Sunday, September 8, 2024
Homeທ່ອງທ່ຽວງານປະກວດນາງງາມສິ່ງແວດລ້ອມລາວ 2024 ຮອບ ຊີງຊະນະເລີດ ຈະມີຂຶ້ນ 19 ກໍລະກົດນີ້

ງານປະກວດນາງງາມສິ່ງແວດລ້ອມລາວ 2024 ຮອບ ຊີງຊະນະເລີດ ຈະມີຂຶ້ນ 19 ກໍລະກົດນີ້

ງານປະກວດນາງງາມສິ່ງແວດລ້ອມລາວ 2024 ຮອບຊີງຊະນະເລີດ ຈະຈັດຂຶ້ນໃນວັນທີ 19 ກໍລະກົດ 2024 ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີນ້ອງນາງສາວທີ່ຜ່ານເຂົ້າຮອບ 16 ຄົນສຸດທ້າຍ ເພື່ອຄັດຕົວແທນໄປປະກວດຕໍ່ທີ່ປະເທດຟີລິບປິນຮ່ວມກັບຫຼາຍໆປະເທດ.

ພິທີຖະແຫຼງຂ່າວ ການປະກວດ MISS EARTH LAOS 2024 ໄດ້ຈັດຂຶ້ນໃນບ່າຍວັນທີ 10 ກໍລະກົດ 2024 ທີ່ໂຮງແຮມລາວເທວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕີ ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ປະທານສະມາ ຄົມນັກຂ່າວແຫ່ງ ສປປ ລາວ) ໃນນາມປະທານກິດຕິມະສັກທີ່ປຶກສາ ພ້ອມດ້ວຍບັນດາຄະນະນຳທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຈັດງານປະກວດນາງງາມສິ່ງແວດລ້ອມລາວ ເປັນໂຄງການປະກວດທີ່ດີ ເປັນໂອກາດໃນການຊອກຫາເອົານ້ອງແມ່ຍິງລາວ ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມງົດງາມ ເພື່ອມາເຜີຍແຜ່ວັດຖະນະທໍາລາວ ຊຶ່ງປີນີ້ ສປປ ລາວເຮົາ ໄດ້ສົ່ງເຂົ້າປະກວດເປັນປີທີ 3 ທີ່ຈະຈັດຂຶ້ນຢູ່ປະເທດຟີລິບປີນ ມີ 86 ປະເທດໃນໂລກ ສົ່ງ MISS EARTH ເຂົ້າປະກວດ.

ການປະກວດຜ່ານມາ ຕົວແທນຂອງປະເທດເຮົາແມ່ນໄດ້ປະສົບການ, ຄວາມຮູ້ ຄວາມສາມາດ ເພື່ອມາຕໍ່ຍອດໃນການເຜີຍແຜ່ວັດຖະນະທໍາ ແລະ ເປັນຕົວແທນຂອງສາວງາມໃນການເຂົ້າຮ່ວມບັນດາກິດຈະກໍາກ່ຽວກັບການຮັກສາສິ່ງແວດລ້ອມ.

ສໍາລັບປີນີ້, ໄດ້ຈັດເວທີໃຫຍ່ ແລະ ພາຍໃນພິທີໄດ້ມີການເດີນແບບເປີດຕົວສາວງາມຜູ້ເຂົ້າປະກວດ MISS EARTH LAOS 2024 ຈຳນວນ 16 ນ້ອງນາງສາວ ທີ່ມາຈາກບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍມີກຳນົດການຈັດພິທີປະກວດຮອບຕັດສິນຊີງຊະນະເລີດໃນວັນທີ 19 ກໍລະກົດ 2024 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ.

ໂດຍ ເສດຖະກິດ-ການຄ້າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments