Sunday, September 8, 2024
Homeຂ່າວຕ່າງປະເທດປະທານປະເທດ ຫວຽດນມ ພົບປະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ

ປະທານປະເທດ ຫວຽດນມ ພົບປະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດຢ້ຽມຢາມຣາຊະອານາຈັກ ກຳປູເຈຍ ຂອງທ່ານ ໂຕ ເລີມ ປະທານປະເທດ ຫວຽດນາມ ຕາມຄຳເຊີນຂອງພະມະຫາກະສັດ ໂນໂຣດົມ ສີຫາໂມນີ ເຈົ້າຊີວິດ ແຫ່ງຣາຊະອານາຈັກ ກຳປູເຈຍ, ໃນວັນທີ 13 ກໍລະກົດ ຜ່ານມາ ທ່ານ ໂຕເລີມ ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານ ຮຸນ ມາເນັດ ນາຍົກລັດຖະມົນຕີ ກຳປູເຈຍ.

ຂ່າວລາຍງານວ່າ: ໃນການພົບປະ, ເພື່ອແລກປ່ຽນກ່ຽວກັບທິດທາງ ແລະ ວິທີການຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ, ການນຳສອງທ່ານໄດ້ເນັ້ນໜັກວ່າ: ສອງປະເທດຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຮັກສາ ແລະ ເສີມຂະຫຍາຍຄວາມສາມັກຄີລະຫວ່າງສອງປະເທດ, ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງ, ສົນທິສັນຍາທີ່ໄດ້ຮັບການລົງນາມແລ້ວ ແລະ ບັນດາກົນໄກຮ່ວມມື ໃຫ້ເປັນຢ່າງດີ, ເພີ່ມທະວີການເຊື່ອມຕໍ່, ສົມທົບກັນໂຄສະນາໄປຍັງປະຊາຊົນທຸກຊັ້ນຄົນ, ພິເສດແມ່ນໄວໜຸ່ມ, ກ່ຽວກັບການພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ. ສອງຝ່າຍໄດ້ເຫັນດີເປັນເອກະພາບຈັດສົ່ງຄະນະການນຳໜຸ່ມກຳປູເຈຍ ໄປຢ້ຽມຢາມ ແລະ ໄປທັດສະນະສຶກ ສາຢູ່ ຫວຽດນາມ.

ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ – ປ້ອງກັນຄວາມສະຫງົບເຂົ້າສູ່ລວງເລິກ, ເນັ້ນໜັກເຖິງຫຼັກການບໍ່ອະນຸຍາດໃຫ້ກຳລັງເປັນປໍລະປັກນຳໃຊ້ຜືນແຜ່ນດິນຂອງປະເທດເພື່ອຕ້ານປະເທດອື່ນ; ມີການຮ່ວມມືກັນຢ່າງແໜ້ນແຟ້ນຂຶ້ນກວ່າເກົ່າໃນການປ້ອງກັນຕ້ານອາຊະຍາກຳນຳໃຊ້ເຕັກໂນໂລຊີສູງ ແລະ ອາຊະຍາກຳຂ້າມຊາດ.

ໃນຕອນບ່າຍວັນດຽວກັນ, ທ່ານ ໂຕ ເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ນະຄອນຫຼວງ ພະນົມເປັນ, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ຣາຊະອານາຈັກ ກຳປູເຈຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments