Sunday, September 8, 2024
HomeUncategorizedຫົວຫນ້າ ອົງການສະຫະປະຊາຊາດ ປະຈໍາລາວ ແລະ ຫົວຫນ້າ ອົງການສະຫະປະຊາຊາດ ດ້ານເຄຫະສະຖານ ປະຈໍາ ສປປ ລາວ ຕິດຕາມໂຄງການຊ່ວຍເຫຼືອລ້າຂອງອົງການ ທີ່ແຂວງສະຫວັນນະເຂດ

ຫົວຫນ້າ ອົງການສະຫະປະຊາຊາດ ປະຈໍາລາວ ແລະ ຫົວຫນ້າ ອົງການສະຫະປະຊາຊາດ ດ້ານເຄຫະສະຖານ ປະຈໍາ ສປປ ລາວ ຕິດຕາມໂຄງການຊ່ວຍເຫຼືອລ້າຂອງອົງການ ທີ່ແຂວງສະຫວັນນະເຂດ

******

ຕອນເຊົ້າຂອງວັນທີ 18 ກໍລະກົດ 2024 ທີ່ໂຮງແຮມແມັກເຄຍໂຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ຫົວໜ້າອົງການສະຫະປະຊາຊາດ ແລະ ຄະນະນໍາທີມງານຂອງອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມທົບທວນຄວາມຄືບໜ້າ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ຂັ້ນທ້ອງຖິ່ນແບບສະໝັກໃຈ, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ, ທ່ານ Bakhodir Burkhanov (ບາໂກເດຍ ບູການອບ) ຫົວຫນ້າອົງການສະຫະປະຊາຊາດ ປະຈໍາລາວ ແລະ ທ່ານ Avi Sarkar (ອາວີ ຊາກາ) ທີ່ປຶກສາປະຈໍາພາກພື້ນອາຊີ, ຫົວຫນ້າອົງການສະຫະປະຊາຊາດ ດ້ານເຄຫະສະຖານ ປະຈໍາ ສປປ ລາວ, ມີບັນດາຜູ້ຕາງໜ້າກະຊວງ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ບັນດາພະແນກການແຂວງ, ນະຄອນປາກເຊ ແລະ ນະຄອນ ໄກສອນ ພົມວິຫານ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນພົມວິຫານ ຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ ເປັນສິ່ງສຳຄັນທີ່ຈະຮັບຮູ້ເຖິງຄວາມສຳຄັນຂອງຂະບວນການ ທົບທວນຄວາມຄືບຫນ້າ ຕໍ່ແຜນພັດທະນາ ເສດທະກິດສັງຄົມ ຂັ້ນທ້ອງຖີ່ນ ແບບສະໝັກໃຈ, ສາມາດເປັນເຄື່ອງມື ທີ່ມີປະສິດທິພາບ ໃນການປະເມີນຄວາມຄືບໜ້າຂອງພວກເຮົາຕໍ່ກັບເປົ້າໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP). ນອກນີ້ ຍັງສາມາດສົ່ງເສີມການມີສ່ວນຮ່ວມ ຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ເພີ່ມທະວີການປົກຄອງທ້ອງຖິ່ນ. ແຂວງສະຫວັນນະເຂດ ແມ່ນມຸ່ງໝັ້ນ ໃນການພັດທະນາຕົວເມືອງ ແບບຍືນຍົງ ແລະ ບັນລຸເປົ້າໝາຍ SDGs. ກອງປະຊຸມຄັ້ງນີ້ ເປັນບາດກ້າວທີ່ສຳຄັນ ໃນການສ້າງຊຸມຊົນທີ່ເຂັ້ມແຂງ ແລະ ຍືນຍົງ ໂດຍການມີສ່ວນຮ່ວມໃນຂະບວນການ VLR, ພວກເຮົາມີຈຸດປະສົງ ເພື່ອເສີມຂະຫຍາຍຄວາມສາມາດ ຂອງພວກເຮົາໃນການຕິດຕາມ ແລະ ປະເມີນຄວາມຄືບຫນ້າ, ກໍານົດພື້ນທີ່ສໍາລັບການປັບປຸງ ແລະ ຈັດວາງຍຸດທະສາດທ້ອງຖິ່ນ ກັບກອບພັດທະນາລະດັບຊາດ ແລະ ທົ່ວໂລກ.

ໃນກອງປະຊຸມ ຄະນະທີມງານຂອງອົງການສະຫະປະຊາຊາດ ກໍໄດ້ມີການແນະນໍາແນວຄວາມຄິດຂອງ VLR, ແບ່ງປັນປະສົບການຂອງພາກພື້ນ ໃນຫຼັກການພັດທະນາຂອງຊຸມຊົນ, ອົງກອນ, ດ້ານສະຫວັດດີການ ເພື່ອເປັນການປຶກສາຫາລື ແລະ ແລກປ່ຽນສົນທະນາ, ແບ່ງປັນຄວາມເຂົ້າໃຈ ເພື່ອໃຫ້ສາມາດຮັບຮູ້ ແລະ ປັບຕົວກັບຄວາມຕ້ອງການຂອງທ້ອງຖິ່ນ.

ຈາກນັ້ນ ໃນຕອນບ່າຍຂອງມື້ດຽວກັນ ຄະນະປະທານກອງປະຊຸມ ແລະ ຜູ້ທີ່ເຂົ້າຮ່ວມ ຍັງໄດ້ສືບຕໍ່ລົງຢ້ຽມຢາມ ແລະ ຕິດຕາມໂຄງການຊ່ວຍເຫຼືອລ້າຂອງອົງການສະຫະປະຊາຊາດ ທີ່ເມືອງໄຊພູທອງ ໃນໂຄງການສ້າງຄວາມເຂັ້ມແຂງ ເພື່ອຫຼຸດຜ່ອນໄພພິບັດ ໃນບັນດາຕົວເມືອງນ້ອຍທີ່ມີຄວາມສ່ຽງ ໃນ ສປປ ລາວ, ໂອກາດນີ້ ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ໄດ້ກ່າວຕ້ອນຮັບ, ພ້ອມລາຍງານກ່ຽວກັບໂຄງການຊ່ວຍເຫຼືອລ້າ ຈາກອົງການສະຫະປະຊາຊາດຢູ່ພາຍໃນເມືອງ, ໂດຍອົງການໄດ້ໃຫ້ການຊ່ວຍເຫຼືອໃນການສ້າງແຜນແມ່ບົດ ໃນການວາງແຜນຜັງເມືອງ, ການຄຸ້ມຄອງນໍາໃຊ້ທີ່ດິນ ກໍຄືການວາງແຜນພັດທະນາເສດຖະກິດ-ສັງຄົມ, ໂດຍມີວຽກຊ່ວຍເຫຼືອໃນການກໍ່ສ້າງໂຄງລ່າງພື້ນຖານ ປະກອບມີ 2 ໄລຍະຄື: ໄລຍະທີ 1: ແມ່ນວຽກການກໍ່ສ້າງສະຖານີດູດນໍ້າດິບ ຮ່ວມກັບ ວຽກການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ເຊິ່ງໄລຍະເວລາການກໍ່ສ້າງ ກໍານົດເວລາ 8 ເດືອນ ມີມູນຄ່າ 3 ແສນ 25 ພັນ 271 ກວ່າໂດລາສະຫະລັດ ໂດຍກໍ່ສ້າງສໍາເລັດ 100%, ໄລຍະທີ 2: ແມ່ນວຽກການກໍ່ສ້າງໂຮງງານຜະລິດນໍ້າປະປາ ຂະໜາດ 3 ພັນ 600 ແມັດກ້ອນຕໍ່ວັນ, ວຽກງານການກໍ່ສ້າງອ່າງເກັບນໍ້າ 400 ແມັດກ້ອນ ແລະ ວຽກງານການກໍ່ສ້າງສະຖານີສົ່ງນໍ້າສະອາດ 260 ແມັດກ້ອນ, ເຊິ່ງໄລຍະເວລາການກໍ່ສ້າງແມ່ນ 12 ເດືອນ, ສາມາດຈັດຕັ້ງປະຕິບັດໄດ້ 64,98% ມູນຄ່າການກໍ່ສ້າງ 1 ລ້ານ 5 ແສນ 51 ພັນ 835 ໂດລາສະຫະລັດ. ຕາມການປະເມີນວຽກງານທັງ 2 ໄລຍະ ຈະສາມາດສ້າງຜົນປະໂຫຍດກວມເອົາຂອບເຂດຂອງໂຄງການ ຈໍານວນ 16 ບ້ານ ມີປະຊາກອນ 24 ພັນ 143 ຄົນ ໃນ 4 ພັນ 643 ຄອບຄົວ ເຊິ່ງກວມເອົາ 44,78% ຂອງຈໍານວນປະຊາກອນພາຍໃນເມືອງທີ່ຈະສາມາດ ນໍາໃຊ້ນໍ້າປະປາໄດ້ຕະຫຼອດ 24 ຊົ່ວໂມງ.

ການຊ່ວຍເຫຼືອຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການ ແລະ ການຄອງຄອຍຂອງປະຊາຊົນ ທີ່ຕ້ອງການຢາກມີນໍ້າສະອາດໃຊ້ ເຊິ່ງການຊ່ວຍເຫຼືອຄັ້ງນີ້ຖືເປັນການປະກອບສ່ວນທີ່ສໍາຄັນ ແລະ ໃຫຍ່ຫຼວງໃນການພັດທະນາເມືອງໄຊພູທອງ./

ພາບ-ຂ່າວ:ນະຄອນ ໄກສອນ ພົມວິຫານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments