Sunday, September 8, 2024
Homeສຶກສາສົກສຶກສາ 2024-2025 ມຊ ຈະຮັບເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນ

ສົກສຶກສາ 2024-2025 ມຊ ຈະຮັບເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນ

ໃນສົກສຶກສາ 2024-2025 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຈະຮັບເອົານັກສຶກສາໃໝ່ ເຂົ້າຮຽນຈຳນວນ 5.920 ຄົນ ເຊິ່ງຈະຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ນີ້. ປັດຈຸບັນ, ມຊ ມີຫລັກສູດການຮຽນທັງໝັດ 244 ຫລັກສູດ. ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດກ່ຽວກັບການກະກຽມຄວາມພ້ອມ ໃນການຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ໃນສົກສຶກສາດັ່ງກ່າວ ໃນວັນທີ 16 ກໍລະກົດ 2024 ວ່າ: ມະຫາວິທະຍາໄລແຫ່ງຊາດ ຈະສອບ ເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ປະຈໍາສົກສຶກສາ 2024-2025 ໃນຕົ້ນເດືອນສິງຫາ 2024 ນີ້, ປັດຈຸບັນໂດຍລວມແລ້ວການກະກຽມຄວາມພ້ອມ ຈັດການສອບເສັງ ແມ່ນດໍາເນີນໄປຕາມແຜນທີ່ວາງໄວ້, ພ້ອມຂໍອະນຸມັດໂຕເລກໂກຕ້າຮັບນັກສຶກສາໃໝ່ນໍາກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍ ມຊ ໄດ້ເລີ່ມເປີດຮັບນັກສຶກສາມາລົງທະບຽນ ຜ່ານທາງອອນລາຍແຕ່ວັນທີ 8 ກໍລະກົດ-7 ສິງ ຫາ 2024, ເປີດໃຫ້ມາຮັບບັດເຂົ້າຫ້ອງສອບເສັງ ແຕ່ວັນທີ 15 ກໍລະກົດ-7 ສິງຫາ 2024, ສະຖານ ທີ່ ສະໂມສອນໃຫຍ່ ມຊ (ວິທະຍາເຂດດົງໂດກ), ຈະຕິດລາຍຊື່ນັກສອບເສັງໃສ່ຫ້ອງສອບເສັງ ໃນວັນທີ 9 ສິງຫາ 2024 ແລະ ຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ທີ່ຈະມາເຖິງ. ໃນຂະນະທີ່ ສົກສຶກສາ 2024-2025 ນີ້, ມຊ ມີແຜນຮັບເອົານັກສຶກສາໃໝ່ເຂົ້າຮຽນຈຳນວນ 5.920 ຄົນ.

ທ່ານ ເດຊານຸລາດ ແສນດວງເດດ ຍັງໃຫ້ຮູ້ຕື່ມວ່າ: ຜ່ານມາ, ມຊ ມີໂຕເລກຜູ້ສະໝັກຫລາຍກວ່າໂຕເລກທີ່ຮັບໄດ້, ພຽງແຕ່ວ່າເສັງແລ້ວບໍ່ໄດ້ຕາມຄາດໝາຍ ເພາະນັກສອບເສັງເລືອກບາງສາຂາຫລາຍເກີນກໍານົດ ແລະ ບາງສາຂາໜ້ອຍເກີນຄາດໝາຍ. ສໍາລັບນັກຮຽນຈົບ ມ7 ນອກຈາກນັກຮຽນທີໄດ້ໂກຕ້າທຶນລັດຖະບານ ສັບຊ້ອນມາແຕ່ແຂວງແລ້ວ, ທຸກຄົນສະໝັກເຂົ້າຮຽນ ມຊ ຕ້ອງຜ່ານການສອບເສັງ, ຖ້າບໍ່ມາເສັງແມ່ນບໍ່ອະນຸຍາດໃຫ້ເຂົ້າຮຽນອີກ ເນື່ອງຈາກວ່າພວກເຮົາຕ້ອງການຮັກສາຄຸນນະ ພາບ ການສອບເສັງແມ່ນຂັ້ນຕອນການກັ່ນຕອງ, ຖ້າຫາກຕໍ່າກວ່າເກນມາດຕະຖານ ກໍຈະເຮັດໃຫ້ການສອນ-ການຮຽນຫຍຸ້ງຍາກ ອາດຈະບໍ່ມີຄຸນນະພາບ. ໃນນັ້ນ, ມຊ ຍັງໄດ້ເພີ່ມການເອົາໃຈໃສ່ໂຄສະນາ-ປະຊາສໍາພັນ ໃຫ້ພໍ່ແມ່ນັກຮຽນ ແລະ ນັກຮຽນຮັບຮູ້, ເຂົ້າໃຈກ່ຽວກັບວິຊານັ້ນໆ ວ່າ ຮຽນຈົບແລ້ວສາມາດປະກອບສາຂາອາຊີບໃດໄດ້ແດ່ ແລະ ໃນສົກປີຕໍ່ໄປ ມຊ ຍັງມີແຜນປັບປຸງຫລັກສູດທີ່ມີຄົນສົນໃຈສະໝັກເຂົ້າມາຮຽນໜ້ອຍຕື່ມອີກໂດຍຈະພັດທະນາຫລັກສູດເຫລົ່ານັ້ນ ໃຫ້ມີຄວາມຫລາກຫລາຍທັກສະ ໃນການປະກອບອາຊີບ (ເປັນລັດຖະກອນຂະແໜງການໃດໜຶ່ງກໍໄດ້ ຫລື ປະກອບການເອງເປັນອາຊີບໃດໜຶ່ງກໍໄດ້).

ຮູບແບບຈັດການສອບເສັງຄັດເລືອກເອົານັກສຶກສາສົກສຶກສາ ມຊ ປີນີ້, ຈະໄດ້ສອບເສັງໃນຮູບແບບປົກກະຕິຄືປີຜ່ານມາ ໂດຍອີງຕາມແຈ້ງການຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ສ່ວນການສອບເສັງແມ່ນໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍວິທະຍາສາດທໍາມະຊາດ, ວິຊາສອບເສັງມີ: ຄະນິດສາດ A + ຟິຊິກສາດ, ພາສາລາວ + ວັນນະຄະດີ + ເຄມີສາດ + ຊີວະສາດ + ພາສາອັງກິດ ແລະ ກຸ່ມ B ສາຍວິທະຍາສາດສັງຄົມ, ວິຊາສອບເສັງມີ: ຄະນິດສາດ B + ພາສາລາວ + ວັນນະຄະດີ, ພູມສາດ + ປະຫວັດສາດ + ພາສາອັງກິດ. ຄາດວ່າຈະປະກາດຜົນການສອບເສັງ ໃນວັນທີ 9 ກັນຍາ 2024 ແລະ ຈະລົງທະບຽນຮຽນ ໃນວັນທີ 10-27 ກັນຍາ 2024.

ສຳລັບກຸ່ມ A ສາຍວິທະຍາສາດທໍາມະຊາດ ປະກອບມີ 8 ຄະນະວິຊາຄື: ຄະນະວິທະຍາສາດສັງຄົມ (ຄວທ), ຄະນະວິທະຍາສາດປ່າໄມ້ (ຄປມ), ຄະນະກະເສດສາດ (ຄກສ), ຄະນະສະຖາປັດ (ຄສປ), ຄະນະວິທະຍາສິ່ງແວດລ້ອມ (ຄສວ), ຄະນະວິສະວະກຳສາດ (ຄວສ), ຄະນະຊັບພະຍາ ກອນນໍ້າ (ຄຊນ) ແລະ ຄະນະສຶກສາສາດ (ຄສສ) (ຄູສາຍທໍາມະຊາດ) ແລະ ກຸ່ມ B ສາຍວິທະ ຍາສາດສັງຄົມ ປະກອບມີ 6 ຄະນະວິຊາຄື: ຄະນະວິທະຍາສາດສັງຄົມ (ຄສຄ), ຄະນະອັກສອນສາດ (ຄອສ), ຄະນະນິຕິສາດ ແລະ ລັດຖະສາດ (ຄນລ), ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ), ຄະນະວິທະຍາສາດການກີລາ-ກາຍະກຳ (ຄວກ) ແລະ ຄະນະສຶກສາສາດ (ຄສສ) (ຄູສາຍສັງຄົມ). ຄາດວ່າຈະປະກາດຜົນການສອບເສັງ ໃນວັນທີ 9 ກັນຍາ 2024 ແລະ ຈະລົງທະບຽນຮຽນ ໃນວັນທີ 10-27 ກັນຍາ 2024.

ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ຍັງຮຽກຮ້ອງມາຍັງນັກຮຽນທີ່ເສັງຈົບ ມ7 ປີນີ້ ແລະ ປີຜ່ານໆມາທີ່ບໍ່ທັນໄດ້ເຂົ້າຮຽນ ໃຫ້ຕັດສິນໃຈເລືອກເຂົ້າມາສອບເສັງ ເພື່ອອະນາຄົດຂອງຕົນເອງ ແລະ ຮຽກຮ້ອງຜູ້ປົກຄອງຊ່ວຍແນະນໍາລູກ-ຫລານຂອງຕົນມາສຶກສາ ໃຫ້ມີຄວາມຮູ້ກ່ອນປະກອບອາຊີບ, ມີວິຊາຊີບຕິດໂຕ ເພື່ອອະນາຄົດທີ່ດີຂອງລູກ-ຫລານ.

ຂໍ້ມູນ-ພາບ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments