Sunday, September 8, 2024
Homeຂ່າວພາຍໃນປິດຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຄັ້ງທີ 30

ປິດຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຄັ້ງທີ 30

ຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຄັ້ງທີ 30 ທີ່ດໍາເນີນມາແຕ່ ວັນທີ 06 ພຶດສະພາ ຫາ ວັນທີ 19 ກໍລະກົດ 2024 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນຕອນເຊົ້າວັນທີ 19 ກໍລະກົດ 2024 ທີ່ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ. ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຍອຍສາຍຄຳ, ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

ຊຸດຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດຄັ້ງນີ້ມີຄູຝຶກຈາກສະຖາບັນ ສວທ, ກົມພັດທະນາການທ່ອງທ່ຽວ, ກົມ ຄຸ້ມຄອງການທ່ອງທ່ຽວ, ກົມໂຄສະນາການທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດ, ຕຳຫຼວດທ່ອງທ່ຽວ, ຕຳຫຼວດ ກວດຄົນເຂົ້າ-ອອກເມືອງ, ສະມາຄົມທຸລະກິດທ່ອງທ່ຽວລາວ, ສະມາຄົມພະນັກງານນໍາທ່ຽວລາວ, ກະຊວງ ສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາຫຼ້າ ຍອຍສາຍຄຳ, ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ. ກ່າວໃນພິທີມອບໃບຢັ້ງຢືນໃຫ້ຜູ້ສໍາເລັດຊຸດຝຶກອົບຮົມຄັ້ງນີ້ວ່າ: ຂ້າພະເຈົ້າຕີລາຄາສູງຕໍ່ຜົນສໍາເລັດຂອງຊຸດຝຶກອົບຮົມໃນຄັ້ງນີ້ ທີ່ເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາບຸກຄະລາກອນທ່ອງທ່ຽວລາວໃຫ້ມີຄວາມເຂັ້ມແຂງ ເວົ້າລວມ, ເວົ້າສະເພາະກໍ່ຄືການພັດທະນາພະນັກງານນໍາທ່ຽວລະດັບຊາດ ຂອງ ສປປ ລາວ ທີ່ມີຫຼາຍພາສາໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການບໍລິການນໍາທ່ຽວ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ນັກທ່ອງທ່ຽວໄດ້ຢ່າງມີປະສິດທິພາບສູງໃຫ້ສົມກັບຄໍາເວົ້າທີ່ວ່າ “ພະນັກງານນໍາທ່ຽວປຽບເໝືອນທູດວັດທະນະທຳ”.

ເຖິງແມ່ນວ່າຜົນສໍາເລັດໃນການຈັດຕັ້ງການຝຶກອົບຮົມພະນັກງານນໍາທ່ຽວລະດັບຊາດໃນຄັ້ງນີ້ໄດ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍເປັນຢ່າງດີກໍຕາມ, ແຕ່ເປັນພຽງຜົນສໍາເລັດຂັ້ນພື້ນຖານເທົ່ານັ້ນ ຊຶ່ງໃນທາງປະຕິບັດຕົວຈິງ, ບັນດານັກສຳມະນາກອນທີ່ຜ່ານຊຸດຝຶກອົບຮົມໃນຄັ້ງນີ້ຍັງຈະຕ້ອງສືບຕໍ່ເອົາໃຈໃສ່ຝຶກຝົນຫລໍ່ຫລອມຕົນເອງ, ສືບຕໍ່ຄົ້ນຄວ້າບົດຮຽນ ແລະ ຊອກຮູ້ຮໍ່າຮຽນຕື່ມອີກ ທັງນີ້ກໍ່ເພື່ອເຮັດໃຫ້ການປະກອບອາຊີບນໍາທ່ຽວເປັນມືອາຊີບຍິ່ງຂຶ້ນ ປະສິດທິພາບສູງ ແລະ ໜ້າປະທັບໃຈແກ່ຜູ້ໃຊ້ບໍລິການ. ສາມາດສະໜອງການບໍລິການນໍາທ່ຽວໃຫ້ມີອີກອັນໜື່ງ, ສະເໜີມາຍັງຄະນະຮັບຜິດຊອບ, ຄະນະສະຖາບັນ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງເພີ່ມທະວີການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ, ສືບຕໍ່ຄົ້ນຄວ້າ, ຊອກວິທີທາງອື່ນໆຕື່ມອີກ ເພື່ອພັດທະນາບຸກຄະລາກອນທ່ອງທ່ຽວລາວໃຫ້ມີຄຸນນະພາບທີ່ດີຂຶ້ນໄປເລື່ອຍໆ ໃຫ້ທຽບເທົ່າກັບພາກພື້ນອາຊຽນ ແລະ ສາກົນ.

ຊຸດຝຶກອົບຮົມພະນັກງານນໍາທ່ຽວ ລະດັບຊາດ ຄັ້ງທີ 30 ມີຜູ້ເຂົ້າຮ່ວມທັງໝົດ 84 ຄົນ, ຍິງ 55 ຄົນ, ໃນນີ້ມີ ພາສາອັງກິດ 38 ຄົນ, ພາສາຈີນ 12 ຄົນ, ພາສາເກົາຫຼີ 6 ຄົນ, ພາສາຫວຽດນາມ 6 ຄົນ, ແອັດສະປາຍໂຍນ 5 ຄົນ, ເຢຍລະມັນ 3 ຄົນ, ຝຣັ່ງ 4 ຄົນ, ໂຮນລັງ 2 ຄົນ, ອີຕາລີ 1 ຄົນ, ກຳປູເຈຍ 1 ຄົນ, ນອກຈາກນັ້ນແມ່ນພາສາໄທປະສົມກັບພາສາອື່ນໆ.

ສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມເຂົ້າໃຈທີ່ດີ, ສາມາດສ້າງລາຍການນໍາທ່ຽວ, ສາມາດສາທິດການນໍາທ່ຽວ, ໃຫ້ຂໍ້ມູນ ແລະ ສື່່ຄວາມໝາຍສິ່ງຕ່າງໆ ຫຼື ແຫຼ່ງທ່ອງທ່ຽວຕ່າງໆ ໃຫ້ແກ່ນັກທ່ອງທ່ຽວໄດ້ດີພໍສົມຄວນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments