Tuesday, September 17, 2024
Homeຂ່າວພາຍໃນກອງຮ້ອຍຊ່າງແສງ ກອງພັນໃຫຍ່ 11 ສາມາດ ຮັບປະກັນໄດ້ວຽກງານການສ້າງສະໜາມຫັດແອບ

ກອງຮ້ອຍຊ່າງແສງ ກອງພັນໃຫຍ່ 11 ສາມາດ ຮັບປະກັນໄດ້ວຽກງານການສ້າງສະໜາມຫັດແອບ

ເພື່ອ ກອງຮ້ອຍຊ່າງແສງ ກອງພັນໃຫຍ່11 ຮັບປະກັນໄດ້ວຽກງານການສ້າງສະໜາມຫັດແອບ ໃຫ້ແກ່ການຈັດຕັ້ງປະຕິບັດຕາມໜ້າທີ່ວິຊາສະເພາະໃນບັ້ນການຊ້ອມຮົບຮ່ວມລາວ-ຈີນ “ໂລ້ກໍາບັງມິດຕະພາບ-2024” ໃຫ້ສຳເລັດຢ່າງຈົບງາມ.

ສະຫາຍ ພັນຕີ ພອນຄຳ ໄຊຍະທຸມມາ ຫົວໜ້າການທະຫານ ກອງຮ້ອຍຊ່າງແສງ ກອງພັນໃຫຍ່ 11 ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ, ກອງພັນໃຫຍ່ 11 ກໍໄດ້ຈັດຕັ້ງເຊື່ອມຊຶມຄຳສັ່ງດັ່ງກ່າວ ເພື່ອແບ່ງໜ້າທີ່, ຈາກນັ້ນກໍໄດ້ກະກຽມ ແລະ ກວດກາວັດຖຸເຊັ່ນ: ທາງດ້ານກຳລັງພົນ, ພາຫະນະອາວຸດ, ເຄື່ອງປະກອບ, ສະບຽງອາຫານ, ຢາປົວພະຍາດ ແລ້ວກໍໄດ້ເຂົ້າຍຶດສະໜາມ ແລະ ກໍ່ສ້າງສະໜາມ ໃນວັນທີ 22 ມິຖຸນາ 2024 ທີ່ຜ່າມມາ, ເມື່ອໄດ້ມາຮອດສະໜາມອີງໃສ່ວຽກງານຕົວຈິງ ໄດ້ແບ່ງວຽກອອກເປັນ 3 ໄລຍະຄື: ໄລຍະທີ 1 ໄດ້ຈັດຕັ້ງສ້າງບ່ອນຢູ່, ບ່ອນນອນ, ຫ້ອງນ້ຳ, ແລ່ນໄຟຟ້າ, ນ້ຳປະປາ, ເຮັດເຮືອນຄົວໃຫ້ອົງການ, ກົມກອງ, ເຮັດສູນບັນຊາໃຫ້ແກ່ກອງພັນໃຫຍ່ 11. ນອກຈາກນັ້ນ, ກໍໄດ້ສົມທົບກັບກົມຊ່າງແສງພົວພັນເອົາ ກອງພັນ 579 ມາກວດກູ້ລະເບີດຕາມເສັ້ນທາງທີ່ລົດສູ້ຮົບແລ່ນຜ່ານ ແລະ ພົວພັນເອົາໜ່ວຍສ້ອມແປງທາງທີ່ເປ່ເພ່ທີ່ລົດແລ່ນຜ່ານບໍ່ໄດ້. ມາຮອດປັດຈຸບັນ, ເພື່ອຮັບປະກັນໃຫ້ແກ່ການຊ້ອມຮົບໃນຄັ້ງນີ້ ນັບແຕັ້ງແຕ່ມື້ເປີດ ແລະ ມື້ປິດແມ່ນໄດ້ກະກຽມຄວາມຮອບດ້ານພ້ອມຕອບສະໜອງຕາມຄຳສັ່ງຂອງຂັ້ນເທິງໄດ້ 100%.

ສະຫາຍ ພັນຕີ ພອນຄຳ ໄຊຍະທຸມມາ ໃຫ້ຮູ້ຕື່ມວ່າ: ພ້ອມນີ້ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນຕາມການມອບໝາຍຂອງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ ໄດ້ແບ່ງອອກເປັນຫລາຍຈຸ ໂດຍສະເພາະແມ່ນ ຈັດຕັ້ງກຳລັງປະຈຳການເປັນລະບົບຄົບຊຸດຕະຫລອດ 24 ຊົ່ວໂມງ ເພື່ອສາມາດຮັບປະກັນໃຫ້ບັນລຸຕາມເປົ້າໝາຍ ແລະ ຮັບປະກັນຊ້ອມຮ່ວມໃນຄັ້ງນີ້ມີຄວາມປອດໄພ 100%.

ຂ່າວ: ຄຳອ້າຍ ທອງວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments