Friday, October 18, 2024
Homeແຈ້ງການສໍາຄັນແຈ້ງເຕືອນພາຍຸດີເປຣຊັນ ວັນທີ 16 ກໍລະກົດ 2024

ແຈ້ງເຕືອນພາຍຸດີເປຣຊັນ ວັນທີ 16 ກໍລະກົດ 2024

ລົມພະຍຸດີເປລຊັັນໄດ້ອ່ອນກໍາລັງລົງກາຍເປັນບໍລິເວນຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ພາກກາງ ແລະ ພາກໃຕ້ຂອງ ປະເທດລາວ. ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ດ້ວຍກໍາລັງແຮງ. ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຍັງຈະຕົກໜັກ ຫາ ໜັກຫລາຍຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ດັັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນໃນບັນດາແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ດິນເຈື່ອນ ແລະ ເກີດມີຕົ້ນໄມ້ໃຫຍ່ຫັກລົ້ມ, ຫລັງຄາເຮືອນເປ່ເພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ສໍາລັບນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 25-32 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments