Sunday, September 8, 2024
Homeແຈ້ງການສໍາຄັນສະພາບອາກາດ ເຊົ້າວັນທີ 15 ກໍລະກົດ 2024

ສະພາບອາກາດ ເຊົ້າວັນທີ 15 ກໍລະກົດ 2024

ລົມພາຍຸດີເປຼຊັັນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ຍັງສືບຕໍ່ເຄື່ອນທີ່ມາ ທາງທິດຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ທີ່ຈະເຮັດໃຫ້ເກີດມີ ລົມພັດແຮງ ແລະ ນໍ້າຖ້ວມຊຸ ໂດຍສະເພາະຢູ່ບັນດາແຂວງພາກກາງ ແລະ ພາກໃຕ້.

ດັັ່ງນັ້ນ, ຂໍໃຫ້ປະຊາຊົນ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງ ທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັັ່ງກັ່າວ ແລະ ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກ ກະສາດຢ່າງຕໍ່ເນື່ອງ.

ສໍາລັບນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 26-33 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments