Sunday, September 8, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ

ສສ ຫວຽດນາມ ຊຸກຍູ້ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ ວັນທີ15 ກໍລະກົດນີ້ ສສ ຫວຽດນາມ ເລັ່ງພັດທະນາພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝແມ່ນໜຶ່ງໃນຈຳນວນ 3 ຂອດບຸກທະລຸຍຸດທະສາດ, ໃນນັ້ນ ການພັດທະນາ ພື້ນຖານ ໂຄງລ່າງ ຄົມມະນາຄົມ ແມ່ນເສົາຄ້ຳ ສຳຄັນ, ສ້າງການພັດທະນາໃໝ່, ກຳລັງໜູນໃໝ່ ເພື່ອຊຸກຍູ້ ການພັດທະນາ ເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ. ໃນອາທິດ ຜ່ານມາ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນ ປະທານ ກອງປະຊຸມເທື່ອທີ 3 ກັບບັນດາກະຊວງ, ຂະ ແໜງການ, ການນຳຂອງ 13 ທ້ອງຖິ່ນ ເພື່ອຊຸກຍູ້ ພື້ນຖານ ໂຄງລ່າງ ຄົມມະນາຄົມ ຢູ່ເຂດທົ່ງພຽງ ແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ. ທ່ານ ນາຍົກ ລັດຖະມົນຕີ ກໍ່ເປັນປະທານ ກອງປະຊຸມ ຄະນະປະຈຳ ລັດຖະບານ ກ່ຽວກັບ ແຜນຮ່າງ ແຜນນະໂຍບາຍ ລົງທຶນ ທາງລົດໄຟ ຄວາມໄວສູງ ເໜືອ-ໃຕ້ ເພື່ອຍື່ນ ສະເໜີ ຕໍ່ຂັ້ນທີ່ມີສິດ ອຳນາດ ພິຈາລະນາ.ກອງປະຊຸມໃຫຍ່ ທົ່ວປະເທດ ຄັ້ງທີ 13 ຂອງພັກ ໄດ້ຢືນຢັນວ່າ: ການພັດທະນາ ພື້ນຖານ ໂຄງລ່າງ ແມ່ນໜຶ່ງໃນຈຳນວນ 3 ຂອດ ບຸກທະລຸ ຍຸດທະສາດ ເພື່ອພັດທະນາ ເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ – ປ້ອງກັນ ຄວາມສະຫງົບ. ສະນັ້ນ, ເລື່ອງກໍ່ສ້າງ ພື້ນຖານ ໂຄງລ່າງ ຄົມມະນາຄົມ ຂົນສົ່ງ ດ້ວຍທິດນຳທີ່ວ່າ “ໄປກ່ອນເພື່ອເປີດທາງ” ໄດ້ຮັບຖືວ່າ ແມ່ນປາຍແຫລມ ບຸກທະລຸ. ສຳລັບ ເຂດທົ່ງພຽງ ແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ພວມຜັນຂະຫຍາຍ 5 ໂຄງການຄົມມະນາຄົມສຳຄັນລະດັບຊາດ, ຈຸດສຸມ. ມາຮອດປະຈຸບັນ, ມີ 4/5 ໂຄງການໄດ້ປະຕິບັດບັນດາລະບຽບການລົງທຶນສຳເລັດແລ້ວ, ພວມຈັດການ ຜັນຂະຫຍາຍກໍ່ສ້າງ. ນັ້ນແມ່ນ: ເສັ້ນທາງ ຄວາມໄວສູງ ເກິນເທີ – ກ່າເມົາ; ເສັ້ນທາງຄວາມໄວສູງ ເຈົາດົກ – ເກິນເທີ – ຊອັກຈັງ; ເສັ້ນທາງ ຄວາມໄວສູງ ກາວແລ້ງ – ອານຮຶວ; ເສັ້ນທາງ ຄວາມໄວສູງ ມີ້ອານ – ກາວແລ້ງ; ໂຄງການເສັ້ນທາງ ໂຮ່ຈີມິນ ຕອນ ແຣກສອຍ – ເບັນເຍີດ, ກໍ່ກາວ – ວິ້ງທ້ວນ. ນັບແຕ່ຕົ້ນອາຍຸການ (ປີ 2021) ມາຮອດປະຈຸບັນ, ທ່ານ ນາຍົກລັດຖະມົນຕີ ໄດ້ໄປກວດກາ, ກະຕຸກ ຊຸກຍູ້, ຢຶ້ຢາມຖາມຂ່າວ, ລະດົມກຳລັງໃຈພະນັກງານ, ກຳມະກອນ, ຜູ້ຮັບເໝົາກໍ່ສ້າງເປັນ 5 ຄັ້ງແລ້ວ ເພື່ອແກ້ໄຂ ຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າ ການປະຕິບັດກໍ່ສ້າງ; ຊີ້ນຳ ໃຫ້ຮອງນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີ ເຮັດວຽກ ໂດຍກົງ 3 ຄັ້ງ ເພື່ອແກ້ໄຂ ຄວາມຫຍຸ້ງຍາກ ດ້ານວັດສະດຸ ເພື່ອຍູ້ໄວ ຄວາມຄືບໜ້າ ການກໍ່ສ້າງ ກິດຈະກຳ. ຍ້ອນແນວນັ້ນ, ວຽກງານບຸກເບີກໜ້າ ພຽງຢູ່ ບັນດາໂຄງການ ໄດ້ຕອບສະໜອງ ຄວາມຄືບໜ້າ ໃນການກໍ່ສ້າງ ພໍສົມຄວນ, ສະນັ້ນ, ຈຳນວນ ວຽກງານ ບຸກເບີກໜ້າພຽງ ທີ່ຍັງເຫລືອ ແມ່ນຍັງບໍ່ຫລາຍ. ເຖິງຢ່າງໃດກໍ່ຕາມ, ວຽກງານບຸກເບີກ ໜ້າພຽງ ຕ້ອງໄດ້ແກ້ໄຂ ຢ່າງເດັດຂາດ ໃນເດືອນ ກໍລະກົດ ນີ້ ເພື່ອໃຫ້ ບັນດາໂຄງການ ປະຕິບັດ ສຳເລັດ. ສຳລັບ ເປົ້າໝາຍ ແມ່ນຮອດປີ 2050, ເຂດທົ່ວພຽງ ແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ ຕ້ອງມີເສັ້ນທາງ ຄວາມໄວສູງ 600 ກມ ແລະ ຮອດປີ 2030 ແມ່ນ 1.200 ກິໂລແມັດ ແລະ ມອບເປົ້າໝາຍຄວາມຄືບໜ້າໃຫ້ແຕ່ລະໂຄງການ, ໃນນັ້ນ, ສຸມໃສ່ 2 ເສັ້ນທາງ ຄວາມໄວສູງ ເໜືອ-ໃຕ້ ແລະ ທິດຕາເວັນອອກ – ຕາເວັນຕົກ ຊຶ່ງໜ້າທີ່ສຳຄັນ ຂອງອາຍຸການນີ້ ແມ່ນພື້ນຖານໂຄງລ່າງ ມີການພັດທະນາ ຢ່າງກະໂດດຂັ້ນ ໂດຍປະຕິບັດ ດ້ວຍຈິດໃຈ ແມ່ນສຸມທຸກແຫລ່ງກຳລັງ, ສ້າງຄວາມຄືບໜ້າຄືນໃໝ່ ແລະ ລື່ນກາຍ ຄວາມຄືບໜ້າ. ໄປພ້ອມກັບ ຄວາມຄືບໜ້ານັ້ນ ແມ່ນຕ້ອງຮັບປະກັນຄຸນນະພາບ, ໄປພ້ອມກັບ ຄຸນນະພາບ ແມ່ນການເບິ່ງແຍງ ດູແລ ຊີວິດ ການເປັນຢູ່ ຂອງປະຊາຊົນ. ກ່ຽວກັບ ແຫລ່ງທຶນ, ທ່ານ ນາຍົກລັດຖະມົນຕີ ຮຽກຮ້ອງ ໃຫ້ບັນດາກະຊວງ, ຂະແໜງການ ສົມທົບກັບບັນດາທ້ອງຖິ່ນຄິດໄລ່ຢ່າງລະອຽດ ເພື່ອລາຍງານຕໍ່ ຂັ້ນທີ່ມີສິດອຳນາດ. ກ່ຽວກັບວຽກງານ ບຸກເບີກໜ້າພຽງ ແມ່ນ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຈົ່ງຮ່ວມແຮງຮ່ວມໃຈ ໜູນຊ່ວຍ ການຜັນຂະຫຍາຍ ໂຄງການ, ພິເສດ ແມ່ນວຽກງານ ເຄື່ອນຍ້າຍ ບັນດາ ກິດຈະກຳ ພື້ນຖານ ດ້ານເຕັກນິກ; ສຸມໃສ່ແກ້ໄຂ ຢ່າງເຖິງຖອງ ເພື່ອໃຫ້ວຽກງານ ບຸກເບີກ ໜ້າພຽງ ປະຕິບັດ ໃຫ້ສຳເລັດ ມີເນື້ອທີ່ດິນ ເພື່ອຜັນຂະຫຍາຍ ການກໍ່ສ້າງ ບັນດາໂຄງການ. ປະຈຸບັນ, ເສັ້ນທາງ ຄົມມະນາຄົມເໜືອ – ໃຕ້ຂອງ ສສ ຫວຽດນາມ ມີ 3 ເສັ້ນທາງ (ຄື: ທາງຫຼວງເລກ 1, ເສັ້ນທາງ ໂຮ່ຈີມິນ, ເສັ້ນທາງຄວາມໄວສູງ ທີ່ພວມໄດ້ຮັບ ການກໍ່ສ້າງ), ພ້ອມກັບ ບັນດາເສັ້ນທາງທະເລ, ການບິນ ແລະ ທາງລົດໄຟ. ໃນກອງປະຊຸມ ຂອງຄະນະປະຈຳ ລັດຖະບານ ກ່ຽວກັບ ແຜນຮ່າງ ແຜນນະໂຍບາຍ ລົງທຶນ ທາງລົດໄຟ ຄວາມໄວສູງເໜືອ-ໃຕ້ ເພື່ອກະກຽມ ຍື່ນສະເໜີ ຕໍ່ຂັ້ນທີ່ມີສິດ ອຳນາດ ພິຈາລະນາ, ຕົກລົງ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ໄດ້ເນັ້ນໜັກ ທັດສະນະ, ຫລັກການ, ວິທີການ ແມ່ນຕ້ອງມີບາດກ້າວ ບຸກທະລຸ, ປ່ຽນແປງໃໝ່ ດ້ວຍວິໄສທັດ ຍຸດທະສາດ, ທັນສະໄໝ, ມີປະສິດທິຜົນ. ເປົ້າໝາຍ ແມ່ນຮຽກຮ້ອງ ກໍ່ສ້າງເສັ້ນທາງ ລົດໄຟເໜືອ-ໃຕ້ແລ່ນຜ່ານ 20 ແຂວງ, ນະຄອນໃຫ້ສຳເລັດປະມານ 1.541 ກມ ໃນປີ 2035.ໃນທ່າອ່ຽງເຊື່ອມໂຍງເຂົ້າກັບ ສາກົນ, ພື້ນຖານ ໂຄງລ່າງ ຄົມມະນາຄົມ ຄົບຊຸດ, ການພັດທະນາ ສວມບົດບາດ ສຳຄັນຍິ່ງ ໃນການເຊື່ອມຕໍ່ ການຜະລິດກັບ ການຈຳໜ່າຍ, ຂົນສົ່ງສິນຄ້າ, ຊຸກຍູ້ການພົວພັນ ແລກປ່ຽນລະຫວ່າງ ບັນດາເຂດ, ປະເທດ, ສ້າງເງື່ອນໄຂໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມ. ເລື່ອງລັດຖະບານ ຫວຽດນາມ ເດັດດ່ຽວ ຜັນຂະຫຍາຍ ບັນດາໂຄງການ ເສັ້ນທາງ ຄວາມໄວສູງ, ຄົ້ນຄວ້າ ການກໍ່ສ້າງທາງລົດໄຟ ຄວາມໄວສູງ ຈະເປີດໂອກາດ ພັດທະນາ ຢ່າງໃຫຍ່ຫລວງ ໃຫ້ແກ່ ບັນດາເຂດ ເວົ້າສະເພາະ ແລະ ທົ່ວປະເທດ ເວົ້າລວມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments