Friday, October 18, 2024
Homeຂ່າວໜ້າໜຶ່ງປັບປຸງມະຕິການຈັດຕັ້ງປະຕິບັດຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ປັບປຸງມະຕິການຈັດຕັ້ງປະຕິບັດຄາດໝາຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

ກອງປະຊຸມປັບປຸງຮ່າງມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ຈັດຂຶ້ນໃນວັນສຸກທີ 12 ກໍລະກົດ 2024 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ປະທານ-ຮອງປະທານກໍາມາ ທິການບັນດາເຜົ່າ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ 35 ທ່ານ.

ກອງປະຊຸມໄດ້ຮັບຟັງການສະເໜີໂດຍສັງລວມຜົນການຕິດ ຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະຜ່ານມາ ແລະ ຜ່ານຮ່າງມະຕິຕໍ່ກອງປະຊຸມ. ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ແລະ ປຶກສາຫາລືຕໍ່ເນື້ອໃນຂອງຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນ ດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະຜ່ານມາ, ການ ຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022 ແລະ ທິດທາງແຜນ ການປີ 2024 ເພື່ອເຮັດໃຫ້ຮ່າງມະຕິສະບັບດັ່ງກ່າວ ມີເນື້ອໃນສອດຄ່ອງກັບຄຳສັ່ງຂອງກົມ ການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ສະບັບເລກທີ 097/ກມສພ, ລົງວັນທີ 18 ກຸມພາ 2020 ແລະ ບົດແນະນຳຂອງຫ້ອງວ່າການສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງແນະນຳຂອງຄະນະເລຂາທິການສູນກາງພັກກ່ຽວກັບການຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນ ນະບົດແກ້ໄຂຄວາມທຸກຍາກຮອບດ້ານ ແລະ ວຽກງານ 3 ສ້າງ ສະບັບເລກທີ 02/ຫສພ, ລົງວັນທີ 21 ກຸມພາ 2023 ເພື່ອເຮັດໃຫ້ຮ່າງມະຕິມີເນື້ອໃນຮັດກຸມ, ຖືກຕ້ອງ, ຄົບຖ້ວນ, ສາມາດຈັດຕັ້ງປະຕິ ບັດໄດ້ຢ່າງມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ.

ຂ່າວ-ພາບ: ສອນສັກ ວັນວິໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments