Sunday, September 8, 2024
Homeຂ່າວການເມືອງສາລະວັນ ສົ່ງເສີມການພັດທະນາກະສິກຳ-ປາໄມ້ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ

ສາລະວັນ ສົ່ງເສີມການພັດທະນາກະສິກຳ-ປາໄມ້ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ

ແຂວງສາລະວັນ ສົ່ງເສີມພັດທະນາວຽກງານກະສິກຳ-ປ່າໄມ້ ຕາມທິດຍືນຍົງ ເພື່ອຮັບ ປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂດຍນຳໃຊ້ເຕັກນິກໃໝ່ເຂົ້າໃສ່ການຜະລິດ ແລະ ການລ້ຽງສັດ ແບບຄອບຄົວ, ແບບຟາມ ສາມາດສະໜອງຕະຫລາດພາຍໃນ ແລະ ສົ່ງອອກໄດ້ຈຳນວນໜຶ່ງ. ອັນພົ້ນເດັ່ນ ໄດ້ເກີດມີຕົວແບບຕ່າງໆ ໃນການຜະລິດກະສິກຳ ທີ່ມີໜໍ່ແໜງເກີດຂຶ້ນໃໝ່ ເປັນຕົ້ນ ການຜະລິດແນວເຂົ້າ, ການລ້ຽງປາ ແລະ ຕົວແບບດ້ານອື່ນໆ ແມ່ນມີຈໍານວນເພີ່ມຂຶ້ນ ເຊິ່ງເປັນທ່າແຮງໜຶ່ງ ທີ່ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນມາສາດກຸ້ມກິນ.

ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະບານເປີດກ້ວາງ ຄັ້ງທີ I ປີ 2024 ໃນວັນທີ 17 ກໍລະກົດ ນີ້ວ່າ: 6 ເດືອນຕົ້ນປີຜ່ານມາ, ທົ່ວແຂວງສາລະວັນ ຍັງສືບຕໍ່ມີຄວາມສະຫງົບໜັກແໜ້ນ, ລວມຍອດຜະລິດຕະພັນພາຍໃນ(GDP) ປະຕິບັດໄດ້ 4.969 ຕື້ກວ່າກີບ ເທົ່າກັບ 58% ຂອງແຜນການ, ອັດຕາການຂະຫຍາຍຕົວ ຂອງເສດຖະກິດຢູ່ໃນລະດັບ 4,3%, ການລົງທຶນຂອງພາກລັດ, ເອກະຊົນ ມີຈຳນວນໜ້ອຍ, ການຜະ ລິດໃນຂົງເຂດກະສິກຳ ບາງປະເພດເພີ່ມຂຶ້ນແບບກ້າວກະໂດດ ໂດຍສະເພາະ ມັນຕົ້ນ ທີ່ມີປະລິມານຫລາຍ ສະເລ່ຍ 1,2 ລ້ານໂຕນ/ປີ, ການເກັບລາຍຮັບໃນ 6 ເດືອນຕົ້ນປີ ປະຕິບັດໄດ້ 136 ຕື້ກວ່າກີບ, ຄາດວ່າໝົດປີ ຈະລື່ນແຜນຄືກັບປີຜ່ານມາ. ພ້ອມນີ້, ກໍໄດ້ເອົາໃຈໃສ່ພັດທະນາວຽກງານກະສິກຳ-ປ່າໄມ້ ຕາມທິດຍືນຍົງ ເພື່ອຮັບ ປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂດຍນຳໃຊ້ເຕັກນິກໃໝ່ເຂົ້າໃສ່ການຜະລິດ ອັນພົ້ນເດັ່ນ ໄດ້ເກີດມີຕົວແບບຕ່າງໆ ໃນການຜະລິດກະສິກຳ ທີ່ມີໜໍ່ແໜງເກີດຂຶ້ນໃໝ່ ເປັນຕົ້ນ ການຜະລິດແນວເຂົ້າ ບ້ານສະພາດ ເມືອງວາປີ, ເຂົ້າໜຽວສາລະວັນ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນເຂົ້າຫອມທົ່ວປະເທດ, ການລ້ຽງປາ ຢູ່ບ້ານໜອງຕາໃກ້ ເມືອງເລົ່າງາມ ແລະ ຕົວແບບດ້ານອື່ນໆ.

ນອກຈາກນີ້, ແຂວງສາລະວັນ ຍັງໄດ້ເອົາໃຈໃສ່ ໃນການຄຸ້ມຄອງ ດັດສົມບັນດາໂຮງງານປຸງແຕ່ງໄມ້, ຕິດຕາມ, ກວດກາ, ອະນຸຍາດ ການນຳເຂົ້າ-ສົ່ງອອກ ເຊິ່ງມູນຄ່າສິນຄ້າສົ່ງອອກ 1.021 ຕື້ກວ່າກີບ ເທົ່າກັບ 53% ຂອງແຜນ, ມູນຄ່າການນຳເຂົ້າ 430 ຕື້ກວ່າກີບ ທຽບໃສ່ແຜນເຫັນວ່າລື່ນແຜນເທົ່າຕົວ. ອັນພົ້ນເດັ່ນ ແມ່ນໄດ້ຮັບຮອງເອົາຜະລິດຕະພັນເຄື່ອງຫັດຖະກຳຈັກສານ ຂອງປະຊາຊົນ ບ້ານແບ່ງດ່ານ ເມືອງລະຄອນເພັງ ຂຶ້ນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ. ພ້ອມນີ້ ຍັງໄດ້ຊຸກຍູ້ສົ່ງເສີມການສຶກສາ – ສຳຫລວດ ເພື່ອກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍ, ໄຟຟ້າພະລັງງານລົມ-ແສງຕາເວັນ, ຂຸດຄົ້ນຖ່ານຫີນ ແລະ ແຮ່ທາດອື່ນໆ; ໄດ້ຂະຫຍາຍໄຟຟ້າ ເຂົ້າບ້ານ ກວມເອົາ 100% ຂອງບ້ານທັງໝົດ, ໄດ້ຊຸກຍູ້ ພໍ່ແມ່ປະຊາຊົນສົມທົບທຶນ ຕິດຕັ້ງໄຟຟ້າເຍືອງທາງ ດ້ວຍລະບົບແສງຕາເວັນ ຢູ່ຕາມບ້ານເທສະບານເມືອງ, ບ້ານຈຸດສຸມ, ບ້ານຕາມສາຍທາງ ແລະ ບ້ານອື່ນໆ ເຊັ່ນ: ເມືອງສາລະວັນ, ວາປີ, ຄົງເຊໂດນ, ລະຄອນເພັງ ແລະ ເມືອງສະໝ້ວຍ.

ສຳລັບ ການເປີດປີທ່ອງທ່ຽວລາວ 2024, ໄລຍະ 6 ເດືອນຜ່ານມາ ໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມປະຕິທິນທ່ອງທ່ຽວຂັ້ນແຂວງ ສຳເລັດ 7 ເມືອງ 7 ກິດຈະກໍາ ເປັນຕົ້ນ ບຸນປະເພນີ ພະແກ້ວນໍ້າຢາດ ບ້ານາໂພ ເມືອງວາປີ, ບຸນນະມັດສະການພະຍາດນາດູ່ ເມືອງລະຄອນເພັງ, ເທສະການກາເຟຄຳ ບ້ານໂນນດູ່ ເມືອງເລົ່າງາມ, ເທສະການຜ້າຝ້າຍແພລາຍ ເຜົ່າກະຕາງ ບ້ານສາມັກຄີໄຊ ເມືອງຕຸ້ມລານ, ເທສະການໝາກພ້າວນາໄຊ ເມືອງສາລະວັນ, ບຸນປະເພນີອາຢາ ເຜົ່າປະໂກະ ເມືອງສະໝ້ວຍ ແລະ ເທສະການປີ້ງໄກ່ນາປົ່ງ ເມືອງຄົງເຊໂດນ ເຊິ່ງແຕ່ລະເມືອງ ກໍໄດ້ມີການວາງສະແດງສິນຄ້າຜະລິດຕະພັນ ທີ່ເປັນໂອດັອບຂອງຕົນ ຕິດພັນກັບກິດຈະການປະກວດສິລະປະວັນນະຄະດີ ທີ່ເປັນເອກະກະລັກສະເພາະໄຜລາວ ເຮັດໃຫ້ບັນຍາກາດການທ່ອງທ່ຽວມີຄວາມຄຶກຄື້ນ ເຊິ່ງສາມາດດຶງດູດເອົາທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຫລາຍກວ່າ 122.622 ເທື່ອຄົນ, ເທົ່າກັບ 90% ຂອງແຜນ. ໃນນີ້, ນັກທ່ອງທ່ຽວພາຍໃນ 68.198 ເທື່ອຄົນ, ນັກທ່ອງທ່ຽວສາກົນ 8.841 ເທື່ອຄົນ ແລະ ນັກທ່ອງທ່ຽວຊາຍແດນ 45.583 ເທື່ອຄົນ, ສາມາດສ້າງລາຍຮັບທາງກົງ ແລະ ທາງອ້ອມໄດ້ປະມານ 16 ລ້ານໂດລາສະຫະລັດ ເທົ່າກັບ 91% ຂອງແຜນການ.

ຂ່າວ: ກິດຕາ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments