Home ຂ່າວພາຍໃນ ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ ລະຫວ່າງລາວ-ລຸກຊໍາບວກ

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ ລະຫວ່າງລາວ-ລຸກຊໍາບວກ

0
33

ໃນວັນທີ 16 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ,ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດຮ່ວມກັບ ອົງການຮ່ວມມືເພື່ອການພັດທະນາຂອງລຸກຊໍາບວກ (LuxDevLAO/037 (ROLAG))ແລະສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ(ILSTA)ໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືທາງດ້ານວິຊາການ (MoU on Technical Cooperation). MoUສະບັບດັ່ງກ່າວນີ້ ແມ່ນໄດ້ລົງນາມໂດຍ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ທ່ານ ໂຣເບີດ ເດີ ວາຮາ ຜູ້ຕາງໜ້າ ປະຈຳ ອົງການLuxDevແລະ ທ່ານ ຣິຊາດ ຟີລິບປາດ ປະທານ ແລະ ຜູ້ອຳນວຍການ ສະຖາບັນ ILSTAໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ທອງຜ່ານ ສະຫວັນເພັດທ່ານ ໂທມັສ ລິມມາ ອຸປະທູດລຸກຊໍາບວກປະຈໍາສປປລາວ ແລະຜູ້ຕາງໜ້າຈາກບັນດາກົມໃນກະຊວງການຕ່າງປະເທດ.

ການລົງນາມບົດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ ຈະເປັນພື້ນຖານທີ່ສຳຄັນໃຫ້ແກ່ການເພີ່ມທະວີການຮ່ວມມືດ້ານວິຊາການ ໂດຍສະເພາະ ການສ້າງຄວາມຮັບຮູ້ ແລະ ຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ສປປ ລາວ ກ່ຽວກັບ ກົດໝາຍສາກົນ, ການບັງຄັບໃຊ້ກົດໝາຍ ແລະ ກົດໝາຍສິດທິມະນຸດສາກົນ ທັງເປັນການປະກອບສ່ວນຊຸກຍູ້ການປະຕິບັດພັນທະຂອງ ສປປ ລາວ ພາຍໃຕ້ສົນທິສັນຍາທີ່ເປັນພາຄີ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງໂດຍສະເພາະSDG 16 (ສັນຕິພາບ, ຄວາມຍຸຕິທຳແລະສະຖາບັນທີ່ເຂັ້ມແຂງ) ໂດຍຜ່ານການຈັດຕັ້ງກອງປະຊຸມສໍາມະນາ ແລະ ຝຶກອົບຮົມຕ່າງໆ ໃນຫົວຂໍ້ທີ່ກ່ຽວຂ້ອງ ກັບການຈັດຕັ້ງປະຕິບັດສົນທິສັນຍາໃນຂົງເຂດອາຊະຍາກຳຂ້າມຊາດ, ການຮ່ວມມືດ້ານຍຸຕິທຳລະຫວ່າງປະເທດ, ກົດໝາຍສິດທິມະນຸດສາກົນ ແລະ ອົງການຕຸລາການສາກົນຕ່າງໆຊຶ່ງການຮ່ວມມືດັ່ງກ່າວຈະນອນໃນຂົງເຂດການຊ່ວຍເຫຼືອຂອງລຸກຊຳບວກ (ICP V, 2023-2027)ໃນດ້ານການປົກຄອງທີ່ດີ ແລະ ລັດແຫ່ງກົດໝາຍ.

ຂ່າວ-ພາບ:ກຕທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here