Sunday, September 8, 2024
Homeທຸລະກິດລົດໄຟຂົນສົ່ງສິນຄ້າຖ້ຽວທໍາອິດ ຈາກມາເລເຊຍ ມາຮອດດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ

ລົດໄຟຂົນສົ່ງສິນຄ້າຖ້ຽວທໍາອິດ ຈາກມາເລເຊຍ ມາຮອດດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ

ໃນວັນທີ 5 ກໍລະກົດ 2024 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ໄດ້ມີພິທີຕ້ອນຮັບ ຂະບວນລົດໄຟຂົນສົ່ງສິນຄ້າຖ້ຽວປະຖົມມະເລີກ ຈາກປະເທດມາເລເຊຍ ມາຮອດດ່ານສາກົນສິນ ຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ແອດີ ອີວານ ບິນ ມາມູດ ເອກ ອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ, ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ, ທ່ານ Tee Chee Seng ຮອງປະທານບໍລິສັດ ວຽງ ຈັນ ໂລຊິດສະຕິກ ພາກ ຈຳກັດ, ທ່ານ ຢອງປີແອມີເຊວ ກຣີເຊວຊິກ ຜູ້ຈັດການທົ່ວໄປ ບໍລິສັດ ດີພີ ເວີດ ສະຫວັນ ໂລຈີສຕິກ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ມີຂະບວນການຕ້ອນຮັບຂະບວນລົດໄຟຂົນສົ່ງສິນ ຄ້າຈາກປະເທດມາເລເຊຍ ຢ່າງເປັນທາງການ ເຊິ່ງ ທ່ານ Tee Chee Seng ໄດ້ກ່າວສະແດງຄວາມຮູ້ສຶກດີໃຈ ທີ່ປະສົບຜົນສໍາເລັດ ໃນການ ເຊື່ອມຈອດລະບົບຂົນສົ່ງທາງລາງ ຂະບວນລົດໄຟດັ່ງກ່າວ ເລີ່ມຈາກ ຊູໄຮເວ ເມເລເຊຍ ມາຮອດດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ໝາຍເຖິງເປັນການເຊື່ອມຈອດລະບົບຂົນສົ່ງທາງລາງຄັ້ງທໍາອິດລະຫວ່າງ 2 ປະເທດ ເຊິ່ງຈະອໍານວຍຄວາມສະດວກໃຫ້ການຂົນສົ່ງສິນຄ້າໃຫ້ມີຄວາມ ສະດວກວ່ອງໄວຂຶ້ນ ເຮັດໃຫ້ຫຼຸດຜ່ອນຕົ້ນທຶນດ້ານການຂົນສົ່ງ ແລະ ຫຼຸດໄລຍະເວລາໃຫ້ສັ້ນລົງ.

ທ່ານກ່າວວ່າ: ການເປີດຂະບວນຄັ້ງນີ້ແມ່ນເປັນຖ້ຽວປະຖົມ ມະເລີກ ແລະ ຈະມີການເພີ່ມຖ້ຽວຂົນສົ່ງສິນຄ້າເພີ່ມຂຶ້ນໃນຕໍ່ ໜ້າ. ເພື່ອເຮັດໃຫ້ຜູ້ປະກອບການລາວ ສາມາດເຮັດທຸລະກິດຢູ່ມາເລເຊຍ ແລະ ຜູ້ປະກອບການມາເລເຊຍສາມາດເຮັດທຸລະ ກິດໄດ້ຢູ່ ສປປ ລາວ. ພ້ອມທັງໃຫ້ປະຊາຊົນສອງປະເທດໄດ້ຊົມໃຊ້ສິນຄ້າ ແລະ ເຂົ້າເຖິງແຫຼ່ງຜະລິດສິນຄ້າຂອງກັນ ແລະ ກັນ ສ້າງວຽກເຮັດງານທໍາ ໃຫ້ຜູ້ປະກອບການ ແລະ ປະຊາຊົນສອງປະເທດ.

ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈຳກັດ ຜູ້ດຽວ ກ່າວສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທັງພາກລັດ – ທຸລະກິດ ທີ່ບຸກທະລຸນໍາກັນ ເຮັດໃຫ້ການຂົນສົ່ງທ່າບົກມາເລເຊຍ ແລະ ທ່າບົກທ່ານາແລ້ງ ສປປ ລາວ ປະກົດຜົນເປັນຈິງ ໂດຍປະຕິບັດຕາມພັນທະສັນຍາສອງຝ່າຍທ່າບົກ ມາເລເຊຍ ແລະ ທ່າບົກທ່ານາແລ້ງ ໄດ້ປະກົດຜົນເປັນຈິງ ເຊິ່ງເປັນການປະສົບຜົນສໍາເລັດໃນການເຊື່ອມຈອດ ຂົນສົ່ງຂ້າມແດນ ແລະ ຜ່ານແດນ ຜ່ານລະບົບລາງ ໂດຍແມ່ນນໍາໃຊ້ລົດໄຟ ມາເລເຊຍ.

ຈຸດປະສົງຂອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເປັນການເຊື່ອມຈອດ ພາກພື້ນ ແລະ ສາກົນ ເປັນຕົ້ນທາງ ແລະ ປາຍທາງຂອງການຂົນສົ່ງ ຂອງປະເທດ ປະຕິບັດໄດ້ແຜນຍຸດທະສາດຂອງລັດຖະບານໂດຍສະເພາະປີນີ້ ປະເທດລາວເຮົາເປັນປະທານອາຊຽນ ມີຄໍາຂວັນວ່າ: ສ້າງຄວາມເຂັ້ມແຂງ ແລະ ຄວາມເຊື່ອມໂຍງ ເຊື່ອມຈອດໃຫ້ປະກົດຜົນເປັນຈິງ ເຊິ່ງການຕ້ອນຮັບຂະ ບວນລົດໄຟ ມາເລເຊຍ ແມ່ນຜົນສໍາເລັດ ແລະ ເປັນຂີດໝາຍທີ່ດີ ເຊິ່ງໃນຕໍ່ໜ້າຫວັງວ່າ ໂຄງການຈະສາມາດເຊື່ອມຈອດໄປຍັງ ບັນດາຈຸດໝາຍຕ່າງໆ ທີ່ພວກເຮົາກໍານົດ.

ກ່ອນໜ້ານີ້, ໃນວັນທີ 3 ກໍລະກົດ 2024 ບໍລິສັດ ໄດ້ຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ເພື່ອສະເຫຼີມສະຫຼອງວັນເຊັນສັນຍາ ສໍາປະທານພັດທະນາໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກນະຄອນຫຼວງວຽງຈັນ ຄົບຮອບ 4 ປີ (3 ກໍລະກົດ 2020 – 3 ກໍລະກົດ 2024) ແລະ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມສາມຂັ້ນ ແລະ ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະຄຸ້ມຄອງເສດຖະກິດພິເສດນະຄອນຫຼວງວຽງຈັນ ລະຫວ່າງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

ທີ່ມາ: ເສດຖະກິດ- ການຄ້າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments