Sunday, September 8, 2024
Homeຂ່າວພາຍໃນລົດບັນທຸກ 22 ລໍ້ ຂົນຢາບ້າ 2 ລ້ານກວ່າເມັດ ແລະ ຢາໄອ 960 ຫໍ່

ລົດບັນທຸກ 22 ລໍ້ ຂົນຢາບ້າ 2 ລ້ານກວ່າເມັດ ແລະ ຢາໄອ 960 ຫໍ່

ວັນທີ 12 ກໍລະກົດ 2024 ຜ່ານມານີ້ ເວລາ ປະມານ 18 ໂມງ 30 ນາທີ ເຈົ້າໜ້າທີ່ຈຸດກວດການ້ຳທຸງ ແຂວງບໍ່ແກ້ວ ໄດ້ ກວດກາລົດບັນທຸກ 22 ລໍ້ ທີ່ແລ່ນມາແຕ່ທາງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມຸ້ງໜ້າໄປແຂວງຫຼວງນ້ຳທາ ເຈົ້າໜ້າທີ່ຕຳຫຼວດຈຸດກວດກາ ນ້ຳທຸງ ຈຶ່ງໄດ້ໃຫ້ສັນຍານຈອດເພື່ອກວດກາ ຈາກນັ້ນ ເຈົ້າໜ້າທີ່ຈື່ງໄດ້ຂໍອະນຸຍາດກວດຄົ້ນພາຫານະ ພົບເຫັນຜູ້ຂັບຂີ່ 01 ຄົນ ແລະ ຜູ້ມານຳ 01 ຄົນ ພ້ອມເປົ໋າປຸຍ ຈຳນວນ 300 ເປົາທີ່ບັນຈຸຢູ່ໃນຕູ້ສິນຄ້າ ເມື່ອເຈົ້າໜ້າທີ່ສອບຖາມກ່ຽວກັບເອກກະສານຕິດຄັດຂອງສິນຄ້າ ແລະ ກວດກາເບິ່ງພ້ອມທັງສອບຖາມຜູ້ຂັບຂີ່ລົດເຫັນວ່າບໍ່ກົງກັນ ທາງຜູ້ຂັບຂີ່ຈຶ່ງໄດ້ຈັບໂທລະສັບຍ່າງໄປມາມີທ່າທີສົງໃສເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ລົດໄວ້ ຊື່ທ້າວ ຕູ້ທໍ່ ໄຊເພຍຫຼວງຈົງເສີ, ສ່ວນຜູ້ມານຳໄດ້ແລ່ນເອົາຕົວຫຼົບໜີ ໄປໃນປ່າ.

ຕົກມາຮອດວັນທີ 13 ກໍລະກົດ 2024 ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວຜູ້ກ່ຽວ ພ້ອມລົດບັນທຸກ ຍີ່ຫໍ້ ເຈຟານ 22 ລໍ້ ເລກທະບຽນຫົວລາກ ບຫ 0429 ກຳແພງນະຄອນ ເລກທະບຽນຫາງລາກ ບອ 1701 ກຳແພງນະຄອນ ໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອດໍາເນີນການສືບສວນ-ສອບສວນ ຮອດວັນທີ 14 ກໍລະກົດ 2024 ເວລາ 12 ໂມງ 45 ນາທີ ເຈົ້າໜ້າທີ່ຈຶ່ງໄດ້ ກວດຄົ້ນຍານພາຫານະຄັນດັ່ງກ່າວ ຈຶ່ງພົບຢາເສບຕິດປະເພດຢາບ້າ ຈຳນວນ 1.021 ມັດ ເທົ່າກັບ 2.042.000 ເມັດ ນໍ້າໜັກ 2.042 ກິໂລກຣາມ ແລະ ຢາໄອສ໌ ຈຳນວນ 960 ຫໍ່ ໜັກ 960 ກິໂລກຣາມ ຢູ່ໃນຕູ້ບັນທຸກສິນຄ້າ ( ພື້ນໄມ້ແປ້ນອັດ ) ຕໍ່ກັບ ທ້າວ ຕູ້ທໍ່ ໄຊເພຍຫຼວງຈົງເສີ ທາງເຈົ້າໜ້າທີ່ຕຳຫຼວດວິຊາສະເພາະພວມດຳເນີນການສືບສວນ-ສອບສວນ ສ່ວນຜູ້ທີ່ໄດ້ເອົາຕົວຫຼົບໜີນັ້ນ ຮູ້ພາຍຫຼັງວ່າ ຊື່ທ້າວ ຈາຢາງ ປັດຈຸບັນທາງເຈົ້າໜ້າທີ່ຕຳຫຼວດຂອງພວກເຮົາ ແມ່ນພວມຕິດຕາມສືບຄົ້ນຫາຕົວຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງບໍ່ແກ້ວ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments