Friday, October 18, 2024
Homeຂ່າວໜ້າໜຶ່ງສປປ ລາວ ສະຫລອງວັນປະຊາກອນໂລກ ປະຈໍາປີ 2024

ສປປ ລາວ ສະຫລອງວັນປະຊາກອນໂລກ ປະຈໍາປີ 2024

ພິທີສະເຫລີມສະຫລອງ ວັນປະຊາກອນໂລກ ປະຈໍາປີ 2024 ພາຍໃຕ້ຄໍາຂວັນ “ສານຕໍ່ໝາຍໝັ້ນ: ຢຸດຕິຄວາມບໍ່ສະເໝີພາບດ້ານສິດທິສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ” ຈັດຂຶ້ນໃນວັນທີ 9 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບາກທິຢໍ ຄາດິເຣິບ ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກພາກລັດ, ສະຖານທູດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມ, ສື່ມວນຊົນ, ພາກເອກະຊົນ ແລະ ໄວໜຸ່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄໍາເຫັນວ່າ: ການສະເຫລີມສະຫລອງວັນປະຊາກອນໂລກ ປີນີ້, ສອດຄ່ອງກັບບົດລາຍງານສະຖານະພາບປະຊາກອນໂລກ ພາຍໃຕ້ຫົວຂໍ້ “ສານຕໍ່ຄຳໝາຍໝັ້ນ: ຢຸດຕິຄວາມບໍ່ສະເໝີພາບ ດ້ານສິດທິສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ” ເຊິ່ງສະແດງໃຫ້ເຫັນວ່າ ຄວາມສາມາດປັບໂຕຂອງຄອບຄົວ, ຊຸມຊົນ ແລະ ປະເທດ ບໍ່ໄດ້ເກີດຈາກສາຍພົວພັນຂອງບຸກຄົນໃດໜຶ່ງ ແຕ່ເກີດຈາດການເຊື່ອມໂຍງ ແລະ ການຫລໍ່ຫລອມເຂົ້າກັນ ຂອງສັງຄົມໂດຍລວມ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າ ໃຫ້ກະຊວງແຜນການ ແລະ ການລົງທຶນ ກໍຄື ລັດຖະບານ ຮຽກຮ້ອງມາຍັງທຸກຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງທຸກຂະແໜງການໃນສັງຄົມ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງານຕ່າງໆ, ນະໂຍບາຍ ຂອງ ສປປ ລາວ ແລະ ພິຈາລະນາຄົ້ນຄ້ວາ ແລະ ນຳໃຊ້ຄວາມສາມາດທີ່ບົ່ມຊ້ອນພາຍໃນ; ພວກເຮົາຕ້ອງໄດ້ເພີ່ມການເກັບກ່ຽວຜົນປະໂຫຍດ ດ້ານປະຊາກອນ ແລະ ທ່າແຮງທີ່ບົ່ມຊ້ອນ ຂອງໄວໜຸ່ມທີ່ມີອັດຕາ ກວນເອົາກວ່າ 60% ຂອງປະຊາກອນທັງໝົດ. ພວກເຮົາຕ້ອງ ຮັບປະກັນວ່າ ເຂົາເຈົ້າໄດ້ຮັບການສຶກສາ, ມີທັກສະ, ມີສຸຂະພາບດີ, ໄດ້ຮັບການຈ້າງງານ ແລະ ມີສິດເປັນເຈົ້າຕົນເອງ ເພື່ອສາມາດປະກອບສ່ວນທີ່ສຳຄັນ ຕໍ່ການພັດທະນາປະເທດຊາດ.

ພ້ອມກັນນີ້, ທ່ານ ບາກທິຢໍ ຄາດິເຣິບ ໄດ້ສະແດງຄວາມຊົມເຊີຍ ສປປ ລາວ ທີ່ໄດ້ໃຫ້ຄຳໝາຍໝັ້ນທີ່ເຂັ້ມແຂງ ແລະ ຕໍ່ເນື່ອງຕໍ່ແຜນດຳເນີນງານຂອງ ກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະການພັດທະນາ (ICPD) ໂດຍທ່ານໄດ້ກ່າວວ່າ: ເມື່ອສາມສິບປີກ່ອນ, ໃນກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ, ລັດຖະບານທົ່ວໂລກເຫັນດີ ເປັນເອກະພາບກັນວ່າ ສິດທິ ແລະ ສຸຂະພາບຈະເລີນພັນ ເປັນພື້ນຖານຫລັກຂອງການພັດທະນາຂອງໂລກ ແລະ ເປັນການປູທາງສູ່ຄວາມກ້າວໜ້າໃນຫລາຍທົດສະວັດ ເພື່ອຮັບຮູ້ສິດ ແລະ ທາງເລືອກ. ໃນປີ 1994, ສປປ ລາວ ເປັນໜຶ່ງໃນລັດຖະບານ ທີ່ໄດ້ຮັບຮອງເອົາແຜນດຳເນີນງານທີ່ສຳຄັນຢູ່ກອງປະຊຸມ ສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ ທີ່ນະຄອນຫລວງ ໂຄໂຣ; ສ້າງ ແລະ ໄດ້ຮັບຮອງນະໂຍບາຍແຫ່ງຊາດ ດ້ານປະຊາກອນ ແລະ ການພັດທະນາ, ຍຸດທະສາດ, ກົດໝາຍຕ່າງໆ ແລະ ບັນດາແຜນດຳເນີນງານທີ່ກ່ຽວຂ້ອງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ, ຜູ້ຊາຍ, ເດັກຍິງ ແລະ ເດັກຊາຍ. ເຊິ່ງຄວາມພະຍາຍາມ ແລະ ພາ ລະກິດຂອງປະເທດ ໄດ້ສຸມໃສ່ເອົາປະຊາຊົນເປັນຈຸດໃຈກາງຂອງການພັດທະນາ; ສປປ ລາວ ມີຄວາມກ້າວໜ້າທີ່ພົ້ນເດັ່ນໃນການພັດທະນາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ບົດບາດຍິງ-ຊາຍ, ສິດທິ, ທຶນມະນຸດ ແລະ ອາຍຸຍືນ.

ໃນພິທີສະເຫລີມສະຫລອງ ຄັ້ງນີ້, ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNFPA ໄດ້ວາງສະແດງບັນດາຜົນງານທີ່ປະສົບຜົນສໍາເລັດໃນປີທີ່ຜ່ານມາ, ສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນຢ່າງທົ່ວເຖິງ, ຮັບຮູ້ເຖິງສິດທິໃນການຈະເລີນພັນ, ຫລຸດຜ່ອນອັດຕາການເສຍຊີວິດຂອງແມ່, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມ ເພື່ອຮັບປະກັນວ່າ ບໍ່ມີຜູ້ໃດຖືກປະປ່ອຍໄວ້ທາງຫລັງ. ຜົນສຳເລັດທີ່ສຳຄັນຫລາຍດ້ານຂອງ ສປປ ລາວ ລວມທັງການຫລຸດຜ່ອນ ອັດຕາສ່ວນຂອງປະຊາກອນທີ່ດຳລົງຊີວິດ ຕໍ່າກວ່າເສັ້ນຄວາມທຸກຍາກແຫ່ງຊາດ ຈາກ 48% ໃນປີ 1990 ມາເປັນ 18.3% ໃນປີ 2018-2019. ນອກນີ້, ຍັງໄດ້ຮັບຮູ້ເຖິງຄວາມຄືບໜ້າໃນການຫລຸດອັດຕາການເສຍຊີວິດຂອງແມ່ ຈາກ 905 ຕໍ່ການເກີດມີຊີວິດ 100.000 ຄົນ ໃນປີ 1990 ມາເປັນ 126 ຕໍ່ການເກີດລູກທີ່ມີຊີວິດ 100.000 ຄົນ ໃນປີ 2020 ເຊິ່ງອັດຕາການເກີດລູກ ທີ່ມີບຸກຄະລາກອນທີ່ມີຄວາມຊຳນານ ຊ່ວຍເກີດເພີ່ມຂຶ້ນເຖິງ 79.8%.

ຂ່າວ: ສົມຫວັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments