Sunday, September 8, 2024
Homeຂ່າວການເມືອງປະທານສຸພານຸວົງ ຍືນຍົງໃນພາລະກິດປະຕິວັດ ຂອງຊາດລາວຕະຫລອດໄປ

ປະທານສຸພານຸວົງ ຍືນຍົງໃນພາລະກິດປະຕິວັດ ຂອງຊາດລາວຕະຫລອດໄປ

ມື້ນີ້, ວັນທີ 13 ກໍລະກົດ 2024, ພໍດີ ຄົບຮອບ 115 ປີ (13/7/1909-13/7/2024) ວັນວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວ ບັນດາເຜົ່າ; ຕະຫລອດຊີວິດຂອງເພິ່ນ ໄດ້ອຸທິດໃຫ້ແກ່ການປະຕິວັດ ຕໍ່ສູ້ປົດປ່ອຍຊາດ ຍາດເອົາເອກະລາດ ມາໃຫ້ແກ່ປວງຊົນລາວ ຈາກການເປັນຂ້ອຍຂ້າມ້າໃຊ້ ຂອງຈັກກະພັດລ່າເມືອງ ຂຶ້ນ.

ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າທ່ານປະທານ ສຸພານຸວົງ ກໍາເນີດໃນຄອບຄົວເຊື້ອເຈົ້າ ທີ່ມີຄວາມພ້ອມພຽງທາງດ້ານ ຕ່າງໆໃນການດໍາລົງຊີວິດ, ແຕ່ເພິ່ນໄດ້ເສຍສະຫລະມາເປັນ ສາມັນຊົນ, ນໍາພາຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ ເພື່ອກອບກູ້ເອກະລາດຂອງຊາດ. ໃນຊີວິດເຍົາໄວ ເພິ່ນກໍ່ເປັນຄົນດຸໝັ່ນຂະຫຍັນຮໍ່າຮຽນ ແລະ ມີພອນສະຫວັນຫລາຍ ດ້ານ. ເມື່ອໄດ້ອອກໄປສຶກສາຕໍ່ຢູ່ຕ່າງປະເທດ, ປະທານ ສຸພານຸວົງ ໄດ້ສຸມທຸກສະຕິປັນຍາ ເພື່ອຄົ້ນຄວ້າຮໍ່າຮຽນ, ທັງຮຽນເກັ່ງ ແລະ ດຸໝັ່ນໃນການເຝິກຫັດ ຕົວຈິງໄດ້ໄປຫລາຍປະເທດ. ຍ້ອນແນວນັ້ນ ເພິ່ນຈຶ່ງສາມາດຮູ້ຫລາຍພາສາ; ພາຍຫລັງສຳເລັດການສຶກສາ ກັບມາປະຕິບັດໜ້າທີ່ວຽກງານຢູ່ລາວ, ເພິ່ນແມ່ນວິສະວະກອນ ດ້ານຂົວທາງຄົນທໍາອິດ ເຮັດວຽກກັບພວກ ຝຣັ່ງ  ແລະ ໄດ້ສຳເລັດການກໍ່ສ້າງຂົວ-ທາງ ຫລາຍແຫ່ງຢູ່ອິນດູຈີນ. ສະເພາະຢູ່ລາວ ກໍ່ແມ່ນຂົວຂ້າມນໍ້າເຊບັງຫຽງ ຢູ່ແຂວງສະຫວັນນະເຂດ. ໃນເວລາຮັບໜ້າທີ່ວຽກງານ ຢູ່ຫວຽດນາມ, ກໍາປູເຈຍ ແລະ ລາວ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫລາຍຢ່າງ ອັນເປັນທີ່ຍອມຮັບ ໃນຖານະວິສະວະກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ເຮັດທໍາຈິງ. ສິ່ງສຳຄັນທີ່ສຸດແມ່ນເພິ່ນ ໄດ້ສຳພັດຮູ້, ເຫັນພຶດຕິກໍາຕົວຈິງ ແລະ ການກະທຳ ຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ຄົນຂອງຊາດ ຫົວເມືອງຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ສະພາບແນວຄິດຈິດໃຈຂອງ ເພິ່ນ ແລະ ຈໍາເປັນຕ້ອງເລືອກເອົາເສັ້ນທາງເດີນແຫ່ງຊີວິດ ຄື ການກ້າວສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບກູ້ເອົາຄວາມເປັນເອກະລາດ ມາໃຫ້ປະເທດ, ນໍາເອົາອິດສະຫລະພາບ ແລະ ສິດ ເປັນເຈົ້າມາໃຫ້ປະຊາຊົນລາວ ບັນດາເຜົ່າ. ໃນຂະບວນການຕໍ່ສູ້ ເພື່ອກອບກູ້ເອກະລາດມາ ໃຫ້ແກ່ປະເທດຊາດ  ແລະ ປະຊາຊົນ ນັບຕັ້ງແຕ່ປີ 1945 ຈົນ ຮອດມື້ປົດປ່ອຍປະເທດຊາດ, ສະ ຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975; ພາຍໃຕ້ການນໍາພາຂອງພັກ, ປະທານ ສຸພານຸວົງ ພ້ອມກັບຜູ້ນໍາພັກ ປະຊາຊົນປະຕິວັດລາວ ແລະ ປວງ ຊົນລາວບັນດາເຜົ່າ ຕໍ່ສູ້ຢ່າງບໍ່ຮູ້ອິດເມື່ອຍ ແລະ ເຕັມໄປດ້ວຍຄວາມເສຍ ສະຫລະອັນສູງສົ່ງທີ່ສຸດ ຜ່ານໄລຍະປະຫວັດ ສາດອັນລະອິດລະອ້ຽວທີ່ສຸດ, ເປັນການຕໍ່ສູ້ເອົາເປັນເອົາຕາຍ ລະຫວ່າງ ກຳລັງຮັກຊາດ ຂອງພວກເຮົາກັບພວກລ່າເມືອງຂຶ້ນ ແລະ ລູກແຫລ້ງຕີນມືຂອງພວກເຂົາ. ວັນທີ 1-2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນ ທົ່ວປະເທດ ໄດ້ເປັນເອກະສັນກັນ ແຕ່ງຕັ້ງທ່ານ ປະທານ ສຸພານຸວົງ ເປັນປະທານປະເທດຄົນທຳອິດ ຂອງ ສປປ ລາວ ແລະ ເປັນປະທານສະພາປະຊາຊົນສູງສຸດ. ນັບແຕ່ປີ 1975-1995, ທ່ານ ປະທານ ສຸພານຸວົງ ໄດ້ນຳພາ ປະຊາຊົນຜ່ານຜ່າອຸປະສັກຕ່າງໆ ໃນໄລຍະຂ້າມຜ່ານ, ນຳພາປະຊາຊົນດຳເນີນພາລະກິດປ່ຽນແປງໃໝ່ ແລະ ນຳພາປະຊາຊົນສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.

ທຸກໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນເພື່ອຊີ້ນຳ-ນຳພາຂະບວນການປະຕິວັດ ລາວ ຍາດເອົາໄຊຊະນະອັນຍິ່ງໃຫຍ່ ມາໃຫ້ແກ່ ປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງ ປະທານ ສຸພານຸວົງວ່າ: “ຊື່ສຽງ ຮຽງນາມ ຂອງສະຫາຍ ພົ້ນເດັ່ນໃນຖານະທີ່ເປັນນັກຮົບຮັກຊາດຮຸ້ນທຳອິດ ທີ່ໄດ້ເອົາຊີວິດຂອງຕົນ ຜູກພັນກັບການປະຕິວັດຕະຫລອດ ມາໂດຍບໍ່ງໍ້ງ່ຽງຕໍ່ຄວາມລຳບາກ, ຄວາມເສຍສະຫລະໃດໆ ກະທັ່ງເຖິງບໍ່ຫວາດຫວັ່ນຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍ່ຕໍ່ສູ້ ເພື່ອອຸດົມຄະຕິ ປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ, ເພື່ອອິດສະຫລະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ.

ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ ປະທານ ສຸພານຸວົງ ກໍໄດ້ຮັບພາລະໜ້າທີ່ໜັກໜ່ວງ ແລະ ຍິ່ງໃຫຍ່ໃນນາມປະທານປະເທດ ທັງເປັນປະທານສະພາປະຊາ ຊົນສູງສຸດ ທ່ານໄດ້ເຮັດວຽກຢ່າງໜັກ ຮ່ວມກັບຄະນະນຳ ເພື່ອນຳພາປະເທດຊາດທີ່ຍັງອ່ອນນ້ອຍ ແລະ ຖືກສັດຕູບີບຮັດໃນທຸກດ້ານ ໃຫ້ສາມາດຜ່ານຜ່າພາຍຸລົມແດງມາໄດ້ ແລະ ເຕີບ ໃຫຍ່ ຂຶ້ນຢ່າງໝັ້ນຄົງເຖິງປັດຈຸບັນ. ພາສິດບູຮານລາວເຄີຍສອນໄວ້ວ່າ “ເມື່ອໄດ້ກິນເຂົ້າ ກໍໃຫ້ຄິດເຖິງຄຸນນາ ເມື່ອໄດ້ກິນປາ ກໍໄດ້ຄິດເຖິງຄຸນນ້ຳ” ພວກເຮົາພະນັກງານສະມາຊິກພັກ, ທະ ຫານ, ຕຳຫລວດ, ກຳມະກອນ ແລະ ປະຊາຊົນບັນດາເຜົ່າ ທີ່ເປັນຜູ້ສືບທອດຄວນ ສະແດງອອກເຖິງຄວາມກະຕັນຍູ ຮູ້ຄຸນ ໂດຍການ ຮ່ຳຮຽນເອົາແບບ ຢ່າງການເສຍສະຫລະ ຄວາມສຸກ ສ່ວນໂຕ ເພື່ອສ່ວນຮວມນ້ຳໃຈປະຕິວັດສຸດກົດສຸດປາຍ ການດຳລົງຊີວິດທີ່ລຽບງ່າຍ ປອດໃສຂາວສະອາດ ແລະ ປະຢັດຊັດທ່ຽງຮ່ຳຮຽນ ເອົານ້ຳໃຈພິລະອາດຫານບໍ່ຍອມ ຈຳນົນຕໍ່ສັດຕູ ແລະ ນ້ຳໃຈອົດທົນພາກພຽນດຸໝັ່ນໃນການສຶກສາຮ່ຳຮຽນເຖິງແມ່ນຈະຢູ່ໃນສະພາບການໃດ ປະທານ ສຸພານຸວົງ ກໍມີຄວາມທຸ່ນທ່ຽງມີຫລັກໝັ້ນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນປະທານ ສຸພານຸວົງ ຢູ່ໃນດວງໃຈຂອງປະຊາຊົນລາວ ເຮົາຕະຫລອດໄປ.

ປະທານສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຍືນຍົງໃນພາລະກິດປະຕິວັດ ຂອງຊາດລາວຕະຫລອດໄປ!

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments