Sunday, September 8, 2024
Homeຂ່າວການເມືອງປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ຢູ່ແຂວງອຸດົມໄຊ

ປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ຢູ່ແຂວງອຸດົມໄຊ

ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ຈັດກອງປະ ຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ຢູ່ແຂວງອຸດົມໄຊ ໃນວັນທີ 17 ກໍລະກົດ 2024 ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີກຳມະການປະຈຳພັກແຂວງ, ກຳມະການປະຈຳສະພາປະຊາຊົນແຂວງ, ຮອງເຈົ້າ ແຂວງ, ເຈົ້າເມືອງ, ບັນດາ ສສຊ, ສສຂ ແລະ ພະແນກການຕ່າງໆ ທີ່ກ່ຽວຂ້ອງ ອ້ອມຂ້າງແຂວງ ເຂົ້າຮ່ວມ ເພື່ອພ້ອມກັນ ສະຫລຸບຕີລາຄາການຈັດຕັ້ງປະຕິບັດລັດຖະທໍາມະນູນ ໃນໄລຍະ 9 ປີ ທີ່ຜ່ານມາ ໃນທົ່ວປະເທດ ກໍຄື ທົ່ວແຂວງອຸດົມໄຊ ໃຫ້ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນສຳເລັດ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫລື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໄດ້.

ທ່ານ ສົມມາດ ພົນເສນາ ໄດ້ມີຄຳເຫັນວ່າ: ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນຄັ້ງນີ້, ມີຄວາມໝາຍສຳຄັນຫລາຍ ເນື່ອງຈາກວ່າ ການປະເມີນຜົນການຈັດຕັ້ງປະຕິບັດລັດ ຖະທຳມະນູນ ແມ່ນການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳສູງສຸດຂອງລັດເຮົາ ທີ່ເປັນກົດໝາຍພື້ນຖານຂອງຊາດ ເຊິ່ງລັດຖະທຳມະນູນ ສະບັບທຳອິດຂອງ ສປປ ລາວ ໄດ້ຖືກຮັບຮອງ ແລະ ປະ ກາດໃຊ້ຢ່າງເປັນທາງການ ໃນປີ 1991, ມາຮອດປັດຈຸບັນ ເປັນເວລາ 33 ປີ, ໃນໄລຍະຜ່ານມາ ກໍໄດ້ມີການປັບປຸງ 2 ຄັ້ງຄື: ປັບປຸງປີ 2003 ແລະ ປີ 2015. ລັດຖະທຳມະນູນ ສະບັບປີ 2015 ມາຮອດປັດຈຸບັນ ກໍເປັນເວລາ 9 ປີ ເຊິ່ງເປັນກົດໝາຍພື້ນຖານສຳຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ເພື່ອເປັນເຄື່ອງມືຂອງລັດ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ແລະ ສ້າງເງື່ອນໄຂພື້ນຖານໃຫ້ແກ່ການສ້າງລັດປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ດີຂຶ້ນເທື່ອລະກ້າວ. ແຕ່ຜ່ານການປະຕິບັດ, ກໍມີບາງບົດບັນຍັດຂອງລັດຖະທຳມະນູນ ບໍ່ສອດຄ່ອງກັບໜ້າທີ່ການ ເມືອງຂອງພັກ ແລະ ສະພາບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ອື່ນໆ. ສະນັ້ນ, ລັດເຮົາ ຈິ່ງຕ້ອງໄດ້ມີການປັບປຸງລັດຖະທຳມະນູນ ສະບັບປີ 2015 ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ລັດ ໃນໄລຍະໃໝ່. ສະເພາະ ຢູ່ຂັ້ນສູນກາງ ໄດ້ຈັດກອງປະຊຸມປະເມີນ ຢູ່ 4 ຈຸດ ຕາມຂົງເຂດວຽກງານ ຄື: ຂົງເຂດອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ; ຂົງເຂດເສດຖະກິດ-ສັງຄົມ; ຂົງເຂດການປົກຄອງ ແລະ ຍຸຕິທໍາ ຫລື ອຳນາດລັດ; ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ເຊິ່ງການປະເມີນຜົນຢູ່ 4 ຈຸດດັ່ງກ່າວ, ແມ່ນໄດ້ສຳເລັດຜົນໃນວັນທີ 12 ກໍລະກົດ 2024 ຜ່ານມາ. ສຳລັບ ຢູ່ຂັ້ນທ້ອງຖິ່ນ, ໄດ້ມີແຜນການຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ ຢູ່ 18 ຈຸດ ຢູ່ຂັ້ນແຂວງ-ນະຄອນຫລວງ ໂດຍຕິດພັນກັບກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນຂັ້ນແຂວງ ນັບແຕ່ວັນທີ 17-30 ກໍລະກົດ 2024 ໃຫ້ສຳເລັດໃນຂອບເຂດທົ່ວປະເທດ. ນອກຈາກນີ້, ຍັງຈະໄດ້ດຳເນີນການປະເມີນຜົນການປະຕິ ບັດລັດຖະທຳມະນູນ ໃນຮູບແບບທາບທາມຄວາມເຫັນທົ່ວໄປ ລວມທັງຜ່ານພາຫະນະສື່ມວນຊົນຕ່າງໆ.

ທ່ານ ຄຳຈັນ ໂສຕາປະເສີດ ກຳມະການປະຈຳສະພາແຫ່ງຊາດ, ປະທານກຳມາທິການບັນດາເຜົ່າ ໄດ້ຜ່ານຮ່າງບົດປະເມີນຜົນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ເຊິ່ງໄດ້ຍົກໃຫ້ຫລາຍບັນຫາສຳຄັນ ໂດຍສະເພາະ ຄວາມສຳຄັນ ແລະ ຄວາມຈຳເປັນ ໃນການປັບປຸງ ລັດຖະທຳມະນູນ ສະບັບ ປີ 2015, ລວມເຖິງ ດ້ານດີ, ດ້ານອ່ອນ, ຜົນສຳເລັດ, ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ເຊິ່ງການປັບປຸງລັດຖະທຳມະນູນເທື່ອນີ້, ແມ່ນສຸມໃສ່ຄົ້ນຄວ້າ ແລະ ປັບປຸງ ບາງໝວດ, ບາງມາດຕາ ທີ່ຈຳເປັນ ເປັນຕົ້ນ ໝວດກ່ຽວກັບການປົກຄອງທ້ອງຖິ່ນ ແລະ ອາດຈະຄົ້ນຄວ້າສະເໜີເພີ່ມບາງມາດຕາ ຫລື ບາງຂໍ້ບັນຍັດໃໝ່ ທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນ ເພື່ອໃຫ້ມີເນື້ອໃນທີ່ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງກັບໜ້າທີ່ການເມືອງ ຂອງພັກ ແລະ ລັດ ໃນໄລຍະໃໝ່, ໃຫ້ກາຍເປັນກົດໝາຍ ພື້ນຖານສໍາຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ແກ່ການສ້າງ ແລະ ການປັບ ປຸງບັນດາກົດໝາຍ. ການປັບປຸງລັດຖະທຳມະນູນ ຄັ້ງນີ້, ແນໃສ່ສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຢ່າງຮອບດ້ານ ມີຫລັກການຂອງພັກ, ເປັນຂໍ້ບັນຍັດຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ສະ ບັບໃໝ່ ເປັນຕົ້ນ ມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການ ນໍາພາຂອງພັກ; ເປັນບ່ອນອີງພື້ນຖານຮັບປະກັນໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ໃນຕໍ່ໜ້າ ໃຫ້ເປັນລະບົບຄົບຊຸດ, ສອດຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້. ຢ່າງໃດກໍຕາມ ການປັບປຸງລັດຖະທຳມະນູນສະບັບໃໝ່ ແມ່ນຈະໃຫ້ສຳເລັດ ໃນກາງປີ 2025 ແລະ ສາມາດນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments