Sunday, September 8, 2024
Homeຂ່າວຕ່າງປະເທດຜົນງານດ້ານເສດຖະກິດຂອງຈີນ ໄດ້ສ້າງໂອກາດໃໝ່ ໃຫ້ແກ່ວິສາຫະກິດຕ່າງປະເທດ

ຜົນງານດ້ານເສດຖະກິດຂອງຈີນ ໄດ້ສ້າງໂອກາດໃໝ່ ໃຫ້ແກ່ວິສາຫະກິດຕ່າງປະເທດ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຕາມການ ຄິດໄລ່ເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງຈີນ ໃນຫົກເດືອນຕົ້ນປີນີ້ໄດ້ບັນລຸເຖິງ 61.683,6 ຕື້ຢວນ, ຖ້າຄິດໄລ່ຕາມລາຄາ ບໍ່ປ່ຽນແປງ, ໄດ້ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄາດວ່າ ຫົກເດືອນຕົ້ນປີນີ້ ຈັງຫວະການເຕີບໂຕຂອງເສດຖະກິດຈີນ ຍັງນຳໜ້າການເຕີບໂຕຂອງກຸ່ມເສດຖະກິດສຳຄັນຕ່າງໆໃນໂລກ, ຈີນ ຍັງຄົງແມ່ນຫົວຈັກສຳຄັນ ແລະ ກຳລັງທີ່ໝັ້ນຄົງໃນການຊຸກຍູ້ການເຕີບ ໂຕຂອງເສດຖະກິດໂລກ.

ເມື່ອສັງເກດຜົນງານອັນໂດດເດັ່ນໃນສະບັບນີ້, ໂລກຈະສາມາດຄົ້ນຫາ ໂອກາດໃໝ່ແນວໃດ? ກ່ອນອື່ນ, ຈະແມ່ນຕະຫລາດໃຫຍ່ຂອງຈີນ. ຫົກເດືອນຕົ້ນປີນີ້, ຍອດມູນຄ່າຂາຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກ ໃນສັງຄົມຈີນ ແລະ ຍອດມູນຄ່າຂາຍຍ່ອຍຜ່ານທາງອິນເຕີເນັດຂອງຈີນ ຕ່າງໄດ້ເພີ່ມຂຶ້ນ 3,7% ແລະ 9,8% ຕາມລຳດັບ. ໃນຂະນະດຽວກັນ, ເສດຖະກິດຈີນ ໄດ້ພັດທະນາດ້ວຍຄຸນນະພາບສູງ ເຊິ່ງກໍໄດ້ສ້າງໂອກາດ ໃໝ່ໃຫ້ແກ່ວິສາຫະກິດຂ້າມຊາດຕ່າງໆ. ປັດຈຸບັນ, ຈີນ ພວມສຸມໃສ່ການ ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ແລະ ລົງເລິກຊຸກຍູ້ການ ຫັນເປັນອຸດສາຫະກຳແບບໃໝ່, ກຳລັງຂັບເຄື່ອນໃໝ່ ພວມເປັນຮູບເປັນ ຮ່າງຂຶ້ນຢ່າງວ່ອງໄວ.

ນອກຈາກນີ້ແລ້ວ, ຈີນ ໄດ້ປະຕິບັດນະໂຍບາຍຕ່າງໆຢ່າງໝັ້ນທ່ຽງ ແລະ ມີຄວາມຕໍ່ເນື່ອງ ເຊິ່ງໄດ້ສ້າງພື້ນທີ່ການພັດທະນາອັນກວ້າງຂວາງໃຫ້ແກ່ ວິສາຫະກິດທຶນຕ່າງປະເທດ. ບໍ່ວ່າແມ່ນຈີນ ເປີດກວ້າງຂອບເຂດຍົກເວັ້ນ ວີຊາ ຫລືວ່າສືບຕໍ່ຫລຸດບັນຊີດ້ານລົບການອະນຸຍາດໃຫ້ເຂົ້າເຖິງຕະຫລາດ ຂອງທຶນຕ່າງປະເທດ ແລະ ເພີ່ມທະວີການບໍລິການ ແລະ ຮັບປະກັນໃຫ້ ແກ່ການລົງທຶນຂອງວິສາຫະກິດທຶນຕ່າງປະເທດ, ລ້ວນແຕ່ໄດ້ສ້າງຄວາມ ໝັ້ນໃຈໃຫ້ແກ່ວິສາຫະກິດຕ່າງປະເທດທີ່ດຳເນີນທຸລະກິດຢູ່ຈີນ. ຫົກເດືອນຕົ້ນປີນີ້, ຈຳນວນວິສາຫະກິດທຶນຕ່າງປະເທດທີ່ສ້າງຕັ້ງຂຶ້ນໃໝ່ ຢູ່ຈີນ ໄດ້ເພີ່ມຂຶ້ນ 14,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ວັນທີ 15 ກໍລະກົດນີ້, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະ ກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ໄດ້ຈັດຂຶ້ນຢູ່ ນະຄອນຫລວງປັກກິ່ງ. ກອງປະຊຸມຈະມີການຈັດວາງທາງຍຸດທະສາດ ຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ແລະ ຊຸກຍູ້ຄວາມ ທັນສະໄໝແບບຈີນ. ປະຊາຄົມໂລກຫວັງວ່າ ຈີນ ຈະສືບຕໍ່ສ້າງອະນາຄົດ ແຫ່ງການເຕີບໂຕທີ່ດີເລີດໃຫ້ແກ່ໂລກ ເພື່ອສ້າງໂອກາດໃໝ່ໃຫ້ແກ່ ວິສາຫະກິດຂ້າມຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments