Home ແຈ້ງການສໍາຄັນ ສະພາບອາກາດ ວັນທີ 08 ກໍລະກົດ 2024, ເວລາ 12 ໂມງ

ສະພາບອາກາດ ວັນທີ 08 ກໍລະກົດ 2024, ເວລາ 12 ໂມງ

0
43

ຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ຊື່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ຂໍ້ມູນອຸຕຸກະເສດ ປະຈຳອາທິດ ສຳລັບເຂົ້ານາປີ ແລະ ພືດຜັກ, ວັນທີ 08-14/6/2024 ໃນໄລຍະໜຶ່ງອາທິດຂ້າງໜ້າແມ່ນມີຄວາມສ່ຽງໄພແຫ້ງແລ້ງ ໃນເຂດເມືອງຄໍາ, ແຂວງຊຽງຂວາງ. ເຂົ້ານາປີ ແມ່ນຢູ່ໃນໄລຍະຈະເລີນເຕີບໂຕຂອງຕົ້ນກ້າ. ດັ່ງນັ້ນຊາວກະສິກອນຄວນເອົາໃຈໃສ່ຕິດຕາມ ແລະ ເພີ່ມທະວີການນຳ ໃຊ້ມາດຕະການທີ່ເໜາະສົມສໍາລັບພະຍາດເພ້ຍຈັກຈັ່ນສີນໍ້າຕານ, ເພ້ຍຈັກຈັ່ນສີຂຽວ, ດ້ວງກໍສີເຫລືອງ, ບົ້ງຮຳໃບ, ແມ່ນມີຄວາມສ່ຽງປານກາງ, ພະຍາດກາບໃບແຫ້ງ, ພະຍາດໃບຈຸດສີນໍ້າຕານ, ແມງບົວ, ບົ້ງຫໍ່ລຳຕົວ ແມ່ນມີຄວາມສ່ຽງສູງ, ໃຫ້ຊາວກະສິກອນກໍາຈັດຕົ້ນທີ່ຕິດເຊື້ອ, ໃຊ້ຢາຂ້າເຊື້ອລາທີ່ເໜາະສົມ ຖ້າຈຳເປັນ, ໃຊ້ຝຸ່ນຊີວະພາບເພື່ອຄວາມແຂງແຮງຂອງຕົ້ນກ້າ ແລະ ຫລຸດຜ່ອນຄວາມສ່ຽງຕໍ່ພະຍາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here