Sunday, September 8, 2024
Homeຂ່າວພາຍໃນສູນໜອງເຕົ່າ ຈັດກິດຈະກຳສົ່ງເສີມ ແລະ ບໍລິການກະສິກຳສູ່ຊຸມຊົນ ແລະ ພ້ອມທັງປ່ອຍປາຄືນສູ່ທຳມະຊາດ 50 ພັນໂຕ ທີ່ອ່າງເກັບນໍ້າບຶງວະ ນະຄອນ ໄກສອນ ພົມວິຫານ

ສູນໜອງເຕົ່າ ຈັດກິດຈະກຳສົ່ງເສີມ ແລະ ບໍລິການກະສິກຳສູ່ຊຸມຊົນ ແລະ ພ້ອມທັງປ່ອຍປາຄືນສູ່ທຳມະຊາດ 50 ພັນໂຕ ທີ່ອ່າງເກັບນໍ້າບຶງວະ ນະຄອນ ໄກສອນ ພົມວິຫານ

ໃນຕອນເຊົ້າວັນທີ 17 ກໍລະກົດ 2024, ສູນພັດທະນາບໍລິການ ກະສິກຳ-ປ່າໄມ້ໜອງເຕົ່າ ແຂວງ ສະຫວັນນະເຂດ, ໂດຍໄດ້ຮັບການ ສະໜັບສະໜູນຈາກມູນນິທິໄຊພັດ ທະນາຣາຊະອານາຈັກໄທ ໄດ້ຈັດ ກິດຈະກຳສົ່ງເສີມ ແລະ ບໍລິການກະສິກຳສູ່ຊຸມຊົນ ແລະ ພ້ອມທັງປ່ອຍປາຄືນສູ່ທຳມະຊາດ ທີ່ອ່າງເກັບນ້ຳບ້ານ ບຶງວະ, ນະຄອນ ໄກສອນ ພົມວິຫານ. ໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າ ແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ, ທ່ານ ປະຫວັດ ນະມະວະຣັດ ຮອງເລຂາທິການມູນນິທິໄຊພັດທະນາ, ທ່ານ ດຣ ອຸປະຖຳ ພາວະພູຕານົນ ນະມະຫາສາລະຄາມ ຜູ້ຊ່ຽວຊານດ້ານການປະມົງ ປະຈຳມູນລະນິທິໄຊພັດທະນາ ປະເທດໄທ ,ທ່ານ ສຸດະດົນ ວົງຈັນລາ ຜູ້ອຳນວຍການສຳນັກງານພັດທະນາທີ່ດິນເຂດ 4 ຈັງຫວັດອຸບົນຣາດຊະທານີ,ຈາກນັ້ນກໍ່ມີພະ ແນກການທີ່ກ່ຽວຂ້ອງ, ບັນດາ ຫົວໜ້າຫ້ອງການຕ່າງໆຂອງນະຄອນ ແລະ ພະນັກງານ-ລັດຖະກອນ ພ້ອມດ້ວຍພໍ່ແມ່ ປະຊາຊົນບ້ານບຶງວະເຂົ້າຮ່ວມ.

ທ່ານ ສຸລິພອນ ພິມມະຈັກ ຫົວໜ້າສູນພັດທະນາ ແລະ ບໍລິການກະສິກຳ-ປ່ໄມ້ໜອງເຕົ່າ ໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງຂອງ ການຈັດກິດຈະກຳຄັ້ງນີ້ກໍ່ເພື່ອໃຫ້ ຄວາມຮູ້ ແລະ ເປັນແນວທາງໃນ ການຜະລິດກະສິກຳຢ່າງຖືກຕ້ອງ ຮູ້ໄດ້ເຖິງຫຼັກການໃນການຜະລິດກະສິກຳ, ເພີ່ມຜົນຜະລິດທາງດ້ານ ສະບຽງອາຫານ, ກຸ້ມກິນ, ເຫຼືອ ແລະຂາຍເປັນສິນຄ້າ. ເຊິ່ງເປັນ ທີ່ຮູ້ກັນແລ້ວວ່າ ການຜະລິດກະສິ ກຳທີ່ຈະບັນລຸໄດ້ນັ້ນຈຳເປັນຕ້ອງອາ ໃສຫຼາຍປັດໄຈປະກອບກັນ ຈຶ່ງຈະປະສົບຜົນສຳເລັດ ແລະມີປະສິດ ທິພາບ, ສິ່ງໜຶ່ງທີ່ຈໍາເປັນ ແລະ ຂາດບໍ່ໄດ້ນັ້ນຄື: ຄວາມມັກ, ຄວາມເຂົ້າໃຈ ແລະ ຄວາມຮູ້ດ້ານວິຊາ ການຕ່າງໆເຊັ່ນ: ຄວາມຮູ້ກ່ຽວ ກັບດິນ ແລະ ວິທີການປັບປຸງບໍາລຸງດິນ, ຄວາມຮູ້ດ້ານການລ້ຽງສັດ, ການປິ່ນປົວພະຍາດສັດ, ການລ້ຽງປາ-ການຜະລິດລູກປາ, ການ ປູກໄມ້ໃຫ້ໝາກ, ປູກພືດຜັກ, ການປູກເຂົ້າ, ການອະນຸລັກຮັກສາຊັບພະຍາກອນປ່າໄມ້, ລະບົບນິເວດປ່າໄມ້ທັງໝົດ ຊຶ່ງນຳມາ ເຖິງນ້ຳທີ່ເປັນປັດໄຈຫຼັກ ແລະ ການນໍາໃຊ້ນ້ຳຈາກແຫຼ່ງນ້ຳ ຕ່າງໆຢ່າງຖືກຕ້ອງ-ມີແຜນການ ລວມທັງປັດໄຈເຄື່ອງມືການກະເສດ ແລະ ດ້ານການຕະຫຼາດ.

ເຊິ່ງໃນທີ່ຜ່ານມາ, ພໍ່ແມ່ພີ່ນ້ອງບ້ານເຮົາກໍ່ລ້ວນແລ້ວແຕ່ ເຄີຍເຮັດການຜະລິດກະສິກຳ ແລະມີປະສົບການຫຼາຍປີແຕ່ ສ່ວນໃຫຍ່ກໍ່ຍັງເຮັດຕາມແບບທີ່ເຄີຍຊິນ ແລະອາໄສເພິ່ງພາທຳມະຊາດ, ອັນທີ່ໜ້າເປັນຫ່ວງຊາວ ກະສິກອນພວກເຮົາຍັງຖືເບົາຕໍ່ ການໃຊ້ສານເຄມີທີ່ເກີນຄວາມ ຈຳເປັນໂດຍສະເພາະການນຳ ໃຊ້ຢາຂ້າຫຍ້າ, ຢາປາບສັດຕູພືດ, ການໃຊ້ສານເຄມີເລັ່ງຜົນຜະລິດ ເຮັດໃຫ້ມີສານພິດຕົກຄ້າງ ໃນພືດຜົນການກະເສດ, ສານພິດຕົກຄ້າງໃນດິນ, ໄຫຼລົງແຫ່ຼງນ້ຳທຳມະຊາດເກີດຜົນກະທົບຕໍ່ລະບົບນິເວດ ທຳມະຊາດ, ເກີດຜົນຮ້າຍກັບຜູ້ບໍລິໂພກ ແລະ ຄຸນະພາບຊີວິດຂອງ ຄົນເຮົາ.

ດັ່ງນັ້ນ, ສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ໜອງເຕົ່າ ຈຶ່ງໄດ້ດຳເນີນການຈັດກິດຈະກໍາສົ່ງເສີມ ແລະບໍລິການກະສິກໍາລົງສູ່ຊຸມຊົນ,ເພື່ອໃຫ້ຄວາມຮູ້ ແລະ ເປັນແນວທາງໃນການຜະລິດກະສິກຳຢ່າງຖືກຕ້ອງ ຮູ້ໄດ້ເຖິງຫລັກການໃນຜະລິດກະສິກຳຢ່າງຖືກວິທີ,ບໍ່ນຳໃຊ້ສານເຄມີ,ເພີ່ມຜົນຜະລິດທາງການກະເສດ,ຜະລິດສະບຽງອາຫາໜ,ກຸ້ມກິນ,ເຫລືອ ແລະ ຂາຍເປັນສິນຄ້າ ເຊີ່ງພິທີປ່ອຍປາມື້ນີ້ແມ່ນໄດ້ປ່ອຍປາທັງໜົດ 50 ພັນໂຕ ປະກອບມີ: ປາປາກ 10 ພັນໂຕ,ປາສ້ອຍຂາວ 10 ພັນໂຕ ແລະ ປາເກັດແລບ 30 ພັນໂຕ ປ່ອຍລົງທີ່ອ່າງເກັບນໍ້າບຶງວະ ແລະນອກຈາກນັ້ນກໍ່ຍັງໄດ້ໃນການບໍລິການໃຫ້ ຄຳແນະນຳທາງດ້ານເຕັກນິກ ວິຊາການກະສິກຳເປັນຕົ້ນ: ວຽກງານປູກຝັງ, ວຽກງານລ້ຽງສັດ ປະເພດຕ່າງໆ ແລະການປ້ອງກັນ ພະຍາດສັດ, ການລ້ຽງປາ ແລະ ການຜະລິດລູກປາ, ຄວາມຮູ້ເລື່ອງ ດິນ ແລະການປັບປຸງບຳລຸງດິນ ປູກ ຝັງ, ວຽກງານປ່າໄມ້-ການອະ ນຸລັກຮັກສາປ່າໄມ້, ຄວາມຮູ້-ຄວາມເຂົ້າໃຈດ້ານວຽກງານ ຊົນລະປະທານ ແລະການບໍລິ ຫານ-ການຈັດການນ້ຳຊົນລະປະທານ.

ໃນໂອກາດດັ່ງກ່າວ,ທ່ານ ຮອງເຈົ້າແຂວງ ໄດ້ມີຄຳເຫັນໃນການຈັດຈະກິດກຳສົ່ງເສີມ ແລະ ບໍລິການກະກຳສູ່ຊຸມຊົນ ແລະພ້ອມທັງມີການປ່ອຍປາຄັ້ງນີ້ວ່າ:ສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ ໜອງເຕົ່າ ເປັນໂຄງການຮ່ວມມືຂອງ 2 ລັດຖະບານ(ລາວ-ໄທ) ເຊີ່ງໂຄງການດັ່ງກ່າວນີ້ ແມ່ນມີຄວາມໜາຍສຳຄັນສູງ ຊຶ່ງສະແດງເຖິງການພົວພັນ-ຮ່ວມມືຂອງສອງປະເທດ;ເວົ້າລວມ,ສະເພາະກໍ່ແມ່ນແຂວງສະຫວັນນະເຂດກັບມູນນິທິໄຊພັດທະນາ ຊຶ່ງເປັນໜ່ວຍງານຫລັກ ໃນການດຳເນີນໂຄງການສາທິດບັນດາກິດຈະກຳ ທາງດ້ານການປູກຝັງ-ລ້ຽງສັດ,ດ້ານປະມົງ,ການປັບປຸງບຳລຸງດິນ,ການຜະລິດແນວພັນເຂົ້າ,ການບໍລິຫານຈັດການນ້ຳຊົນລະປະທານ,ການຜະລິດກ້າເບັ້ຍໄມ້, ການຄຸ້ມຄອງປ່າໄມ້ອື່ນໆ.ພ້ອມນີ້ກໍ່ຕ້ອງດູແລປົກປັກຮັກສາແລະຕ້ອງຂະຫຍາຍສັດນ້ຳ ແລະ ພັນປາ ທີ່ພວກເຮົາປ່ອຍໃນຄັ້ງນີ້ ເພື່ອໃຫ້ຄົງຢູ່ກັບລູກຫຼານຂອງພວກເຮົາຕະຫຼອດໄປ.

ພາບ-ຂ່າວ:ນະຄອນ ໄກສອນ ພົມວິຫານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments