Friday, October 18, 2024
Homeຂ່າວຕ່າງປະເທດສສ ຫວຽດນາມ ຊຸກຍູ້ການພົບປະແລກປ່ຽນຊາວໜຸ່ມ ອາຊຽນ-ຣັດເຊຍ

ສສ ຫວຽດນາມ ຊຸກຍູ້ການພົບປະແລກປ່ຽນຊາວໜຸ່ມ ອາຊຽນ-ຣັດເຊຍ

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມ, ທ່ານ ນາງ ເລຮົ່ງຍູງ, ຮອງຫົວໜ້າພະແນກພົວພັນສາກົນສູນກາງ ຄະນະ ຊາວໜຸ່ມ ພັກກອມມູນິດ ໂຮ່ຈີມິນ ຂອງ ສສ ຫວຽດນາມ ກ່າວເນັ້ນໜັກວ່າ: ສສ ຫວຽດນາມ ພ້ອມແລ້ວທີ່ຈະພັດທະນາ ການຮ່ວມມືສອງຝ່າຍໃນຂົງເຂດຊາວໜຸ່ມສາກົນ ແລະ ຢາກໃຫ້ມີຫລາຍການເຄື່ອນໄຫວເພື່ອສ້າງການເຊື່ອມຕໍ່, ຊຸກຍູ້ ການພົບປະ ແລກປ່ຽນ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງຊາວໜຸ່ມບັນດາປະເທດ ອາຊຽນ ແລະ ຣັດເຊຍ.

ຫລັງຈາກຈັດກອງປະຊຸມໃຫຍ່ ຄັ້ງທີ III ສະພາສາກົນຄະນະຜູ້ອຳນວຍການງານມະໂຫລານຊາວໜຸ່ມໂລກ (WYF) ຢູ່ຣັດເຊຍ, ທ່ານ ເຊີເກ ກີຣິເຢນໂກ (Sergei Kiriyenko), ຮອງຫົວໜ້າ ຫ້ອງການ ປະທານາທິບໍດີ ຣັດເຊຍ ຜູ້ທີໜຶ່ງ, ປະທານ ຄະນະຈັດຕັ້ງ WYF–2024 ໄດ້ພົບປະກັບບັນດາຜູ້ນຳຊາວໜຸ່ມ ທີ່ມາຈາກເກືອບ 120 ປະເທດ ແລະ ເຂດແຄ້ວນ. ສຳລັບ WYF–2024 ໄດ້ຈັດຂຶ້ນຢູ່ ຣັດເຊຍ ເມື່ອບໍ່ດົນມານີ້ ໂດຍມີການເຂົ້າຮ່ວມຂອງຊາວໜຸ່ມ 20.000 ຄົນ ໃນນັ້ນ ມີຊາວໜຸ່ມ ຣັດເຊຍ 10.000 ຄົນ, ຈຳນວນທີ່ຍັງເຫລືອແມ່ນມາຈາກບັນດາປະເທດ ແລະ ເຂດແຄ້ວນອື່ນ. ພາຍຫລັງສິ້ນສຸດ ງານມະໂຫລານ, ທ່ານ ວາລາດີເມຍ ປູຕິນ, ປະທານາທິບໍດີ ໄດ້ຕົກລົງຈັດ WYF ຢູ່ປະເທດນີ້ 6 ປີຕໍ່ຄັ້ງ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments