Sunday, September 8, 2024
Homeຂ່າວການເມືອງຫົວພັນ 6ເດືອນຕົ້ນປີ ການສົ່ງອອກສິນຄ້າປະຕິບັດໄດ້ 28,86ລ້ານໂດລາ

ຫົວພັນ 6ເດືອນຕົ້ນປີ ການສົ່ງອອກສິນຄ້າປະຕິບັດໄດ້ 28,86ລ້ານໂດລາ

ແຂວງຫົວພັນ 6ເດືອນຕົ້ນປີ 2024 ມູນຄ່າການສົ່ງອອກສິນຄ້າປະຕິບັດໄດ້ 28,86ລ້ານໂດລາ,ທຽບໃສ່ແຜນການປີປະຕິບັດໄດ້ 39,74%, ສິນຄ້າສົ່ງອອກຕົ້ນຕໍແມ່ນແຮ່ທາດ,ຜະລິດຕະພັນໄມ້,ເຄື່ອງປ່າຂອງດົງ ແລະ ຜົນຜະລິດກະສິກຳ, ໃນຂະນະດຽວກັນ ມູນຄ່ານໍາເຂົ້າ ປະຕິບັດໄດ້ 8,24ລ້ານໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 33,91%. ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກ້ວງ ຄັ້ງທີ I ປີ 2024, ທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ເມື່ອວັນທີ 17 ກໍລະກົດນີ້ວ່າ: 6 ເດືອນຕົ້ນປີ 2024,ມີເນື້ອທີ່ປູກຝັງທັງໝົດ 54.861 ເຮັກຕາ, ທຽບໃສ່ແຜນການປີປະຕິບັດເທົ່າກັບ 75,08% ເກັບກ່ຽວຜົນຜະລິດໄດ້ 41.298 ໂຕນ ທຽບໃສ່ແຜນການປີປະຕິບັດໄດ້ 8,44%. ການລ້ຽງສັດເປັນສິນຄ້າບໍລິໂພກພາຍໃນ ແລະ ສົ່ງອອກ: ມີງົວ 9.561 ໂຕ ເທົ່າກັບ 38,03%, ຄວາຍ 3.835 ໂຕ ເທົ່າກັບ 32,68%, ແບ້ 6.958 ໂຕ ເທົ່າກັບ 40,47%, ໝູ 31.270 ໂຕ ເທົ່າກັບ 29,80%, ສັດປີກ1.714.358 ໂຕ ເທົ່າກັບ 42,22%, ປາ ໄດ້1.467ໂຕນ ເທົ່າກັບ 34,16% ແລະ ໄຂ່ 574 ໂຕນເທົ່າກັບ 38,26%.ຂະແໜງອຸດສາຫະກໍາ:

ທ່ານກ່າວຕື່ມວ່າ:ມາຮອດປັດຈຸບັນອັດຕາຊົມໃຊ້ໄຟຟ້າຂອງບັນດາບ້ານປະຊາຊົນໄດ້680 ບ້ານກວມເອົາ 93,92%, ຈໍານວນຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າຖາວອນມີທັງໝົດ 48.091 ຄົວເຮືອນ ກວມເອົາ 88,45% ທຽບໃສ່ແຜນການປີປະຕິບັດໄດ້ 78,05%, ຈໍາໜ່າຍພະລັງງານໄຟຟ້າໃຫ້ລູກຄ້າປະຕິບັດໄດ້ 26,72 ລ້ານKwh ທຽບໃສ່ແຜນການປີປະຕິບັດໄດ້ 34,25% ຄິດເປັນມູນຄ່າ 35,91 ຕື້ກີບ.ຂະແໜງບໍ່ແຮ່: ສາມາດຂຸດຄົ້ນແຮ່ທາດອະໂລຫະສໍາລັບການກໍ່ສ້າງ (ຫີນກໍ່ສ້າງ) ໄດ້ 30.170ແມັດກ້ອນ ລວມເປັນມູນຄ່າ 2,41ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 40,16%; ຂຸດຄົ້ນ-ປຸງແຕ່ງ ແລະ ຈໍາໜ່າຍແຮ່ເຫຼັກໄດ້ 158.051,36 ໂຕນ ລວມເປັນມູນຄ່າ 11,07ລ້ານໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 92,25%, ຂຸດຄົ້ນ-ປຸງແຕ່ງ ແລະ ຈໍາໜ່າຍແຮ່ຫາຍາກໄດ້ 2.281,16ໂຕນ ເປັນມູນຄ່າ 13,92ລ້ານໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 22,30%, (ສໍາລັບແຮ່ກົ່ວ, ແຮ່ຊືນ, ແຮ່ສັງກະສີ, ແຮ່ມັງການ ຍັງບໍ່ທັນໄດ້ສົ່ງອອກເທື່ອ).

ທ່ານກ່າວຕື່ມວ່າ: 6ເດືອນຕົ້ນປີ 2024 ມູນຄ່າການສົ່ງອອກສິນຄ້າ ໄດ້ 28,86ລ້ານໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 39,74%, ສິນຄ້າສົ່ງອອກຕົ້ນຕໍແມ່ນແຮ່ທາດ, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ແລະ ຜົນຜະລິດກະສິກຳເປັນຕົ້ນ. ມູນຄ່ານໍາເຂົ້າໄດ້ 8,24ລ້ານໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 33,91%,ມູນຄ່າຈໍລະຈອນສິນຄ້າຂາຍຍົກ ໄດ້ 140,34 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 96,64%, ມູນຄ່າສິນຄ້າຂາຍຍ່ອຍ ໄດ້ 587,22 ຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ 75%, ຈໍາໜ່າຍອຸດສາຫະກຳປຸງແຕ່ງໄດ້ 17,53 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 45,84%, ຈໍາໜ່າຍຜະລິດຕະພັນຫັດຖະກຳໄດ້ທັງໝົດ 228 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 50%.ຂະແໜງການບໍລິການ: ສາມາດຜະລິດນໍ້າປະປາໄດ້ 1.247.837ແມັດກ້ອນ ທຽບໃສ່ແຜນການປີ ປະຕິບັດໄດ້ 48,48%, ຈໍາໜ່າຍນໍ້າປະປາໄດ້ 840.424ແມັດກ້ອນ ທຽບໃສ່ແຜນການປີປະຕິບັດໄດ້ 49,55%. ເກັບລາຍຮັບໄດ້ 4,92ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 53,49% ດ້ານງົບປະມານ: 5 ເດືອນຕົ້ນປີເກັບລາຍຮັບງົບປະມານ ໄດ້ທັງໝົດ 82,03ຕື້ກີບ ທຽບໃສ່ແຜນການປີ ໄດ້ 51,79%, ໃນນັ້ນ: ລາຍຮັບສູນກາງ ປະຕິບັດໄດ້ 35,49ຕື້ກີບ ທຽບໃສ່ແຜນການປີ ໄດ້ 69,59%, ລາຍຮັບພູດຂອງແຂວງ ປະຕິບັດໄດ້ 46,53ຕື້ກີບ ທຽບໃສ່ແຜນການປີໄດ້ 43,37%, ລາຍຈ່າຍງົບປະມານປະຕິບັດໄດ້ 315,55 ຕື້ກີບ ທຽບໃສ່ແຜນການປີໄດ້ 43,75%, ຮັບດຸ່ນດ່ຽງຈາກສູນກາງໄດ້ 201,78ຕື້ກີບ ທຽບໃສ່ແຜນການປີ ໄດ້ 32,87%.ການລົງທຶນ:ປີ 2024 ແຂວງຫົວພັນ ໄດ້ຮັບ ໂຄງການທັງໝົດ 534 ໂຄງການ, ມູນຄ່າ 249,21 ຕື້ກີບໃນນີ້: ການລົງທຶນບ້ວງປົກກະຕິ ຈໍານວນ 189 ໂຄງການ ມູນຄ່າທີ່ໄດ້ຮັບ 26.64 ຕື້ກີບ; ການລົງທຶນບ້ວງເປົ້າໝາຍສະເພາະ ຈໍານວນ 27 ໂຄງການ, ມູນຄ່າທີ່ໄດ້ຮັບ 52,45 ຕື້ກີບ; ການລົງທຶນບ້ວງເມືອງໃໝ່ເມືອງກວັນ ຈໍານວນ 20 ໂຄງການ, ມູນຄ່າທີ່ໄດ້ຮັບ 30,34 ຕື້ກີບ; ການລົງທຶນບ້ວງຟື້ນຟູໄພພິບັດ ຈໍານວນ 171 ໂຄງການ, ມູນຄ່າທີ່ໄດ້ຮັບ 38,50 ຕື້ກີບ; ການລົງທຶນບ້ວງເມືອງໃໝ່ເມືອງຊ່ອນ ຈໍານວນ 44 ໂຄງການມູນຄ່າທີ່ໄດ້ຮັບ12,12 ຕື້ກີບ; ການລົງທຶນບ້ວງພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຈໍານວນ 30 ໂຄງການ, ມູນຄ່າທີ່ໄດ້ຮັບ 10,41 ຕື້ກີບ; ການລົງທຶນບ້ວງຈັດສັນພູມລໍາເນົາ ແລະ ບ່ອນທໍາມາຫາກິນຖາວອນ ຈຳນວນ 29 ໂຄງການ, ມູນຄ່າທີ່ໄດ້ຮັບ 2,04 ຕື້ກີບ; ການລົງທຶນບ້ວງຈົດຮັບ-ຈົດຈ່າຍຜ່ານງົບປະມານ ຈໍານວນ 7 ໂຄງການມູນຄ່າທີ່ໄດ້ຮັບ 69,65 ຕື້ກີບ ແລະ ທຶນສົມທົບຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຈໍານວນ 17 ໂຄງການ, ມູນຄ່າທີ່ໄດ້ຮັບ 26,48 ຕື້ກີບ.(ຂ່າວ-ພາບ:ສຳນານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments