Sunday, September 8, 2024
Homeຂ່າວຕ່າງປະເທດມາເລເຊຍ-ສປຈີນ ຊຸກຍູ້ການຮ່ວມມືກັນ ຢ່າງຮອບດ້ານ

ມາເລເຊຍ-ສປຈີນ ຊຸກຍູ້ການຮ່ວມມືກັນ ຢ່າງຮອບດ້ານ

ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 16 ເດືອນກໍລະກົດ, ທ່ານ ເຕັງກູ ຊາຟຣູລ ອັບດູລ ອາຊິບລັດຖະມົນຕີກະຊວງການລົງທຶນ , ການຄ້າ ແລະ ອຸດສາຫະກຳ ຂອງມາເລເຊຍ ຊຶ່ງເຂົ້າຮ່ວມກອງປະຊຸມການແບ່ງປັນ ກ່ຽວກັບຄວາມຮ່ວມມືຕາມແຜນລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (BRI) ກ່າວວ່າ: ການມີສ່ວນຮ່ວມ ລະຫວ່າງ ປະຊາຊົນ ຊ່ວຍສົ່ງເສີມການເຊື່ອມໂຍງ ລະຫວ່າງ ມາເລເຊຍ ກັບ ຈີນ ເຮັດໃຫ້ທັງສອງປະເທດໃກ້ສິດກັນຫລາຍຂຶ້ນ.

ທ່ານ ເຕັງກູ ຊາຟຣູລ ອັບດູລ ອາຊິບ ກ່າວວ່າ ປັດຈຸບັນ ມາເລເຊຍ ມີນັກຮຽນ- ນັກສຶກສາ ທີ່ ພວມສຶກສາ ຮໍ່າຮຽນ ຢູ່ໃນຈີນ ຫລາຍພັນຄົນ , ໃນຂະນະດຽວກັນ ນັກທ່ອງທ່ຽວ ຊາວຈີນ ທີ່ເດີນທາງ ມາທ່ອງທ່ຽວ ຢູ່ມາເລເຊຍ ຢ່າງຫລວງຫລາຍ. ນອກຈາກນີ້ ມູນຄ່າການຄ້າ ລະຫວ່າງ ມາເລເຊຍ ແລະ ຈີນ ບໍ່ພຽງແຕ່ ເພີ່ມຂຶ້ນ ເທົ່ານັ້ນ ຫາກຍັງເປັນ ປະໂຫຍດ ເຊິ່ງທາງບວກ ຕໍ່ປະຊາຊົນ ທົ່ວໄປ ດ້ວຍການ ສົ່ງອອກ ສິນຄ້າ ຈາກ ມາເລເຊຍ ໄປສູ່ປະເທດຈີນ ເຊັ່ນ: ອຸປະກອນ ໄຟຟ້າ ແລະ ເອເລັກໂຕຣນິກ , ສິນຄ້າ ແຮ່ທາດ, ແກັສທຳມະຊາດປະເພດແຫລວ, ນໍ້າມັນປາມ, ຢາງພາລາ ແລະ ອື່ນໆ. ສ່ວນການລົງທຶນ ຂອງ ຈີນ ໄດ້ຊ່ວຍກະຕຸ້ນ ການເຕີບໂຕ ຂອງ ມາເລເຊຍ ໃນພາກທຸລະກິດ ພື້ນຖານໂຄງລ່າງ , ເຕັກໂນໂລຊີ ແລະ ການຜະລິດອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments