Sunday, September 8, 2024
Homeຂ່າວພາຍໃນການຊ້ອມຮົບຮ່ວມ ລາວ-ຈີນ “ໂລ້ກຳບັງມິດຕະພາບ 2024” ອັດລົງດ້ວຍຜົນສໍາເລັດອັນຈົບງາມ

ການຊ້ອມຮົບຮ່ວມ ລາວ-ຈີນ “ໂລ້ກຳບັງມິດຕະພາບ 2024” ອັດລົງດ້ວຍຜົນສໍາເລັດອັນຈົບງາມ

ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສໍາເລັດການຊ້ອມຮົບຮ່ວມ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2024”, ໃນວັນທີ 18 ກໍລະກົດ 2024, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີ ສະຫາຍ ພົນໂທ ຍີນ ຫົງເຫວິນ ຄະນະກໍາມະການການເມືອງ, ຫົວໜ້າກົມວຽກງານການເມືອງເຂດສູ້ຮົບພາກໃຕ້ ກອງທັບປົດປ່ອຍປະຊາຊົນຈີນ, ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ບັນດາການ ນຳພັກ-ລັດ, ຄະນະນຳກະຊວງປ້ອງກັນປະເທດ ຕະຫຼອດຮອດ ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ເຂົ້າຮ່ວມ.

ການຊ້ອມຮົບຮ່ວມໃນຄັ້ງນີ້ ໄດ້ສັງລວມເອົາ 5 ເນື້ອໃນຄື: ເນື້ອໃນທີ 1 ແມ່ນການສືບຂ່າວສະໜາມ ແລະ ຊ່ວຍເຫຼືອຕົວປະກັນ, ເນື້ອໃນທີ 2 ການຕໍ່ຕ້ານຍົນບໍ່ມີຄົນຂັບແບບສືບຂ່າວ ແລະ ໂຈມຕີກວດຈັບການເຄື່ອນໄຫວສະກັດໂດຣນສືບຂ່າວຂອງສັດຕູ, ເນື້ອໃນທີ 3 ກວດກູ້ທໍາລາຍລະເບີດໜ້າສະໜາມ, ປະຕິບັດການທາງຈິດຕະສາດ ແລະ ຕີພິເສດປິດລ້ອມດັບສູນ, ເນື້ອໃນທີ 4 ປະຕິບັດດັບສູນສັດຕູດ້ວຍກຳລັງໄຟໜັກ ແລະ ບຸກໂຈມຕີຈາກຫຼາຍທິດທາງ ແລະ ກອບກູ້ຜູ້ຖືກບາດເຈັບ ແລະ ເນື້ອໃນທີ 5 ສອງຝ່າຍຮ່ວມກັນດັບສູນ, ສິ້ນສຸດຊ້ອມຮົບ ແລະ ຈັດຕັ້ງຖອນກໍາລັງ.

ໃນໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ກ່າວວ່າ: ການເຄື່ອນໄຫວການຊ້ອມຮົບຮ່ວມກອງທັບ ລາວ-ຈີນ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2024” ຢູ່ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສິ້ນສຸດລົງ, ດ້ວຍຜົນສຳເລັດອັນຈົບງາມ ເຊິ່ງມັນໄດ້ສ້າງຄວາມສຳພັນໄມຕີມິດຕະພາບ ທີ່ໜ້າຈົດຈຳຢ່າງເພິ່ງພໍໃຈ ໃຫ້ແກ່ນາຍ ແລະ ພົນທະຫານຂອງສອງກອງທັບ ລາວ-ຈີນ ເຊິ່ງເປັນມິດຕະພາບທີ່ງົດງາມ ທີ່ສອງກອງທັບບໍ່ອາດຈະຫຼົງລືມໄດ້, ເຊິ່ງໄດ້ສະແດງອອກໃນຕະຫຼອດໄລຍະການເຄື່ອນໄຫວຫັດແອບ “ໂລ້ກຳບັງມິດຕະພາບ-2024” ເພື່ອນສະຫາຍນາຍ ແລະ ພົນທະຫານສອງກອງທັບ ລາວ-ຈີນ ໄດ້ອອກແຮງແຂ່ງຂັນກັນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງບໍ່ຮູ້ອິດເມື່ອຍ ແລະ ມີການແລກປ່ຽນກ່ຽວກັບຍຸດທະວິທີແບບໃໝ່ທີ່ທັນສະໄໜ, ເພື່ອບັນລຸໄດ້ເປົ້າໝາຍການບຸກຕີເຂົ້າລວງເລິກເປັນພາບດຽວ, ການບັນຊາມີແບບແຜນ, ບັນຊາແມ້ນຢຳ, ເຂົ້າເປົ້າໝາຍ ແລະ ການປະຕິບັດໜ້າທີ່ຖືກຕ້ອງຕາມຈຸດປະສົງ, ເພື່ອເຮັດໃຫ້ຄວາມສາມາດໃນການບັນຊາຊ້ອມຮົບຮ່ວມຂອງພວກເຮົາໄດ້ຮັບຜົນດີ, ນອກນັ້ນເພື່ອນສະຫາຍ ລາວ-ຈີນ ໄດ້ມີການພົບປະສ້າງສັນແລກປ່ຽນພາສາຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຕະຫຼອດຮອດການເຄື່ອນໄຫວກິດຈະກຳ, ສີລະປະ-ວັນນະຄະດີ-ກິລາ ແລະ ອື່ນໆ, ພິເສດການເຄື່ອນໄຫວຊ້ອມຮົບຮ່ວມ ກອງທັບ ລາວ-ຈີນ ໃນຫົວຂໍ້ “ໂລ້ກຳບັງມິດຕະພາບ-2024” ຄັ້ງນີ້ຈະສິ້ນສຸດລົງແລ້ວກໍຕາມ, ມິດຕະພາບຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບລາວ-ຈີນ ຍັງຄົງຢືນຢັນຄວາມເຊື່ອໝັ້ນ ແລະ ຮັກແພງຄວາມສາມັກຄີກັນຢ່າງດູດດື່ມຕະຫຼອດໄປ ແລະ ບໍ່ມີວັນຈະຈືດຈາງລົງໄດ້, ກອງທັບປະຊາຊົນລາວເຊື່ອໝັ້ນວ່າ ມິດຕະພາບຂອງສອງຊາດ, ສອງກອງທັບ ລາວ-ຈີນ ຈະໄດ້ຮັບການສົ່ງເສີມໃຫ້ຍືນຍົງ ຢູ່ຄູ່ສາຍໃຈຂອງປະຊາຊົນສອງຊາດ ລາວ-ຈີນ ຕະຫຼອດໄປ.

ຈາກນັ້ນ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍໄດ້ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ແລະ ປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຄະນະຊີ້ນຳ, ກຳລັງຊ້ອມຮົບຝ່າຍຈີນ, ໃຫ້ກຽດປະດັບໂດຍສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ແລະ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕາມລໍາດັບ.

ໂດຍ: ຄຳອ້າຍ ທອງວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments