Sunday, September 8, 2024
Homeທຸລະກິດປັດຈຸບັນ ຄໍາມ່ວນ ປູກພືດລະດູຝົນໄດ້ແລ້ວ 13,196 ເຮັກຕາ

ປັດຈຸບັນ ຄໍາມ່ວນ ປູກພືດລະດູຝົນໄດ້ແລ້ວ 13,196 ເຮັກຕາ

ໃນລະດູຝົນປີ 2024 ທົ່ວແຂວງມີເນື້ອທີ່ແຜນການປູກພືດລວມໃນລະດູຝົນທັງໝົດ 13.261 ເຮັກຕາ, ໃນນີ້ ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານ 2.534 ເຮັກຕາ, ຄາດຄະເນຜົນຜະລິດ 27.204 ໂຕນ, ເນື້ອທີ່ປູກພືດເພື່ອເປັນສິນຄ້າ 10.727 ເຮັກຕາ, ຄາດຄະເນຜົນຜະລິດ 186.627 ໂຕນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງການປູກພືດລວມໃນທົ່ວແຂວງ ມາຮອດປັດຈຸບັນໄດ້ 13.196 ເຮັກຕາ ເທົ່າກັບ 99,51% ຂອງເນື້ອທີ່ແຜນການທັງໝົດ, ໃນນັ້ນເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ແລ້ວ 1.983 ເຮັກຕາ ເທົ່າກັບ 78,26 % ຂອງເນື້ອທີ່ແຜນການ, ເນື້ອທີ່ປູກພືດເພື່ອເປັນສິນຄ້າປະຕິບັດໄດ້ແລ້ວ 11.213 ເຮັກຕາ ເທົ່າກັບ 104,53 % ຂອງເນື້ອທີ່ແຜນການ.

ສໍາລັບເມືອງທີ່ມີເນື້ອທີ່ແຜນການປູກພືດລະດູຝົນຫຼາຍກວ່າໝູ່ແມ່ນ ເມືອງໄຊບົວທອງ, ເມືອງຄູນຄໍາ, ເມືອງຍົມມະລາດ, ເມືອງນາກາຍ ແລະ ເມືອງທ່າແຂກ ຕາມລໍາດັບ, ແຕ່ກໍມີເມືອງຈໍານວນໜຶ່ງທີ່ການຈັດຕັ້ງປະຕິບັດຕົວຈິງໄດ້ລື່ນແຜນການທີ່ວາງໄວ້ເຊັ່ນ: ເມືອງຍົມມະລາດ, ເມືອງບົວລະພາ ແລະ ເມືອງຄູນຄໍາເປັນຕົ້ນ .

ຂ່າວ: ແດງສະຫວັດ ແສນພານິດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments