Friday, October 18, 2024
Homeຂ່າວດ່ວນສາເຫດເຮັດໃຫ້ນໍ້າຖ້ວມຂັງ ໃນນະຄອນຫຼວງວຽງຈັນ

ສາເຫດເຮັດໃຫ້ນໍ້າຖ້ວມຂັງ ໃນນະຄອນຫຼວງວຽງຈັນ

ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ລາຍງານໃນກອງ ປະຊຸມສະໄຫມສາມັນເທື່ອທີ 7 ຂອງສະພາປະຊາຊົນ ຊຸດທີ II, ໃນວັນທີ 9 ກໍລະກົດ 2024 ນີ້ວ່າ: ສາເຫດຂອງການເກີດ ນໍ້າຖ້ວມຂັງ ໃນນະຄອນຫຼວງວຽງຈັນ ແມ່ນມີຫຼາຍສາເຫດ ໂດຍສະເພາະຮ່ອງລະບາຍນ້ໍາ ໃນຕົວເມືອງ ມີດັ່ງນີ້:

1) ພື້ນທີ່ຂອງຕົວເມືອງແມ່ນມີຄວາມຮາບພຽງ ແລະ ມີຄວາມເນີນ ປະມານ 2% ໃນເວລາຝົນຕົກແຮງນໍ້າບໍ່ສາມາດລະບາຍໄດ້ທັນ.

2) ມີການປ່ຽນແປງດິນຟ້າອາກາດເຮັດໃຫ້ປະລິມານນ້ໍາຝົນເພີ່ມຂຶ້ນທຸກໆປີ.

3) ຮ່ອງລະບາຍນ້ໍາທີ່ມີຢູ່ແລ້ວ ຂາດການອານາໄມຢ່າງຕໍ່ເນື່ອງເກີດມີການອຸດຕັນ, ນ້ໍາໄຫຼບໍ່ສະດວກ ແລະ ຕື້ນເຂີນ.

4) ຮ່ອງນ້ໍາທໍາມະຊາດຈໍານວນຫນຶ່ງຍັງບໍ່ໄດ້ຮັບການປັບປຸງ ແລະ ກໍ່ສ້າງເປັນລະບົບ, ມີການບຸກລຸກຂອງປະຊາຊົນກວມເອົາເຂດສະຫງວນຮ່ອງ.

5) ມີການຖົມດິນຊະຊາຍ ຕັນແລວທາງນ້ໍາໄຫຼ ແລະ ມີການຖົມບືງ-ຫນອງ ທີ່ເປັນບ່ອນພັກຢູ່ໃນຕົວເມືອງເປັນຕົ້ນແມ່ນ: ຫນອງຈັນ, ຫນອງບອນ, ຫນອງທາ, ບຶງທາດຫຼວງ ແລະ ມີການຫັນປ່ຽນດິນກະສິກໍາເປັນດິນປຸກສ້າງເພີ່ມຂຶ້ນ.

6) ມີການເທເບຕົງປິດຮ່ອງລະບາຍນໍ້າ ແລະ ວາງທໍ່ນໍ້າ ເພື່ອນໍາໃຊ້ເປັນທີ່ຢູ່ອາໄສ, ບ່ອນຈອດລົດ ບໍ່ສາມາດລົງໄປອະນາໄມໄດ້;

7) ບາງພື້ນທີ່ ທີ່ນໍ້າຖ້ວມຂັງບໍ່ມີຮ່ອງລະບາຍນ້ໍາ ແລະ ບໍ່ເຊື່ອມຈອດກັນ.

ສໍາລັບຮ່ອງລະບາຍນ້ໍາຫນ້າທາງ:

1) ປັດຈຸບັນ ທໍ່ລະບາຍນ້ໍາຂ້າງທາງມີຂະຫນາດຫນ້ອຍບໍ່ສາມາດຮອງຮັບປະລິມານນໍ້າຝົນໃນເວລາຝົນຕົກຫນັກ.

2) ທໍ່ລະບາຍນ້ໍາຂ້າງທາງ ທີ່ມີປັດຈຸບັນນີ້ແມ່ນຮັບທັງນ້ໍາເປື້ອນ ແລະ ນ້ໍາຝົນ.

3) ບາງເສັ້ນທາງ ທໍ່ນ້ໍາບໍ່ເຊື່ອມຈອດກັນ, ມີບ່ອນຕ່ໍາບ່ອນສູງ ແລະ ຂະຫນາດບໍ່ເທົ່າກັນ.

4) ຂາດການອະນາໄມເປັນປະຈໍາເຮັດໃຫ້ເກີດມີການສະສົມຂອງການຕົກຕະກອນ, ມີຂີ້ເຫຍື້ອອຸດຕັນໃນລະບົບຮ່ອງລະບາຍນ້ໍາຂ້າງທາງ.

5) ຂຸມພັກນ້ໍາແມ່ນມີໄລຍະຫ່າງກັນ, ມີບາງຈຸດຖືກທັບຖົມດ້ວຍຕະກອນ ແລະ ສິ່ງເສດເຫຼືອຕ່າງໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments