Sunday, September 8, 2024
Homeຂ່າວຕ່າງປະເທດກອງປະຊຸມຄົບຄະນະຄັ້ງທີ 3 ຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20

ກອງປະຊຸມຄົບຄະນະຄັ້ງທີ 3 ຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20

ວິທະຍຸສາກົນແຫ່ງ ສປ ຈີນ ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 20 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ໃນວັນທີ 15 ກໍລະກົດນີ້. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະ ກຳມະການສູນກາງພັກກອມມູນິດຈີນ ໄດ້ຕາງໜ້າກົມການເມືອງສູນກາງພັກ ຂຶ້ນກ່າວບົດລາຍງານວຽກງານຕໍ່ກອງປະຊຸມ ແລະ ອະທິບາຍຕໍ່ກອງປະຊຸມ ສຳລັບ “ຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບລົງເລິກການປະຕິຮູບຢ່າງຮອບດ້ານ ຕື່ມອີກຊຸກຍູ້ຄວາມທັນສະໄໝແບບຈີນ (ສະບັບ ປຶກສາຫາລື). ກອງປະຊຸມຈະສຸມໃສ່ຄົ້ນຄວ້າບັນຫາ ກ່ຽວກັບລົງເລິກການປະຕິຮູບຕື່ມອີກ ແລະ ຊຸກຍູ້ຄວາມທັນສະໄໝແບບຈີນ, ວາງແຜນລວມເພື່ອລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ໂດຍປິ່ນອ້ອມຄວາມທັນສະໄໝແບບຈີນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments