Sunday, September 8, 2024
Homeຂ່າວພາຍໃນຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມ ສະໂມສອນເພື່ອນຣັດເຊຍ ຜ່ານວິດີໂອທາງໄກ

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມ ສະໂມສອນເພື່ອນຣັດເຊຍ ຜ່ານວິດີໂອທາງໄກ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ “ສະໂມສອນເພື່ອນຣັດເຊຍ” ພາຍໃຕ້ຫົວຂໍ້ “ການພົວພັນກັນໃນໂລກ: ການພົວພັນແລກປ່ຽນ ລະຫວ່າງ ອະລິຍະທໍາ ແລະ ວັດທະ ນະທໍາ ອັນເປັນພື້ນຖານຂອງການຢູ່ຮ່ວມກັນໂດຍສັນຕິ ຂອງບັນດາປະເທດ” ຜ່ານວິດີໂອທາງໄກ ໃນວັນທີ 18 ກໍລະກົດ 2024 ນີ້, ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກ 25 ປະເທດ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ເປັນຂໍ້ລິເລີ່ມຂອງພັກຣັດເຊຍເອກະພາບ ເພື່ອເສີມຂະຫຍາຍການພົວພັນແລກປ່ຽນ ລະຫວ່າງ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ເຊິ່ງກອງປະຊຸມໄດ້ຍົກໃຫ້ເຫັນຄວາມສຳຄັນໃນການພັດທະນາ ແລະ ອະນຸລັກ ຄວາມ ເປັນເອກະລັກ, ອະລິຍະທໍາ ຂອງບັນດາປະເທດ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາ, ຮັບປະກັນຄວາມໝັ້ນຄົງ ແລະ ສັນຕິພາບ ຂອງໂລກ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ແລກປ່ຽນ ກ່ຽວກັບສິ່ງທ້າທ້າຍຕໍ່ກັບການພັດ ທະນາອະລິຍະທໍາ ແລະ ການອະນຸລັກວັດທະນະທໍາ ຂອງບັນດາປະເທດ, ເສີມຂະຫຍາຍການຮ່ວມມື, ການຢູ່ຮ່ວມກັນໂດຍສັນຕິຂອງບັນດາປະເທດ ທີ່ມີຄວາມແຕກຕ່າງທາງດ້ານອະລິຍະທໍາ ແລະ ວັດທະນະທໍາ. ນອກນີ້, ບັນດາຜູ້ແທນກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາລັດຖະບານ ແລະ ພັກການເມືອງໃນພາກພື້ນ ກໍຄື ປະຊາຄົມໂລກ ຈົ່ງຮ່ວມມືກັນ ແລະ ວາງນະໂຍບາຍທີ່ເໝາະສົມ ເພື່ອສະກັດກັ້ນ ແລະ ຮັບມືກັບສິ່ງທ້າທາຍຕ່າງໆ ທີ່ເປັນໄພຂົ່ມຂູ່ຕໍ່ການປົກປັກຮັກສາວັດທະນະທຳ ແລະ ອະລິຍະທໍາ ທີ່ມີຄວາມຫລາກຫລາຍໃນໂລກ.

ໃນໂອກາດນີ້, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ, ຂອງພັກຣັດເຊຍເອກະພາບ; ສະແດງຄວາມ ຍິນດີຕໍ່ແນວຄິດລິເລີ່ມດັ່ງ ກ່າວ, ໃນການພົວພັນແລກປ່ຽນ ລະ ຫວ່າງ ອະລິຍະທໍາ ແລະ ວັດທະນະທໍາ; ຍົກໃຫ້ເຫັນການພັດທະ ນາອະລິຍະທໍາຂອງພາກພື້ນອາຊີ-ປາຊີຟິກ ໃນຂອບອາຊຽນ ກໍຄື ອະລິຍະທໍາຂອງປະເທດລາວ ທີ່ໄດ້ຮັບການພັດທະນາມາແຕ່ສະໄໝບູຮານ ເພື່ອເຊື່ອມໂຍງວັດທະນະທໍາ ແລະ ສິລະປະສູ່ ສັນ ຕິພາບ ແລະ ການພັດທະນາໃນພາກພື້ນ. ພັກ ປປ ລາວ ໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງ ໃນການເສີມຂະຫຍາຍຄຸນຄ່າທາງວັດທະນະ ທໍາທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມ ຢ່າງບໍ່ຢຸດຢັ້ງ; ຖືເອົາການສ້າງຄວາມຈະເລີນດ້ານເສດຖະກິດ ຄຽງຄູ່ກັບການສ້າງຄວາມສີວິໄລ ດ້ານຈິດໃຈ; ຮັບປະກັນການພັດທະນາປະເທດຊາດແບບຍືນຍົງ ແລະ ໝັ້ນຄົງ.

ບົນພື້ນຖານດັ່ງກ່າວ, ພັກ ປປ ລາວ ໄດ້ວາງແນວທາງນະໂຍ ບາຍ ເພື່ອອະນຸລັກ, ສົ່ງເສີມ ແລະ ພັດທະນາວັດທະນະທໍາຂອງຊາດ, ອະນຸລັກຟື້ນຟູບັນດາມໍລະດົກວັດທະນະທໍາທາງວັດຖຸ ແລະ ນາມມະທໍາ ລວມທັງ ວັດຖຸບູຮານ ແລະ ຮ່ອງຮອຍປະຫວັດສາດ; ເອົາໃຈໃສ່ເຜີຍແຜ່ບັນດາຄຸນຄ່າດ້ານຈິດໃຈທີ່ກ້າວໜ້າໃນຍຸກສະໄໝ ເພື່ອຍົກລະດັບການພັດທະນາວັດທະນະ ທໍາອັນດີງາມທີ່ເປັນເອກະລັກຂອງຊາດໃຫ້ສູງຂຶ້ນ ແລະ ກົມກືນກັບຍຸກສະໄໝ. ພ້ອມທັງ ສະ ແດງຄວາມໝາຍໝັ້ນຂອງພັກ ປປ ລາວ ໃນການສືບຕໍ່ປຶກສາຫາລື ແລະ ຮ່ວມມືກັບບັນດາພັກການເມືອງ ກໍຄື ບັນດາປະເທດເພື່ອນມິດ ເພື່ອສົ່ງເສີມການພົວພັນແລກປ່ຽນ ລະຫວ່າງ ບັນດາອະລິຍະທໍາ ແລະ ວັດທະນະ ທໍາ ຂອງບັນດາປະເທດຕ່າງໆ ເພື່ອສັນຕິພາບ, ຄວາມໝັ້ນຄົງ, ມິດຕະພາບ, ການຮ່ວມມືເພື່ອການພັດທະນາ, ຄວາມຈະເລີນ ຮຸ່ງເຮືອງ ແລະ ການຢູ່ຮ່ວມກັນໂດຍສັນຕິຂອງບັນດາປະຊາຊາດໃນໂລກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments