Sunday, September 8, 2024
HomeUncategorizedຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ

ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະມາຄົມມິດຕະພາບ ກໍາປູເຈຍ-ລາວ ຂັ້ນສູນກາງ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ນຳໂດຍ ທ່ານ ຄໍາໃບ ດໍາລັດ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ ແຕ່ວັນທີ 08-12 ກໍລະກົດ 2024.

ໃນວັນທີ 08 ກໍລະກົດ 2024, ໄດ້ຈັດກອງປະຊຸມພົບປະລະຫວ່າງ ຄະ​ນະ​ຜູ້​ແທນ ສະ​ມາ​ຄົມ ມິດ​ຕະ​ພາບ ລາວ-ກໍາປູເຈຍ ແລະ ສະມາຄົມມິດຕະພາບ ກໍາປູເຈຍ-ລາວ. ຝ່າຍ ລາວ ນຳໂດຍ ທ່ານ ຄຳໃບ ດຳລັດ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ພົອ. ນຽງ ພາດ, ສະມາຊິກສະພາສູງ, ປະທານສະມາຄົມມິດຕະພາບ ກໍາປູເຈຍ-ລາວ ຂັ້ນສູນກາງ. ໃນ​ກອງປະຊຸມພົບປະສອງຝ່າຍ ໄດ້ຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາ ເຫັນວ່າ ການພົວພັນຮ່ວມມືຍັງສືບຕໍ່ໄດ້ຮັບການພັດທະນາ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະ ແຈ້ງສະພາບການພົ້ນເດັ່ນ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃຫ້ກັນຊາບ. ສອງຝ່າຍເຫັນດີສືບຕໍ່ກົນໄກການແລກປ່ຽນ, ຊຸກຍູ້ການໄປມາຫາສູ່ ແລະ ສ້າງກິດຈະກໍາຮ່ວມກັນລະຫວ່າງປະຊາຊົນ ຮ່ວມມືລະຫວ່າງນັກທຸລະກິດ ຂອງສອງປະເທດ ໂດຍສະເພາະຢູ່ເຂດຊາຍແດນ ເພື່ອສ້າງຊາຍແດນເປັນຊາຍແດນແຫ່ງມິດຕະພາບ, ສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ.

ນອກຈາກພົບປະສອງຝ່າຍ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ຍັງໄດ້ພົບປະກັບ ທ່ານ ແຍມ ວາລີ, ຜູ້ປະຈໍາການເລຂາທິການໃຫຍ່ແນວໂຮມສາມັກຄີພັດທະນາມະຕຸພູມກໍາປູເຈຍ ແລະ ທ່ານ ມາງ ສີເນັດ, ເຈົ້າແຂວງພຣະສີຫານຸ. ການພົບປະແຕ່ລະບ່ອນ ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກໍາປູເຈຍ ທີ່ນັບມື້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ແລະ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະຝ່າຍໃຫ້ກັນຊາບ. ນອກນັ້ນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂັ້ນສູນກາງ ຍັງໄດ້ຢ້ຽມຊົມຫໍພິພິທະພັນ ເຕໂຈ ແຫ່ງຊາດ, ຢ້ຽມຊົມຫໍພິພິທະພັນແຫ່ງຊາດ, ຢ້ຽມຢາມສະຖານ ທີ່ທ່າເຮືອ ແລະ ເຂດເສດຖະກິດພິເສດພຣະສີຫະນຸ ຢູ່ນະຄອນຫຼວງພະນົມເປັນ ແລະ ແຂວງພຣະສີຫະນຸ ຈໍານວນໜຶ່ງ.

ການຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້ ຖືເປັນການປະກອບສ່ວນໃນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments