Sunday, September 8, 2024
Homeຂ່າວພາຍໃນສື່ມວນຊົນກອງທັບ ກໍ່ເປັນພາກສ່ວນໜຶ່ງທີ່ມີບົດບາດສໍາຄັນໃນການໂຄສະນາໃນບັ້ນ ຊ້ອມຮົບຮ່ວມ ລາວ-ຈີນ

ສື່ມວນຊົນກອງທັບ ກໍ່ເປັນພາກສ່ວນໜຶ່ງທີ່ມີບົດບາດສໍາຄັນໃນການໂຄສະນາໃນບັ້ນ ຊ້ອມຮົບຮ່ວມ ລາວ-ຈີນ

ການຊ້ອມຮົບຮ່ວມ ລາວ-ຈີນ “ໂລກໍາບັງມິດຕະພາບ 2024” ທີ່ດໍາເນີນໄປດ້ວຍບັນຍາກາດຂອງການເຝິກຊ້ອມດ້ວຍກຳລັງທີ່ເຂັ້ມແຂງຂອງກອງທັບ ລາວ-ຈີນ ແຕ່ລະພາກສ່ວນໄດ້ປະຕິບັດໜ້າທີ່ຕາມການມອບໝາຍດ້ວຍຄວາມຮັບຜິດຊອບສູງ. ໃນນັ້ນ ສື່ມວນຊົນກອງທັບ ກໍແມ່ນພາກສ່ວນໜຶ່ງທີສໍາຄັນ ແລະຂາດບໍ່ໄດ້ໃນກຳລັງປະຕິບັດໜ້າທີ່ໃນພາກສະໜາມເພື່ອນຳເອົາເຫດການ ແລະ ສະພາບທຸກການເຄື່ອນໄຫວໃນການເຝິກຊ້ອມຮົບຮ່ວມລາວ-ຈີນ ຂອງບັນດາເຫຼົ່າຮົບຕ່າງໆ ເພື່ອໂຄສະນາເຜີຍແຜ່ດ້ວຍຫຼາຍຮູບການ, ຫຼາຍຊ່ອງທາງໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.

ພາຍຫຼັງທີ່ໄດ້ຮັບການມອບໝາຍໜ້າທີ່ອັນສໍາຄັນຈາກຄະນະພັກ-ຄະນະບັນຊາກອງບັນນາທິການໜັງສືພິມກອງທັບ ກໍຄືກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຊີ້ນຳແຕ່ລະພາກສ່ວນປະຕິບັດວຽກງານ ຕິດຕາມເກັບກໍາຂ່າວ ແລະ ຮູບພາບການເຄື່ອນໄຫວບັ້ນເຝິກຊ້ອມຮົບຮ່ວມລາວ-ຈີນໃນຄັ້ງນີ້ ນັບແຕ່ການກະກຽມຈົນສຳເລັດ ເພື່ອໂຄສະນາເຜີຍແຜ່ວຽກງານດ້ານຕ່າງໆຂອງແຕ່ລະເຫຼົ່າຮົບໃຫ້ກວ້າງຂວາງ. ໃນນັ້ນພາກສ່ວນໜັງສືພິມກອງທັບກໍໄດ້ສົ່ງອ້າຍນ້ອງນັກຂ່າວເຂົ້າຮ່ວມປະຕິບັດໜ້າທີ່ປະຈຳພາກສະໜາມດ້ວຍຄວາມຫ້າວຫັນ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອເກັບກຳເອົາຂໍ້ມູນຂ່າວ ແລະ ຮູບພາບ ເພື່ອຕອບສະ ໜອງໃນການໂຄສະນາເຜີຍແຜ່ທາງດ້ານຂໍ້ມູນຂ່າວສານໃຫ້ແກ່ສັງຄົມໄດ້ຮັບຮູ້ຂໍ້ມູນທີຖືກຕ້ອງຕາມທິດຊີ້ນໍາຂອງການຈັດຕັ້ງຂັ້ນເທິງ ຢ່າງທັນການ ແລະ ເຜີຍແຜ່ອອກສູ່ສັງຄົມຢ່າງກ້ວາງຂວາງ.

ນັບແຕ່ເຂົ້າເລີ່ມເຂົ້າຍຶດສະໜາມ ບັນດາສື່ມວນຊົນກອງທັບ ກໍໄດ້ລົງຕິດຕາມຢ່າງໃກ້ຊິດຕິດແທດຢູ່ພາກສະໜາມນຳແຕ່ລະເຫຼົ່າຮົບ ເພື່ອນຳສະເໜີການເຝິກຊ້ອມຢ່າງຕໍ່ເນື່ອງລຽນຕິດ ມາຮອດປັດຈຸບັນໄດ້ນໍາສະ ເໜີ ຂ່າວ-ບົດ ມີ ຫຼາຍເນື້ອໃນ,ຫຼາຍຮູບການ,ຫຼາຍສີສັນ ທີ່ ສ່ອງແສງເຖິງຄວາມເຂັ້ມແຂງຂອງກຳລັງທະຫານຂອງສອງກອງທັບ ລາວ-ຈີນ ທີ່ປະຕິບັດໜ້າທີ່ຊ້ອມຮົບຮ່ວມກັນໃນຕະຫຼອດໄລຍະຂອງການເຝິກຊ້ອມເຖິງແມ້ນວ່າຈະມີຄວາມຫຍຸ້ງຍາກທາງດ້ານການແລກປ່ຽນທາງດ້ານພາສາແຕ່ກໍ່ເປັນອຸປະສັກໃນການຊ້ອມຮົບຮ່ວມລາວ-ຈິນ ໃນຄັ້ງນີ້, ນອກນີ້ການຊ້ອມຮົບດັ່ງກ່າວຍັງສະແດງເຖິງຄວາມເຂົ້າໃຈ ແລະຄວາມສາມັກຄີໃນການສ້າງກອງທັບໃຫ້ມີຄວາມເຂັ້ມແຂງ ໃນການປົກປັກຮັກສາປະເທດຊາດຂອງສອງປະເທດໃຫ້ມີຄວາມໝັ້ນຄົງເຂັ້ມແຂງຢ່າງບໍ່ຢຸດຢັ້ງໃນສະເພາະໜ້າ ແລະ ຍາວນານ.

ໂດຍ: ສຸເວດ ສີດາຄໍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments