Sunday, September 8, 2024
Homeຂ່າວການເມືອງປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2015

ປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2015

ໃນວັນທີ 12 ກໍລະກົດ ນີ້ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມປະເມີນຜົນການຈັດ ຕັ້ງປະຕິບັດລັດຖະທຳມະ ນູນແຫ່ງ ສປປ ລາວ ສະບັບປີ 2015 ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ, ມີບັນດາກຳມາທິການຂອງສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງປ້ອງກັນ ຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈະເລີນ ເຢຍປາວເຮີ ກ່າວວ່າ: ລັດຖະທໍາມະນູນສະບັບທໍາອິດຂອງ ສປປ ລາວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການໃນປີ 1991, ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນມາເປັນເວລາ 33 ປີ, ໃນໄລຍະຜ່ານມາກໍໄດ້ມີການປັບປຸງ 2 ຄັ້ງຄື: ການປັບປຸງປີ 2003 ແລະ ປີ 2015. ການຈັດຕັ້ງປະຕິບັດລັດ ຖະທໍາມະນູນສະບັບປີ 2015 ມາຮອດປັດຈຸບັນເປັນເວລາ 9 ປີ ຊຶ່ງໄດ້ເປັນກົດໝາຍພື້ນຖານສໍາຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງບັນດາກົດໝາຍເພື່ອເປັນເຄື່ອງມືຂອງລັດ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ. ອີງຕາມຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກເຮົາ ໃນໄລຍະແຕ່ນີ້ ຫາປີ 2055, ຄະນະບໍລິຫານງານສູນກາງພັກສະໄໝທີ XI ໄດ້ອອກມະຕິສະບັບເລກທີ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ, ຕໍ່ມາກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ທັງສອງມະຕິດັ່ງກ່າວນີ້ ໄດ້ຮຽກຮ້ອງໃຫ້ລັດເຮົາຕ້ອງໄດ້ປັບປຸງລັດຖະທໍາມະນູນແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ລັດ ໃນໄລຍະໃໝ່, ເພື່ອຄົ້ນຄວ້າ, ປັບປຸງລັດຖະທຳມະນູນໃຫ້ທັນເວລາ, ກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 15/ກມສພ, ລົງວັນທີ 22 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ. ຄະນະນີ້ໄດ້ວາງແຜນການປັບປຸງລັດຖະທໍາມະນູນແຕ່ນີ້ຫາກາງປີ 2025, ແຕ່ງຕັ້ງກອງເລຂາ ແລະ ອະນຸກຳມະການຕ່າງໆເພື່ອຈັດຕັ້ງປະຕິ ບັດວຽກງານເພື່ອຮັບປະກັນໃຫ້ແກ່ວຽກງານປັບປຸງລັດຖະທຳ ມະນູນ. ປະຕິບັດຕາມມາດຕາ 124, 125 ຂອງກົດໝາຍວ່າດ້ວຍການສ້າງນິຕິກໍາ ສະບັບເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021 ຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນຈຶ່ງໄດ້ວາງແຜນດໍາເນີນການປະເມີນຈັດຕັ້ງປະຕິບັດລັດຖະທຳມະນູນໃນຂອບເຂດທົ່ວປະເທດ. ໃນນີ້, ຢູ່ຂັ້ນສູນກາງຈະຈັດກອງປະຊຸມປະເມີນຢູ່ 4 ຈຸດຕາມຂົງເຂດວຽກງານຄື: 1. ຂົງເຂດອົງການຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການມະຫາຊົນ; (2) ຂົງເຂດເສດຖະກິດ- ສັງຄົມ; (3) ຂົງເຂດອໍານາດລັດ; (4) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ສໍາລັບຢູ່ຂັ້ນທ້ອງຖິ່ນຈະໄດ້ຈັດກອງປະຊຸມປະເມີນຢູ່ 18 ຈຸດຕາມແຂວງ-ນະຄອນຫຼວງໃຫ້ສໍາເລັດໃນເດືອນກໍລະກົດ 2024 ນີ້.

ສະຫາຍ ພົນຕີ ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຄະນະອະນຸກຳມະການເນື້ອໃນ ໄດ້ໃຫ້ຮູ້ວ່າ: ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງໃນປີ 2003, ປີ 2015 ແລະ ການປັບປຸງຄັ້ງນີ້ເປັນຄັ້ງທີ 3. ຕະຫຼອດໄລຍະດັ່ງກ່າວ, ລັດໄດ້ຜັນຂະຫຍາຍລັດຖະ ທຳມະນູນເປັນກົດໝາຍໃນຂົງເຂດຕ່າງໆທັງໝົດ 139 ສະບັບ. ໃນນີ້, ຂົງເຂດເສດຖະກິດ 61 ສະບັບ, ຂົງເຂດວັດທະນະ ທຳ-ສັງຄົມ 36 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທຳ 28 ສະບັບ, ຂົງເຂດຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 9 ສະບັບ, ຂົງເຂດຕ່າງປະເທດ 5 ສະບັບ.

ຂ່າວ-ພາບ: ສຸກສາຄອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments