Sunday, September 8, 2024
Homeຂ່າວຕ່າງປະເທດຈີນ​ເພີ່ມ​ດ່ານນຳ​ໃຊ້​ນະ​ໂຍ​ບາຍ​ຍົກ​ເວັ້ນ​​ວີຊາ​​ຜ່ານ​ແດນ ​ສະ​ແດງ​ໃຫ້​ໂລກໄດ້​ເຫັນ​ເຖິງ​ປະ​ເທດ​ຈີນທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ໝັ້ນ​ໃຈຫຼາຍກວ່າ​ເກົ່າ

ຈີນ​ເພີ່ມ​ດ່ານນຳ​ໃຊ້​ນະ​ໂຍ​ບາຍ​ຍົກ​ເວັ້ນ​​ວີຊາ​​ຜ່ານ​ແດນ ​ສະ​ແດງ​ໃຫ້​ໂລກໄດ້​ເຫັນ​ເຖິງ​ປະ​ເທດ​ຈີນທີ່​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ໝັ້ນ​ໃຈຫຼາຍກວ່າ​ເກົ່າ

ວັນ​ທີ 15 ກໍ​ລະ​ກົດ​ນີ້, ອົງ​ການກວດ​ກາ​ຄົນ​ເຂົ້າ​ເມືອງ​ແຫ່ງ​ຊ​າດ​ຈີນ ​ໄດ້​ອອກ​ປະ​ກາດ​ແຈ້ງ​ການ​ວ່າ: ນັບ​ແຕ່​ມື້​ດັ່ງ​ກ່າວ​ເປັນ​ຕົ້ນ​ໄປ, ເພີ່ມ​ສະ​ໜາມ​ບິນ​ສາ​ກົນ​ຊິ່ນ​ເຈີ້ງ​ນະ​ຄອນ​ເຈີ້ງ​ໂຈ່​ວ, ສະ​ໜາມ​ບິນ​ສາ​ກົນ​ຊ່ານຢີ້​ນະ​ຄອນ​ລີ້​ຈ່ຽງ ແລະ ດ່ານ​ທາງ​ລົດ​ໄຟ​ບໍ່​ຫານ ໃຫ້​ເປັນດ່ານ​ທີ່​ນຳ​ໃຊ້​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິີຊາ​ຜ່ານ​ແດນ​ຈີ​ນບໍ່​ກາຍ 144 ຊົ່ວ​ໂມງ. ນັບມາ​ຮອດ​ປັດ​ຈຸ​ບັນ, ​ອົງ​ການກວດ​ກາ​ຄົນ​ເຂົ້າ​ເມືອງ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ ແກ່​ຜູ້​ໂດຍ​ສານຜ່ານ​ແດນຈີນ​ບໍ່​ກາຍ 144 ຊົ່ວ​ໂມງ ​ຢູ່​ດ່ານ 37 ແຫ່ງ ​ທີ່​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ນະ​ຄອນ​ຊຽງ​ໄຮ້, ​ນະ​ຄອນ​ຄຸນ​ໝິງ, ນະ​ຄອນ​ລີ້​ຈ່ຽງ, ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ຂອງແຂວງ​ຢູນ​ນານ ແລະ​ອື່ນໆ. ອີງ​ຕາມ​ນະ​ໂຍ​ບາຍ​ດັ່ງ​ກ່າວ, ພົນ​ລະ​ເມືອງ​ຂອງ 54 ປະ​ເທດ ເຊັ່ນ​ ອາ​ເມ​ຣິ​ກາ, ກາ​ນາ​ດາ, ອັງ​ກິດ ເປັນ​ຕົ້ນ ຜ່ານ​ຈາກ​ດ່ານ​ດັ່ງ​ກ່າວ​ໄປ​ປະ​ເທດ ຫຼື ເຂດ​ແຄວ້ນ​ທີ​ສາມ, ສາ​ມາດ​ຄົງ​ຄ້າງ​ຢູ່​ໃນ​ເຂດ​ທີ່​ກຳ​ນົດ​ໄວ້​ບໍ່​ກາຍ 144 ຊົ່ວ​ໂມງ​ໂດຍ​ຍົກ​ເວັ້ນ​ວິ​ຊາ​ຜ່ານ​ແດນ, ​ໃນໄລ​ຍະ​ຄົງ​ຄ້າງ​ສາ​ມາດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ໄລ​ຍະ​ສັ້ນ ເຊັ່ນ: ການ​ທ່ອງ​ທ່ຽວ, ທຸ​ລະ​ກິດ, ການ​ຢ້ຽມຢາມ​, ການ​ຢາ​ມ​ຍາດ​ພີ່​ນ້ອງ ແລະ​ອື່ນໆ.

ນັບ​ແຕ່​ວັນ​ທີ 1 ທັນ​ວາ ປີ 2023 ເປັ​ນ​ຕົ້ນ​ມາ, ຈີນ​ໄດ້​ປະ​ຕິ​ບັດ​ນ​ະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ​ແຕ່​ຝ່າຍ​ດຽວ​ຕໍ່​ພົນ​ລະ​ເມືອງ​ຂອງ​ເຢຍ​ລະ​ມັນ, ຝ​ຮັ່ງ, ​ອິ​ຕາ​ລີ, ໂຮນ​ລັງ, ແອັດ​​ສະ​ປາຍ ແລະ ມາ​ເລ​ເຊຍ. ພົນ​ລະ​ເມືອງທີ່​ຖື​ພາດ​ສະ​ປອດ​ທົ່ວ​ໄປຂອງ​ປະ​ເທດ​ເຫຼົ່າ​ນີ້ ​ເຂົ້າ​ເມືອງ​ຈີນ​ເພື່ອ​ທຸ​ລະ​ກິດ, ການ​ທ່ອງ​ທ່ຽວ, ຢ້ຽມ​ຢາມ​ຍາດ​ພີ່​ນ້ອງ ແລະ ໝູ່​ເພື່ອນ ຫຼື ຜ່ານ​ແດນ​ຈີນ ທີ່​ບໍ່​ກາຍ 15 ວັນ, ສາ​ມາດ​ເຂົ້າ​ເມືອງ​ຈີນ​ໂດຍ​ຍົກ​ເວັ້ນ​ວິ​ຊາ. ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ນ​ະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ດັ່ງ​ກ່າວ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສົ່ງ​ເສີມ​ຢ່າງຫຼວງຫຼ​າຍ ​ໃຫ້​ແກ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ, ຈຳ​ນວນ​ຜູ້​ເຂົ້າ-ອອກ​ເມືອງ​ຂອງ​ຈີນ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້​ໄດ້​ຟື້ນ​ຟູ​ຢ່າງ​ຊັດ​ເຈນ. ໃນ​ລະ​ຫວ່າງ​ເດືອນ ​ມັງ​ກອນ ​ຫາ​ເດືອນ ​ມີ​ນາ ​ປີ 2024, ມີ​ຄົນ​ສັນ​ຊາດ​ຕ່າງ​ປະ​ເທດ​ເຂົ້າ-ອອ​ກ​ເມືອງ​ຈີນ ​ເກືອບ 13,1 ລ້ານ​ເທື່ອ​ຄົນ. ຕົວ​ເລກ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 3 ເທົ່າ​ເມື່ອ​ທຽບ​ກັບ​ໄຕ​ມາດ​ທຳ​ອິດ​ຂ​ອງ​ປີ 2023. ສ່ວນ​ຈຳ​ນວນ​ເທື່ອ​ຄົນ​ເຂົ້າ-ອອກ​ເມືອງ​ ຂອງ​ຄົນ​ສັນ​ຊາດ​ຕ່າງ​ປະ​ເທດ​ໃນ​ໄຕ​ມາດ​ທຳ​ອິດ ​ປີ​ນີ້​ກໍ​ໄດ້​ມີ​ການ​ຟື້ນ​ຟູ​​ຢ່າງ​ຊັດ​ເຈນ​ເມື່ອ​ທຽບ​ກັບ​ໄຕ​ມາດ​ທຳ​ອິດ​ ຂອງ​ປີ 2019 ເຊິ່ງ​ເປັນ​ໄລ​ຍະ​ກ່ອນ​ເກີດ​ການ​ແພ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ໃນ​ເດືອນ​ມີ​ນາ​ປີ​ນີ້, ຈີນ​ຍັງ​ໄດ້​ຈັດ​ໃຫ້​ປະ​ເທດ​ສະ​ວິດ ແລະ ອີກ 5 ປະ​ເທດ​ເອີ​ຣົບ​ເຂົ້າ​ໃນ​ຂອບ​ເຂດ​ຍົກ​ເວັ້ນ​ວີ​ຊາ. ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ຈີນ​ປະ​ກາດ​ວ່າ​ຈະ​ແກ່​ຍາວ​ເວ​ລາ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຕໍ່​ພົນ​ລະ​ເມືອງ​ຂອງ 12 ປະ​ເທດ ເຊັ່ນ ຝ​ຣັ່ງ​ເປັນ​ຕົ້ນ​ທີ່​ມາ​ຈີນ​ເປັນ​ໄລ​ຍະ​ສັ້ນ​ນັ້ນ​ ໃຫ້​ເຖິງ​ທ້າຍ​ປີ 2025. ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ດັ່ງ​ກ່າວໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ ຕໍ່​ການ​ຟື້ນ​ຟູ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ. ໂຄ​ສົກ​ອົງ​ການກວດ​ກາ​ຄົນ​ເຂົ້​າ​ເມືອງ​ແຫ່ງ​ຊາດ​ຈີນ ​ແຈ້ງ​ໃຫ້​ຮູ້​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ກໍ​ລະ​ກົດ​ນີ້​ວ່າ: ໃນ 6 ເດືອນ​ທຳ​ອິດ​ປີ​ນີ້, ຈຳ​ນວນ​ຊາວ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ເມືອງ​ຈີນ​ຜ່ານ​ດ່ານ​ແຫ່ງ​ຕ່າງໆ​ຢູ່​ທົ່ວ​ປະ​ເທດ​ຈີນ​ມີ​ເຖິງ 14.635.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 152,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີກາຍ. ໃນ​ນັ້ນ, ຈຳ​ນວນ​ຄົນ​ເຂົ້າ​ເມືອງ​ໂດຍ​ຍົກ​ເວັ້ນ​ວີ​ຊາ​ມີ​ເຖິງ 8.542.000 ເທື່ອ​ຄົນ, ກວມ​ເອົາ 52%, ເພີ່ມ​ຂຶ້ນ 190,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂ​ອງ​ປີ​ກາຍ.

ການ​ເປີດ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ຈະ​ບໍ່​ຢຸດ​ເຊົາ ແລະ ມີ​ແຕ່​ຈະເປີດກວ້າງ​ອອກຕື່ມ​ອີກ​ເທົ່າ​ນັ້ນ. ​ຈີນ​ເປີດກວ້າງ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວີ​ຊາ​ຕໍ່​ຜູ້​ໂດຍ​ສານ​ທີ່​ຜ່ານ​ແດນ​ບໍ່​ກາຍ 144 ຊົ່ວ​ໂມງ ຈະ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ ​ກັບ​ປະ​ຊາ​ຊົນ​ຕ່າງ​ປະ​ເທດຕື່ມ​ອີກ, ຊ່ວຍ​ຊູ​ຍູ້​ໜູນ​ການ​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ ແລະ ການ​ເປີດ​ປະ​ຕູ​ສູຸ່​ພາຍນອກ​ໃນ​ລະ​ດັບ​ສູງ​ຂອງ​ຈີນ. ໂລກ​ກຳ​ລັງ​ເຫັນ​ປະ​ເທດ​ຈີນ​ທີ່ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ມີ​ຄວາມ​ໝັ້ນ​ໃຈຫຼາຍກວ່າ​ເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments