Sunday, September 8, 2024
Homeທຸລະກິດຢາພື້ນເມືອງການົກສັນຕິພາບຄູ່ ກາຍເປັນສິນຄ້າໂອດັອບ

ຢາພື້ນເມືອງການົກສັນຕິພາບຄູ່ ກາຍເປັນສິນຄ້າໂອດັອບ

ປັດຈຸບັນ ຢາພື້ນເມືອງການົກສັນຕິພາບຄູ່  ເປັນອີກຜະລິດຕະພັນໜຶ່ງທີ່ມີຊື່ສຽງໂດ່ງດັງຈາກ ບ້ານນາແດງ  ເມືອງໄຊບູລີ  ແຂວງສະຫວັນນະເຂດ  ເນື່ອງຈາກວ່າມີສິນຄ້າຫລາຍຊະນິດ ແລະ ແຕ່ລະຊະນິດກໍສາມາດປິ່ນປົ່ວພະຍາດ ໄດ້ດີ ເຊິ່ງເຮັດໃຫ້ຫລາຍຄົນໃຊ້ແລ້ວເຫັນຜົນດີຈຶ່ງເຮັດໃຫ້ຊື່ຂອງຢາພື້ນເມືອງ ການົກສັນຕິພາບຄູ່ ຄອງໃຈຜູ້ບໍລິໂພກມາເປັນເວລາຫລາຍປີ  ຈົນເຮັດໃຫ້ສິນຄ້າຊະນິດນີ້ໄດ້ຮັບເຄື່ອງໝາຍສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ ຫລື ໂອດັອບ.

ທ່ານ ດ້າຍໄໝ ໃສຕາວັນ ເຈົ້າຂອງຜະລິດຜະພັນຢາພື້ນເມືອງການົກສັນຕິພາບຄູ່ ໃຫ້ຮູ້ວ່າ: ກ່ອນຈະໄດ້ມາເປັນໝໍຢາພື້ນເມືອງຕອນຍັງນ້ອຍຕົນເອງໄດ້ກິ້ງເກືອກລີເລືອຢ ກັບອາຊີບນີ້ມາຈຶ່ງມີຄວາມຊໍານິຊໍານານ ຍ້ອນປູ່ຕົນເອງເປັນໝໍຢາພື້ນເມືອງທີ່ມີຊື່ສຽງໂດ່ງດັງຢູ່ເຂດ ບ້ານນາແດງ ເມືອງໄຊບູລີ ແຂວງ ສະຫວັນນະເຂດ ທີ່ປະຊາຊົນພາຍໃນເມືອງໄວ້ເນື້ອເຊື້ອໃຈໃນຜະລິດຕະພັນຂອງພວກເຮົາ ຈົນເຮັດໃຫ້ຢາພື້ນເມືອງການົກສັນຕິພາບຄູ່ ຄອງໃຈປະຊາຊົນມາຍາວນານ ສະນັ້ນ, ຕົນເອງຈຶ່ງສົນໃຈຢາກສືບຕໍ່ເຮັດອາຊີບນ້ີ ໃຫ້ມີຄວາມຍືນຍົງ ເນື່ອງຈາກວ່າມັກໃນອາຊີບນີ້ແລ້ວ ແລະ ອີກຢ່າງໜຶ່ງ ກໍມີຄວາມຮູ້ດ້ານການຜະລິດຢາພື້ນເມືອງຫລາຍຊະນິດ ຈຶ່ງຮູ້ວ່າພືດທີ່ປະຊາຊົນປູກສາມາດນໍາມາປຸງແຕ່ງເປັນຢາໄດ້ຖ້າເຮັດອາຊີບນີ້ກໍຈະເປັນການສົ່ງເສີມປະຊາຊົນໃຫ້ມີລາຍຮັບອີກທາງໜຶ່ງ. 

ໂດຍພືດທີ່ນໍາໃຊ້ມີກວ່າ 614 ກວ່າຊະນິດ  ເຊິ່ງພືດເຫລົ່ານີ້ແມ່ນຫາຈາກທຳມະຊາດ, ສ່ວນໜຶ່ງເກັບຊື້ຈາກປະຊາຊົນແຕ່ແນວໃດກໍດີ ປັດຈຸບັນພືດທີ່ນໍາມາໃຊ້ເປັນຢາ  ແມ່ນຫລຸດນ້ອຍຖອຍລົງຫລາຍ  ເພາະປະຊາຊົນບຸກເບີກປ່າເພື່ອມາ ປູກອ້ອຍ, ປູກມັນຕົ້ນ ແລະ ອື່ນໆ ເຮັດໃຫ້ພືດທີ່ເປັນຢາກໍຖືກທຳລາຍໄປພ້ອມ. ທ່ານ ດ້າຍໄໝ  ເວົ້າຕື່ມວ່າ:  ຜະລິດຕະພັນຢາພື້ນເມືອງການົກສັນຕິພາບຄູ່ ເລີ່ມຜະລິດມາແຕ່ປີ 2019 ໂດຍມີຫ້ອງປຸງແຕ່ງຢາທີ່ບ້ານນາແດງ ເມືອງໄຊບູລີ ມີຜະລິດຕະພັນ ທັງໝົດ 18 ຊະນິດ ໄດ້ກາຍເປັນທີ່ຮູ້ຈັກ ແລະ ຊົມໃຊ້ຢ່າງແຜ່ຫລາຍຂອງສັງຄົມ ໂດຍສິນຄ້າທີ່ສັງຄົມນໍາໃຊ້ຫລາຍທີ່ສຸດແມ່ນຢານວດເສັ້ນ-ເອັນ, ນໍ້າມັນຄາຍເສັ້ນ, ຢາດົມອາລົມດີ, ຢາສໍາລັບດອງ, ຢາປົວກະເພາະ, ພະຍາດຍິງ, ຢາຕົ້ມສໍາລັບຜູ້ທີ່ປວດເສັ້ນເອັນ ແລະ ຜະລິດຕະ ພັນອື່ນໆ  ໂດຍລາຄາຂາຍ ແມ່ນ 50.000 ກີບຂຶ້ນໄປ. ສໍາລັບທ່ານໃດ ທີ່ມີຈຸດປະສົງຢາກປິ່ນປົວສຸຂະພາບສາມາດຕິດຕໍ່ປຶກສາໄດ້ທີ ເບີ 020 58474089 .

ໂດຍ: ມາລິດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments