງ ກໍມີພັນທະຫລາຍຂຶ້ນ ຖ້າທຽບໃສ່ເອື້ອຍນ້ອງແມ່ຍິງ ກ່ອນມີການນຳພາຂອງພັກ, ແມ່ຍິງສະໄໝນັ້ນໄດ້ຖືກກົດຂີ່ຂູດຮີດບໍ່ໜ້ອຍ ຍ້ອນຮີດຄອງປະເພນີທີ່ບໍ່ສອດຄ່ອງ ແລະ ຍ້ອນການປົກຄອງໃນເວລານັ້ນ ເຮັດໃຫ້ແມ່ຍິງມີຂໍ້ຈຳກັດຫລາຍຢ່າງ ເປັນຕົ້ນ ແມ່ຍິງຕ້ອງເປັນແມ່ເຮືອນແມ່ຊານ, ຜົວເປັນຊ້າງທ້າວໜ້າ ສ່ວນເມຍເປັນຊ້າງທ້າວຫລັງ. ນອກນັ້ນ, ຍັງມີຄວາມເຊື່ອວ່າແມ່ຍິງບໍ່ສາມາດຫາເງິນໄດ້, ຕ້ອງເຝົ້າແຕ່ເຮືອນ. ແຕ່ພາຍຫລັງທີ່ມີພັກນຳພາເອື້ອຍນ້ອງແມ່ຍິງ ໄດ້ປະກອບສ່ວນເຂົ້າໃນວຽກງານຕ່າງໆ ມາຮອດປັດຈຸບັນ, ແມ່ຍິງໄດ້ກາຍເປັນການນຳຫລາຍຂຶ້ນ, ກາຍເປັນກົມການເມືອງ, ຮອງປະທານປະເທດ, ລັດຖະມົນຕີ, ເຈົ້າເມືອງ, ເປັນນາຍທະຫານ, ເປັນນັກການທູດ, ເປັນນັກບໍລິຫານ, ແມ່ຍິງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ສະເພາະແຂວງຈຳປາສັກ ເຫັນວ່າ ແມ່ຍິງ ໄດ້ດຳລົງຕຳແໜ່ງເປັນຄະນະປະຈຳ, ຄະນະພັກ, ເຈົ້າເມືອງ ເຊິ່ງໄດ້ສ່ອງແສງໃຫ້ເຫັນວ່າ ເອື້ອຍນ້ອງແມ່ຍິງ ລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ແມ່ຍິງໃນຍຸກປັດຈຸບັນ ຍັງມີຄວາມອົບອຸ່ນຂຶ້ນ, ແມ່ຍິງມີຄວາມສົດໃສຂຶ້ນ, ແມ່ຍິງມີສິດເສລີພາບສູງຂຶ້ນ, ແມ່ຍິງມີບົດບາດຫລາຍຂຶ້ນ ບໍ່ວ່າຈະເປັນບົດບາດໃນເວທີພາຍໃນ ຫລື ເວທີສາກົນ.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ຍັງຝາກເຖິງ ເອື້ອຍນ້ອງແມ່ຍິງລາວ ໃນຂອບເຂດທົ່ວປະເທດ ຈົ່ງຮັກສາມູນເຊື້ອອັນດີງາມຂອງຕົນ ຄືກັບຮັກສາແກ້ວຕາຂອງຕົນ ໂດຍສະເພາະຄວາມເປັນແມ່ຍິງລາວ ໃນການນຸ່ງສິ້ນທີ່ເປັນເອກະລັກ, ໃຫ້ສືບຕໍ່ຮັກສາ ແລະ ອະນຸລັກໄວ້ ໂດຍສະເພາະແມ່ຍິງຮຸ່ນໜຸ່ມ, ແມ່ຍິງຕ້ອງເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຄົາລົບ ແລະ ປະຕິບັດກົດໝາຍ, ເຂົ້າຮ່ວມໃນການປະຕິບັດສິດເອກະລາດເປັນເຈົ້າຕົນເອງ ເນື່ອງຈາກແມ່ຍິງໄດ້ມີບົດບາດຫລາຍ ຢູ່ໃນຄົວເຮືອນ ໃນການສ້າງເສດຖະກິດຄອບຄົວ.

#ຂ່າວອອນລາຍ#ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments