Sunday, September 8, 2024
Homeຂ່າວພາຍໃນສຳມະນາການຈັດຕັ້ງປະຕິບັດກົນໄກການປະສານງານ ລະຫວ່າງ ກບຜ ກັບ ບັນດາກະຊວງ-ອົງການທີ່ກ່ຽວຂ້ອງ

ສຳມະນາການຈັດຕັ້ງປະຕິບັດກົນໄກການປະສານງານ ລະຫວ່າງ ກບຜ ກັບ ບັນດາກະຊວງ-ອົງການທີ່ກ່ຽວຂ້ອງ

ກອງປະຊຸມສຳມະນາການຈັດຕັ້ງປະຕິບັດກົນໄກການປະສານງານລະຫວ່າງກຳມາທິການບັນດາເຜົ່າ ກັບບັນດາກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນໃນວັນທີ 18-19 ກໍລະກົດ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທັດ​ສະ​ດາ​ພອນ ຈັນທະ​ມາດ ຮອງປະທານກຳມາທິການບັນ ດາເຜົ່າ (ກບຜ) ເຊິ່ງທ່ານກ່າວວ່າ: ຈຸດປະສົງຂອງກອງ​ປະຊຸມ ກໍ​ເພື່ອ​ທົບທວນຄືນ​ການຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ ​ໜ້າ​ທີ່ຂອງ​ກະຊວງ-ອົງການ ຕາມ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ, ນິຕິ​ກຳ​ໃຕ້​ກົດໝາຍທີ່​ກ່ຽວຂ້ອງ​ ໃນ​ການ​ຕິດຕາມ​ກວດກາ,​ ການ​ເຄື່ອນ​ໄຫວ​ວຽກ​ງານຂອງ​ກຳມາ​ທິການ​ບັນດາ​ເຜົ່າ​ ໄລຍະ​ຜ່ານ​ມາ; ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​​ການຈັດ​ຕັ້ງ​ປະຕິບັດມະຕິຂອງຄະນະປະຈຳ​ສະພາ​ແຫ່ງ​ຊາດ ວ່າດ້ວຍກົນໄກການປະສານງານລະຫວ່າງກໍາມາທິການບັນດາເຜົ່າສະພາແຫ່ງຊາດ ກັບ ບັນດາກະຊວງ-ອົງ ການທີ່ກ່ຽວຂ້ອງ ສະບັບ​ເລກທີ 109/ຄປຈ, ລົງ​ວັນ​ທີ 11/5/2023 ​ໃນ​ຕໍ່ໜ້າ ທັງເປັນການ​ຍົກ​ສູງຄຸນ​ນະພາ​ບ​​ການ​ເຄື່ອນ​ໄຫວ​ວຽກ​ງານ ​ຕາມ 3 ພາລະ​ບົດບາດຂອງ​ສະພາ​ແຫ່ງ​ຊາດ. ​ທ່ານໃຫ້ຮູູ້ອີກວ່າ ກອງ​ປະຊຸມ​​ຄັ້ງ​ນີ້ ຈະ​ໄດ້​ແລກປ່ຽນ​ບົດ ຮຽນກ່ຽວ​ກັບການຈັດ​ຕັ້ງ​ປະຕິບັດ​ມະຕິດັ່ງກ່າວໃນ​ໄລ​ຍະ​ຜ່ານ​ມາ ວ່າ​ມີ​ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ແລະ ຈະ​ມີ​ວິທີ​ການ​ແກ້​ໄຂ​ແນວ​ໃດ​​ໃນ​ຕໍ່ໜ້າ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຕີລາຄາການຈັດ​ຕັ້ງ​ປະຕິບັດມະຕິສະບັບ​ເລກທີ 109/ຄປຈ, ລົງວັນທີ 11/5/2023 ໃນໄລຍະຜ່ານມາ ແລະ ການປະກອບຄໍາເຫັນຂອງຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນນະຄອນຫຼວງວຽງຈັນ, ບັນດາຜູ້ຕາງໜ້າຈາກສູນກາງແນວລາວສ້າງຊາດ, ກະຊວງພາຍໃນ, ກະຊວງກະສິກຳ ແລະ ປ່າ ໄມ້, ສູນກາງສະຫະພັນແມ່ຍິງລາວ, ສູນກາງສະຫະພັນກຳມະບານລາວ, ສູນກາງຊາວໜຸ່ມປະຊາຊົນປະຕິິວັດລາວ, ກະຊວງການ ຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນ ປະເທດ, ກຳມາ​ທິການປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທະນາ ຄານ​ພັດທະນາ​ຊົນນະບົດ (ທະນາຄານ​ນະ​ໂຍບາຍ).

ກອງປະ​ຊຸມ​ຄັ້ງນີ້ ​ໄດ້​ຮັບ​ການສະໜັບສະໜູນຊ່ວຍ​ເຫຼືອທາງ​ດ້ານ​ງົບປະມານ​ຈາກ​ໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແກ່​ສະພາ​ແຫ່ງ​ຊາດ ​ແລະ ສະ​ພາ​ປະຊາຊົນ​ແຂວງ ຫຼື ສະ​ເຕັບ​ສ໌ (STEPs) ​ໂດຍ​ຜ່ານ​ກອງ​ເລຂາ​ຄຸ້ມ​ຄອງ​ແຫຼ່ງທຶນ​ຊ່ວຍ​ເຫຼືອລ້າ​ໃຫ້​ແກ່​ສະພາ​ແຫ່ງ​ຊາດ.

ຂ່າວ: ກົງ​ທະນູ​ຄຳ ພິພັດ​ເສລີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments