Sunday, September 8, 2024
Homeຂ່າວການເມືອງເປີດຊ້ອມຮົບຮ່ວມ ລາວ-ຈີນ “ໂລ້ກໍາບັງມິດຕະພາບ -2024’’

ເປີດຊ້ອມຮົບຮ່ວມ ລາວ-ຈີນ “ໂລ້ກໍາບັງມິດຕະພາບ -2024’’

ພິທີເປີດຊ້ອມຮົບຮ່ວມລາວ-ຈີນ ໃນຫົວຂໍ້ “ໂລ້ກໍາບັງມິດຕະ ພາບ -2024” ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 5-18 ກໍລະກົດ 2024 ຢູ່ວິທະຍາຄານນາຍທະຫານບົກກົມມະດຳ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງຄຳ ພົມມະກອນ ກຳ ມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈໍາລາວ, ມີສະຫາຍ ພົນຕີ ເຈີ້ງ ກົວເຢ່ ຮອງຜູ້ບັນຊາການກອງປະຈຳ ຮົງກົງ ເຂດສູ້ ຮົບໃຕ້ ກອງທັບປົດປ່ອຍປະຊາຊົນຈີນ, ມີຄະນະນຳກະຊວງ, 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ອົງການປົກຄອງທ້ອງຖິ່ນ, ມີນາຍ ແລະ ພົນທະຫານ ສອງກອງ ທັບລາວ-ຈີນ ເຂົ້າຮ່ວມ.

ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນຳລວມການຊ້ອມຮົບຮວ່ມລາວ-ຈີນ ໄດ້ໃຫ້ຮູ້ວ່າ: ການເຄື່ອນໄຫວຊ້ອມຮົບ “ໂລ້ກໍາບັງມິດຕະພາບ -2024” ຄັ້ງນີ້, ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ, ສອງພັກ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ, ໃຫ້ນັບມື້ເພີ່ມທະວີຄວາມໜັກແໜ້ນ, ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ໂດຍສະເພາະແມ່ນການ ຮ່ວມມືທາງດ້ານການທະຫານ, ສ້າງຄວາມເຊື່ອໝັ້ນທັງເປັນການເພີ່ມທະວີການຊ່ວຍເຫລີອເຊິ່ງກັນ ແລະ ກັນ ໃນຂົງເຂດວຽກ ງານປ້ອງກັນຊາດ.

ສະນັ້ນ, ການຊ້ອມຮົບ “ໂລ້ກຳບັງມິດຕະພາບ-2024” ແມ່ນມີຄວາມຈໍາເປັນ ແລະ ສໍາຄັນຢ່າງຍິ່ງ ເພາະເປັນການຍົກລະດັບການພັດທະນາ ກຳລັງເພີ່ມທະວີຄວາມເຂັ້ມແຂງຮອບດ້ານ ໃຫ້ແກ່ກອງທັບປະຊາຊົນລາວ ກ້າວຂຶ້ນຕາມທິດສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ. ໄປຄຽງຄູ່ກັບການຫັດແອບ ສອງກຳລັງຍັງຈະມີການເຄື່ອນໄຫວໃນຂົງເຂດວຽກງານການເມືອງ-ນໍາພາແນວຄິດ ເປັນຕົ້ນ ແມ່ນການແລກປ່ຽນວັດທະນະທຳ, ສິລະປະ-ວັນນະຄະດີ, ກິລາ ແລະ ການເຄື່ອນໄຫວກິດຈະກຳຕ່າງໆ ຕະຫລອດຮອດການດໍາລົງ ຊີວິດປະຈຳວັນ, ແລກປ່ຽນຂໍ້ມູນຂ່າວສານ, ການສື່ສານ, ແລກ ປ່ຽນພາສາຄຳເວົ້າໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.

ພ້ອມກັນນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຍັງຮຽກຮ້ອງມາຍັງບັນດາສະຫາຍນາຍ ແລະ ພົນທະຫານ ຂອງສອງກອງທັບ ລາວ-ຈີນ ຈົ່ງພ້ອມກັນຍົກສູງນ້ຳໃຈຄວາມເປັນເຈົ້າການ ໃນການ ຮັບຜິດຊອບໜ້າທີ່ຂອງຕົນ, ປະຕິບັດຂໍ້ກຳນົດກົດລະບຽບ, ບາດກ້າວການເຄື່ອນໄຫວຊ້ອມຮົບຮ່ວມກັນຢ່າງເຂັ້ມງວດ, ພ້ອມກັນເຮັດສຳເລັດໜ້າທີ່ ແລະ ຮັບປະກັນໄດ້ຄວາມປອດໄພ 100%.

ໃນຕອນທ້າຍພິທີ, ສະຫາຍຄະນະປະທານທັງ 2 ຝ່າຍ ໄດ້ລົງສໍາຜັດມື-ຖ່າຍຮູບຮ່ວມກັບກັບຄະນະຮັບຜິດຊອບ-ກຳລັງຝຶກຊ້ອມ ແລະ ທ່ຽວຊົມການວາງສະແດງພາຫະນະ-ອາວຸດ ຈໍານວນໜຶ່ງ ຢູ່ດ້ານໜ້າຜາມໄຊ ຕື່ມອີກ.

ຂ່າວ-ພາບ: ຄຳອ້າຍ ທອງວັນ, Xinhua

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments