Sunday, September 8, 2024
Homeຂ່າວການເມືອງຄຕພ ປາຖະກະຖາວັນເກີດ ປະທານ ສຸພານຸວົງ ແລະ ເຜີຍແຜ່ມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ

ຄຕພ ປາຖະກະຖາວັນເກີດ ປະທານ ສຸພານຸວົງ ແລະ ເຜີຍແຜ່ມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ

ໃນວັນທີ 17 ກໍລະກົດນີ້ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນເກີດ ປະທານ ສຸພານຸວົງ ຄົບຮອບ 115 ປີ ແລະ ເຜີຍແຜ່ມະຕິ 8 ຂອງຄະນະບໍລິຫານງານສູນກາງ ພັກສະໄໝທີ XI ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າ ຄຕພ ຊຶ່ງມີບັນດາຄະນະບໍລິຫານງານພັກ, ຫ້ອງການ, ບັນດາກົມ, ພະແນກ, ສະມາຊິກພັກ, ພະນັກງານ ເຂົ້າຮ່ວມ

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງ ປະທານ ສຸພານຸວົງ ຊຶ່ງເປັນໜຶ່ງໃນຜູ້ນໍາສູງສຸດ ຂອງພັກ ແລະ ລັດ ທີ່ຕິດພັນກັບຂະບວນການປະຕິວັດ, ເປັນວິສະວະກອນເອກ ຂອງປະເທດລາວ ແລະ ເປັນນັກການເມືອງທີ່ມີຈິດໃຈສາກົນອັນຜ່ອງໃສ, ມີຄວາມຈົງ ຮັກພັກດີຮ່ວມກັບຜູ້ນໍາຄົນອື່ນໆນໍາພາຂະບວນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຢ່າງອົງອາດກ້າຫານ ຈົນສາ ມາດປົດປ່ອຍປະເທດຊາດໄດ້ໃນວັນທີ 2 ທັນວາ 1975. ຄຸນງາມຄວາມດີ ແລະ ຄວາມເປັນແບບຢ່າງອັນໃສແຈ້ງ ຂອງປະທານ ສຸພານຸວົງ ໄດ້ກາຍເປັນບົດຮຽນອັນລໍ້າຄ່າທີ່ປະໄວ້ໃຫ້ຄົນຮຸ່ນຫຼັງ, ພະນັກງານ-ລັດຖະກອນ ຄຕພ ທຸກຄົນຕ້ອງໄດ້ຈາລຶກບຸນຄຸນ ແລະ ຮໍ່າຮຽນເອົາເປັນແບບຢ່າງ ເພື່ອປະຕິບັດໜ້າທີ່ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

ນອກນີ້ ຍັງໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 8 ເຊິ່ງໄດ້ຍົກໃຫ້ເຫັນເຖິງການຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢ່າເສບຕິດ; ການປະຕິ ຮູບລັດວິສາຫະກິດ; ຕີລາຄາ ກ່ຽວກັບ ການຍົກສູງຄຸນນະພາບການດໍາເນີນຄະດີ ຕາມຂະບວນຍຸຕິທຳ, ຕາມ ມະຕິເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020; ການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂ ບັນຫາການປະລະການຮຽນ, ການຂາດແຄນຄູສອນ; ການກະກຽມເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມ ແຕ່ນີ້ຮອດກອງປະຊຸມຄົບຄະນະ ຄັ້ງທີ 9 ໃນທ້າຍປີ 2024.

(ຂ່າວ: ຄຕພ, ພາບ: ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments