Sunday, September 8, 2024
Homeຂ່າວການເມືອງຈຳປາສັກຖືເອົາທ່າແຮງພາຍໃນແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ

ຈຳປາສັກຖືເອົາທ່າແຮງພາຍໃນແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ

ແຂວງຈຳປາສັກຖືເອົາທ່າແຮງດ້ານກະສິກຳ, ດ້ານການທ່ອງທ່ຽວ, ດ້ານການບໍລິການ,ໃນຂະນະດຽວກັນ ໄດ້ຖືສຳຄັນການບໍລິການທີ່ຕິດພັນກັບການທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມອື່ນໆ ເພື່ອແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ

ໃນໂອກາດ ເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອວັນທີ 16 ກໍລະກົດນີ້ວ່າ: ແຂວງຈຳປາສັກ ໄດ້ຖືສຳຄັນບັນຫາເຄັ່ງຮ້ອນເປັນບູລິມະສິດໜຶ່ງໃນການນຳພາ ແລະ ປົກຄອງ ໂດຍໄດ້ອີງໃສ່ທ່າແຮງບົ່ມຊ້ອນຂອງແຂວງຄື: ທ່າແຮງດ້ານກະສິກຳ, ທ່າແຮງດ້ານການທ່ອງທ່ຽວ ແລະ ທ່າແຮງດ້ານການບໍລິການ ນອກນີ້ ທ່າແຮງສຳຄັນອີກດ້ານໜຶ່ງແມ່ນການບໍລິການ ໂດຍຕິດພັນກັບກາທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມອື່ນໆ ຈາກຈຸດນີ້ຕາມທິດຊີ້ນຳ ກໍຄືບັນດາມາດຕະການຂອງຄະນະສະເພາະກິດ 19 ກໍຄືຄະນະແກ້ໄຂບັນຫາເສດຖະກິດ-ການເງິນຂອງປະເທດ ມາເຍືອງໃສກັບທ່າແຮງ ແມ່ນໄດ້ສຸມໃສ່ວຽກໂຄສະນາສຶກສາອົບຮົມ ເພື່ອໃຫ້ພະນັກງານໄດ້ເປັນແບບຢ່າງ ແລະ ໃຫ້ປະຊາຊົນເປັນເຈົ້າການ ແລະ ໃຫ້ຄະນະພັກເຂັ້ມແຂງໃນການນຳພາ ແລະ ເປັນແບບຢ່າງ ໂດຍສະເພາະແມ່ນທິດຊີ້ນຳ ແນວຄິດຂອງ ສະຫາຍ ເລຂາ ທິການໃຫຍ່,ປະທານປະເທດ ທີ່ໄດ້ຮັບຮອງຢູ່ໃນມະຕິຄະນະບໍລິຫານງານສູນກາງພັກ ເລກທີ 04 ກ່ຽວກັບເສດຖະກິດເປັນເອກກະລາດ ເປັນເຈົ້າຕົນເອງ ຫຼື “ສອຈ” ຊຶ່ງ ແຂວງຈໍາປາສັກໄດ້ສຸມໃສ່ບັນຫາດັ່ງກ່າວໃນການນໍາພາເພື່ອເຮັດໃຫ້ເສດຖະກິດເປັນເຈົ້າຕົນເອງ, ເປັນເອກະລາດຂອງຕົນເອງ,ໄດ້ຈັດຕັ້ງຝຶກອົບຮົມໃຫ້ເລຂາຄະນະພັກ ແລະ ນາຍບ້ານເປັນຂະບວນໃຫຍ່ທົ່ວແຂວງຈຳປາກສັກ ໂດຍໄດ້ມີການປັບປຸງບັນດາເລຂາພັກບ້ານ, ນາຍບ້ານເປັນເຈົ້າການໃຫ້ໄດ້ຮັບການຍົກລະດັບຮັບຮູ້ບັນຫາໃໝ່ໆ ໃນການາຈັດຕັ້ງປະຕິບັດ, ໄດ້ເອົາໃສ່ໃສ່ການໂຄສະນານຳໃຊ້ເງິນກີບ, ໄດ້ສຸມໃສ່ໃນການສົ່ງເສີມການຜະລິດ ຊຶ່ງມີ ສອງຄາດໝາຍ ຄື: ການຜະລິດເພື່ອກຸ້ມຕົນເອງ, ສົ່ງເສີມຜູ້ປະກອບການພາຍໃນ, ດຶງດູດນັກລົງທຶນຕ່າງປະເທດ, ໂດຍສະເພາະຜູ້ປະກອບການພາຍໃນລົງທຶນໃນການຜະລິດກະສິກຳເພື່ອກຸ້ມຕົນເອງ ແລະ ເພື່ອຜະລິດສົ່ງອອກແນໃສ່ຫຼຸດຜ່ອນການນຳເຂົ້າທີ່ບໍ່ຈຳເປັນ, ພະຍາຍາມສົ່ງເສີມການບໍລິການທີ່ຈະເປັນແມ່ແຮງ ດຶງເອົາເງິນຕາສົ່ງອອກກັບທີ່ເອົາເງິນຕາຕ່າງປະເທດເຂົ້າມາ ຊຶ່ງໃນຈຸດນີ້ແມ່ນພວກເຮົາມີທ່າແຮງໃນການທ່ອງທ່ຽວ ຊຶ່ງຈະພັດທະນາແຫຼ່ງທ່ອງທ່ຽວໃໝ່ບວກໃສ່ກັບແຫຼ່ງທ່ອງທ່ຽວເກົ່າທີ່ມີແລ້ວ, ພະຍາຍາມຄວບຄຸມສະຖຽງລະພາບທາງດ້ານເງິນຕາດ້ວຍ 4 ມາດຕະການທີ່ສຳຄັນຄື: ພະຍາຍາມຂຶ້ນບັນຊີບັນດາບໍລິສັດນຳເຂົ້າ ແລະ ສົ່ງອອກ, ການຄວບຄຸມກະແສເງິນ, ການແລກປ່ຽນໂດຍການຫັນການແລກປ່ຽນເຂົ້າສູ່ລະບົບ, ຫຼຸດຜ່ອນການແລກປ່ຽນເງິນຕາທີ່ບໍ່ຈຳເປັນໂດຍຈະໄປຊື້ສິນຄ້າຢູ່ຕ່າງປະເທດ, ນອກຈາກນັ້ນຂໍການຮ່ວມມືກັບບໍລິສັດທີ່ໃຫຍ່ ໂດຍສະເພາະບໍລິສັດລົງທຶນຕ່າງປະເທດ ຊຳລະສະສາງເງິນຕາຢູ່ພາບໃນປະເທດ ໂດຍສະເພາະຊື້ວັດສະດຸສິນຄ້າລາວເຮັດໄດ້ມາດຕະຖານ, ໄດ້ຊຸກຍູ້ບັນດາຫົວໝ່ວຍ ແລະ ບໍລິສັດທີ່ໄດ້ຈັບຈອງທີ່ດິນ ຫຼື ໂຄງການຕ່າງໆ ໃນນັ້ນມີບາງໂຄງການມີການກົດນ່ວງທ່ວງດຶງໄລຍະຍາວ ກໍໄດ້ມີການແຈ້ງ ແລະ ຍົກເລີກຕາມຂັ້ນຕອນຂອງສັນຍາ, ສຳລັບເລື່ອງການຄຸ້ມຄອງລາຍຮັບໄດ້ພະຍາຍາມຂຶ້ນທະບຽນຫົວໜ່ວຍວິສາຫະກິດ ປັດຈຸບັນຫົວໜ່ວຍທຸລະກິດໄດ້ເຂົ້າສູ່ລະບົບຫຼາຍຂຶ້ນ ໂດຍຫັນເປັນທັນສະໄໝ ເປັນການປະກອບສ່ວນທີ່ສຳຄັນໃຫ້ແກ່ຄະນະສະເພາະກິດ, ການຜະລິດ, ການຄຸ້ມຄອງເງິນຕາ, ການຄຸ້ມຄອງຖານລາຍຮັບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການພາຍໃນ.

ທ່ານ ກ່າວຕື່ມວ່າ: ອີງໃສ່ທ່າແຮງກ່ຽວກັບການທ່ອງທ່ຽວ ແຂວງຈຳປາສັກ ໄດ້ດຳເນີນ 3 ຈຸດທີ່ສຳຄັນຄື: ພັດທະນາແຫຼ່ງທ່ອງທ່ຽວ ໃຫ້ເປັນແຫຼ່ງທ່ອງທີ່ເປັນມືອາຊີບດ້ວຍການສົ່ງເສີມການທ່ອງທ່ຽວ ເປັນມິດກັບສິ່ງແວດລ້ອມ, ສົ່ງເສີມການທ່ອງທ່ຽວທີ່ຢຸດຕິທຳ, ສົ່ງເສີມການທ່ອງທ່ຽວຕິດພັນກັບກະສິກຳ, ຊຶ່ງໃນສາມປະເພດແຫຼ່ງທ່ອງທ່ຽວທີ່ພວກເຮົາມີຄື: ທ່າແຮງການທ່ອງທ່ຽວລັກສະນະປະຫວັດສາດ, ທ່ອງທ່ຽວທີ່ເປັນອະລິຍະທຳ, ວັດທທະນະທຳອັນເກົ່າແກ່ ໂດຍສະເພາະແມ່ນວັດພູ ຊຶ່ງຈະເຮັດເປັນສະຕໍຣີ, ເປັນເລື່ອງເລົ່າ ແລະ ແຫຼ່ງທ່ອງທ່ຽວທຳມະຊາດທຳຕົກຕາດທີ່ມີ 120 ກວ່າແຫ່ງ. ປັດຈຸບັນໄດ້ມີບັນດານັກພັດທະນາແຫຼ່ງທ່ອງທ່ຽວທີ່ມີຊື່ສຽງພວມໃຫ້ຄວາມສົນໃຈມາພັດທະນາ.

(ຂ່າວ-ພາບ:ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments