Sunday, September 8, 2024
Homeຂ່າວພາຍໃນອົງການຈັດຕັ້ງສະຫະພັນແມ່ຍິງລາວມີບົດບາດສຳຄັນຕໍ່ພັກ-ຕໍ່ປະເທດຊາດ

ອົງການຈັດຕັ້ງສະຫະພັນແມ່ຍິງລາວມີບົດບາດສຳຄັນຕໍ່ພັກ-ຕໍ່ປະເທດຊາດ

—————–

ໂດຍ: ພູວັນ

ເນື່ອງໃນໂອກາດວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ(20ກໍລະກົດ1955-20ກໍລະກົດ 2024)ຄົບຮອບ 69ປີ, ອົງການຈັດຕັ້ງສະຫະພັນແມ່ຍິງລາວ ເປັນອົງການຈັດຕັ້ງໜຶ່ງທີ່ມີບົດບາດສຳຄັນຕໍ່ພັກ-ຕໍ່ປະເທດຊາດ ໄດ້ເລີ່ມມາຈາກບັນດາໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບໄດ້ກໍາເນີດຂຶ້ນແຕ່ໄລຍະຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າເປັນຕົ້ນມາ.

ວັນທີ 22 ມີນາ 1955 ພັກປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນເພື່ອຮັບຜິດຊອບໂດຍກົງຕໍ່ພາລະກິດປະຫວັດສາດຂອງການປະຕິວັດລາວ, ນັບແຕ່ຫົວທີທີ່ພັກປະຊາຊົນລາວໄດ້ຮັບການສ້າງຕັ້ງ, ພັກກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນໃນພາລະກິດປະຕິວັດແລະຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກຊຶ່ງໜ້າທີ່ຂອງການຈັດຕັ້ງແມ່ຍິງໃນໄລຍະເບື້ອງຕົ້ນແມ່ນເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວພະນັກງານ, ທະຫານປະຕິວັດ, ສົ່ງເອກະສານໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າແລະໃນເຂດຄວບຄຸມຂອງສັດຕູດ້ວຍຫຼາຍຮູບແບບແລະຫຼາຍວິທີການ, ລໍາລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກ, ຫຼານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງປະຕິບັດວຽກງານແນວຫຼັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າແລະປະຕິບັດວຽກງານຕາມການຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ.

ພັກເຫັນວ່າການຈັດຕັ້ງແມ່ຍິງ (ໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ) ໄດ້ຂະຫຍາຍຕົວຢ່າງກວ້າງຂວາງຢູ່ຕາມບ້ານ, ຢາຍທົ່ວທຸກຫົນແຫ່ງໃນເຂດພື້ນຖານຂອງການປະຕິວັດ. ດັ່ງນັ້ນ,ສົມຄວນຈະມີການຈັດຕັ້ງຢູ່ຂັ້ນສູນກາງເພື່ອຄຸ້ມຄອງນໍາພາຫຼືບໍລິຫານວຽກງານລວມທັງໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກທີ່ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມເທື່ອລະກ້າວ. ດັ່ງນັ້ນ,ວັນທີ20ກໍລະກົດ1955ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ(ຊຶ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວປັດຈຸບັນ) ແຕ່ງຕັ້ງຄະນະໜ່ວຍຊຶ່ງປະກອບມີ3ທ່ານຄື: 1. ທ່ານນາງຄຳຫຼ້າວົງສັກເປັນຫົວໜ້າ; 2. ທ່ານນາງຄຳສຸກວົງວິຈິດເປັນຮອງຫົວໜ້າ; 3. ທ່ານນາງຄຳແພງບຸບຜາເປັນກຳມະການ. ໜ່ວຍຄົ້ນຄວ້າວຽກງານແມ່ຍິງໄດ້ຮັບມອບໝາຍປະຕິບັດ 2 ໜ້າວຽກຄື: 1. ຄົ້ນຄວ້າຮ່າງກົດລະບຽບ, ໂຄງການດໍາເນີນງານຂອງການຈັດຕັ້ງເພື່ອກະກຽມຈັດຕັ້ງເປັນໜ່ວຍແມ່ຍິງໃນຂັ້ນຕໍ່ໄປ; 2. ຄົ້ນຄວ້າສະພາບສັງຄົມລາວໂດຍສະເພາະກ່ຽວກັບຮີດຄອງປະເພນີອັນເກົ່າແກ່ຫຼ້າຫຼັງທີ່ກົດໜ່ວງຄວາມກ້າວໜ້າຂອງແມ່ຍິງແລະສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບຂອງແມ່ຍິງແລະເດັກນ້ອຍທີ່ຄວນປະລະເພື່ອໂຄສະນາໃຫ້ປະຊາຊົນທົ່ວໄປຮັບຮູ້ ພ້ອມທັງປຸກລະດົມຂົນຂວາຍແມ່ຍິງໃຫ້ມີຄວາມຕື່ນຕົວຢາກແກ້ໄຂສະພາບດ້ອຍໂອກາດຂອງຕົນເອງແລະບຸກບືນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ເອື້ອຍນ້ອງແມ່ຍິງມີສິດສະເໝີພາບເທົ່າທຽມກັບເພດຊາຍ ແລະ ຍົກສູງບົດບາດຂອງແມ່ຍິງໃນສັງຄົມໃຫ້ສູງຂຶ້ນ ປະກອບສ່ວນເຂົ້າໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດກໍຄືພາລະກິດພັດທະນາແມ່ຍິງລາວ ເຮັດໃຫ້ແມ່ຍິງມີໃບໜ້າໃໝ່ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments