Sunday, September 8, 2024
Homeຂ່າວດ່ວນປກສ ແຂວງບໍ່ແກ້ວ ກຳລັງເລັ່ງຕາມຫາເຈົ້າຂອງຢາບ້າ 1 ລ້ານກວ່າເມັດ

ປກສ ແຂວງບໍ່ແກ້ວ ກຳລັງເລັ່ງຕາມຫາເຈົ້າຂອງຢາບ້າ 1 ລ້ານກວ່າເມັດ

ວັນທີ 6 ກໍລະກົດ 2024 ກອງບັນຊາການ ປກສ ເມືອງເມີງ, ກອງບັນຊາການ ທະຫານເມືອງເມີງ, ທະຫານກອງຮ້ອຍຊາຍແດນ 122 ແລະ ກອງບັນຊາການ ປກສ ແຂວງບໍ່ແກ້ວ ອອກລາດຄະເວນພົບເຫັນຢາເສບຕິດ ປະເພດຢາບ້າ ໄດ້ ຈຳນວນ 694 ມັດ ເທົ່າກັບ 1.388.000 ເມັດ ໜັກ 138,8 ກິໂລກຼາມ ຈິ່ງນຳຢາດັ່ງກ່າວມາຮັກສາໄວ ເພື່ອຊອກຫາທີ່ໄປທີ່ມາຂອງຢາດັ່ງກ່າວ.

ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ລາຍງານຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ວ່າ: ຢາບ້າທີ່ພວກເຮົາຢຶດມາໄດ້ນັ້ນ ແມ່ນບໍ່ຮູ້ວ່າເປັນຂອງໃຜ ເຊິ່ງຢຶດໄດ້ໃນຂະນະທີ່ກຳລັງລັງວິຊາສະເພາະພວກເຮົາສົມທົບກັບທະຫານຊາຍແດນໄດ້ອອກກວດກາລາດຕະເວັນພົບເຫັນຢາດັ່ງກ່າວຖິ້ມໄວ, ພວກເຮົາຈຶ່ງນໍາເອົາຢາດັ່ງກ່າວມາກອງບັນຊາການ ເພື່ອທໍາການຂະຫຍາຍຜົນຊອກຫາເຈົ້າຂອງຢາ ແລະ ຜູ້ຮ່ວມຂະບວນການ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ກຳລັງເລັ່ງຕິດຕາມ ແລະ ໄລ່ຊອກໄລ່ຈັບເຈົ້າຂອງຢາເສບຕິດ ແລະ ຜູ້ມີສ່ວນກ່ຽວຂ້ອງມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ຈັນສະຫມອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments